ດາວໂຫຼດຂໍ້ມູນ

ການຂໍອະນຸຍາດດຳເນີນທຸລະກິດກະສິກຳ ແບະ ປ່າໄມ້ (ສຳລັບກິດຈະການ ຊົນລະປະທານ (ຊັ້ນ 3))

License to Operatee Agricultural and Forestry Business (for an Irrigation Business (3rd Scale))

ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ
ຊື່ຂອງແບບຟອມ ການຂໍອະນຸຍາດດຳເນີນທຸລະກິດກະສິກຳ ແບະ ປ່າໄມ້ (ສຳລັບກິດຈະການ ຊົນລະປະທານ (ຊັ້ນ 3))
ປະເພດເອກະສານ ໃບອະນຸຍາດດໍາເນີນທຸລະກິດ
ວັນທີແກ້ໄຂຂໍ້ມູນລ່າສຸດ 13.10.2020
ພາກສ່ວນຮັບຜິດຊອບ ພະແນກກະສິກຳ ແລະ ປ່າໄມ້, ນະຄອນຫລວງວຽງຈັນ
LSIC E - ການສະໜອງນໍ້າ, ລະບາຍນໍ້າເສຍ, ການບໍລິຫານຈັດການ ແລະ ເຄື່ອນໄຫວບໍາບັດສິ່ງເສດເຫລືອ
ຜູ້ທີ່ສາມາດຍື່ນຂໍເອກະສານ
ບຸກຄົນໃດຫນຶ່ງຫຼືຜູ້ປະກອບການ ທີ່ມີຈຸດປະສົງເນີນທຸລະກິດທາງດ້ານ ຊົນລະປະທານທີ່ປະກອບດ້ວຍ 
(i) ຂະແໜງກໍ່ສ້າງ ແລະ ສ້ອມແປງຊົນລະປະທານ, 
(ii) ຂະແໜງສຶກສາ,ສຳຫຼວດ-ອອກແບບ ຊົນລະປະທານ
ເງື່ອນໄຂໃນການຂໍເອກະສານ
1. ມີວິສະວະກອນຊົນລະປະທານທີ່ມີປະສົບການເຮັດວຽກຢ່າງຫນ້ອຍ 5 ປີໃນຈໍານວນທີ່ກໍານົດໄວ້ໃນແຕ່ລະຂັ້ນຂອງທຸລະກິດຊົນລະປະທານ. 
2. ຜູ້ຈັດການຂອງບໍລິສັດຢ່າງໜ້ອຍຕ້ອງຈົບວິຊາສະເພາະທາງດ້ານຊົນລະປະທານແລະຜູ້ອຳນວຍ ການບໍລິສັດແມ່ນຕ້ອງມີໃບປະກາດດ້ານວິສະວະກອນຊົນລະປະທານ. 
3. ຕ້ອງມີທຶນແລະອຸປະກອນພຽງພໍດັ່ງທີ່ໄດ້ກໍານົດໄວ້ໃນແຕ່ລະຂະແຫນງທຸລະກິດຊົນລະປະທານ, ໃຫ້ບໍລິສັດມີທຶນໝູນວຽນຢ່າງຫນ້ອຍ 30% ຂອງຊັບສົມບັດຄົງທີ່ທັງຫມົດ
4. ຕ້ອງມີເງື່ອນໄຂ ຂອງບໍລິສັດຊົນລະປະທານຄົບຖ້ວນ
ຄໍາເຫັນເພີ່ມເຕີມ
- ຊັ້ນ 3 ຂະແໜງຊົນລະປະທານ ຄົ້ນຄວ້າພິຈາລະນາ ແລະ ນຳສະເໜີ ພະແນກກະສິກຳ ແລະ ແຂວງ, ນະຄອນຫຼວງວຽງຈັນ

ກົດໝາຍ ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງ
ຊື່ ເລກທີ ລົງວັນທີ ໝາຍເຫດ
ກົດໝາຍ ວ່າດ້ວຍ ຊົນລະປະທານ 26/ສພຊ 14.12.2012
ແຈ້ງການເລື່ອງການຂໍໃບອະນຸຍາດ ແລະ ຂໍຕໍ່ໃບອະນຸຍາດດຳເນີນທຸລະກິດຂະແໜງກໍ່ສ້າງ ແລະ ສ້ອມແປງ, ໃຫ້ຄຳປຶກສາທາງດ້ານການຄຸ້ມງານກໍ່ສ້າງ, ສຶກສາ, ສຳຫຼວດ-ອອກແບບຊົນລະປະທານ 0125/ຊປທ 15.01.2020 ""

ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງ​ທໍາ​ອິດ
ຊື່ ປະເພດ ໝາຍເຫດ
ໃບຄຳຮ້ອງ ການກະ ທຳ ທີ່ຢັ້ງຢືນ
  
ກົດລະບຽບວິສາຫະກິດ ການກະ ທຳ ທີ່ຢັ້ງຢືນ
  
ໃບແຈ້ງໂທດ ການກະ ທຳ ທີ່ຢັ້ງຢືນ
  
ແຜນວາດທີ່ຕັ້ງສຳນັກງານ ການກະ ທຳ ທີ່ຢັ້ງຢືນ
  
ບົດວິພາກເສດຖະກິດ ການກະ ທຳ ທີ່ຢັ້ງຢືນ
  
ສຳເນົາບັດປະຈຳຕົວ ການກະ ທຳ ທີ່ຢັ້ງຢືນ
  
ຮູບ 3x4 ການກະ ທຳ ທີ່ຢັ້ງຢືນ
 ຈຳນວນ 4 ໃບ 
ໃບປະກາດດ້ານວິຊາການ ການກະ ທຳ ທີ່ຢັ້ງຢືນ
 ລວມທັງປະຫວັດຫຍໍ້ຂອງວິສາວະກອນ ພ້ອມສັນຍາຜູກພັນລະຫວ່າງວິຊາການ ແລະ ບໍລິສັດ ແລະ ໃບຢັ້ງຢືນທີ່ຢູ່ 
ໃບຢັ້ງຢືນຜົນງານໃນໄລຍະຜ່ານມາຂອງວິສະວະກອນ ຫຼື ວິສາຫະກິດ. ການກະ ທຳ ທີ່ຢັ້ງຢືນ
  
ໃບອະນຸຍາດລົງທຶນ ການກະ ທຳ ທີ່ຢັ້ງຢືນ
 ສຳລັບຄົນຕ່າງປະເທດ 
ໃບຢັ້ງຢືນຖານະການເງິນ ການກະ ທຳ ທີ່ຢັ້ງຢືນ
 ຈາກທະນາຄານ 
ສະຫຼຸບຊັບສິນ-ໜີ້ສິນ ການກະ ທຳ ທີ່ຢັ້ງຢືນ
 ຖ້າມີ 
ບັນຊີລູກໜີ້ ການກະ ທຳ ທີ່ຢັ້ງຢືນ
  
ໃບມອບສິດໃຫ້ຜູ້ຕາງໜ້າເປັນຜູ້ຮັບຜິດຊອບໃນການຂໍອະນຸຍາດດຳເນີນທຸລະກິດ ການກະ ທຳ ທີ່ຢັ້ງຢືນ
 ໃນກໍລະນີຫົວໜ້າບໍລິສັດບໍ່ໄດ້ມາພົວພັນເອງ 
ສັນຍາສ້າງຕັ້ງວິສາຫະກິດ ການກະ ທຳ ທີ່ຢັ້ງຢືນ
 ສຳລັບລັດວິສາຫະກິດປະສົມ ແລະ ບໍລິສັດ 
ຊີວະປະຫວັດ ການກະ ທຳ ທີ່ຢັ້ງຢືນ
 ຂອງຫົວໜ້າບໍລິສັດ 
ບັນຊີຊັບສົມບັດຄົງທີ່ ການກະ ທຳ ທີ່ຢັ້ງຢືນ
 ລວມທັງອຸປະກອນເຄື່ອງມື, ພ້ອມດ້ວຍການຢັ້ງຢືນກຳມະສິດຈາກອົງການທີ່ກ່ຽວຂ້ອງ ແລະ ພະແນກໂຍທາທິການ ແລະ ຂົນສົ່ງ 
ບັນຊີລາຍຊື່ພະນັກງານ ການກະ ທຳ ທີ່ຢັ້ງຢືນ
 ແລະ ໂຄງຮ່າງການຈັດຕັ້ງຂອງບໍລິສັດ 

ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ
ຊື່ ປະເພດ ໝາຍເຫດ
ກົດລະບຽບວິສາຫະກິດ ການກະ ທຳ ທີ່ຢັ້ງຢືນ
  
ໃບທະບຽນອາກອນພາຍໃນທີ່ໃກ້ຈະໝົດອາຍຸ ການກະ ທຳ ທີ່ຢັ້ງຢືນ
  
ໃບທະບຽນວິສາຫະກິດ ການກະ ທຳ ທີ່ຢັ້ງຢືນ
  
ບົດວິພາກເສດຖະກິດ ການກະ ທຳ ທີ່ຢັ້ງຢືນ
  
ຮູບ 3x4 ການກະ ທຳ ທີ່ຢັ້ງຢືນ
 ຈຳນວນ 4 ໃບ 
ໃບປະກາດດ້ານວິຊາການ ການກະ ທຳ ທີ່ຢັ້ງຢືນ
 ລວມທັງປະຫວັດຫຍໍ້ຂອງວິສາວະກອນ ພ້ອມສັນຍາຜູກພັນລະຫວ່າງວິຊາການ ແລະ ບໍລິສັດ ແລະ ໃບຢັ້ງຢືນທີ່ຢູ່ 
ໃບຄຳຮ້ອງຂໍຕໍ່ອາຍຸ ການກະ ທຳ ທີ່ຢັ້ງຢືນ
 ສົ່ງຫາພະແນກກະສິກຳ ແລະ ປ່າໄມ້ ແຂວງ ແລະ ນະຄອນຫຼວງວຽງຈັນ 
ໃບອະນຸຍາດເຄື່ອນໄຫວວິສາຫະກິດຂະແໜງຊົນລະປະທານທີ່ໃກ້ຈະໝົດອາຍຸ. ການກະ ທຳ ທີ່ຢັ້ງຢືນ
  
ໃບສະຫຼຸບຜົນງານໃນໜື່ງປີຜ່ານມາ ການກະ ທຳ ທີ່ຢັ້ງຢືນ
 ພ້ອມໃຫ້ມີການຢັ້ງຢືນຈາກຂະແໜງ ຫຼື ເຈົ້າຂອງໂຄງການຄັກແນ່ 
ໃບຢັ້ງຢືນກວດກາຄຸນະພາບການກໍ່ສ້າງ ການກະ ທຳ ທີ່ຢັ້ງຢືນ
 ພ້ອມໃຫ້ມີການຢັ້ງຢືນຈາກຂະແໜງການ ຫຼື ເຈົ້າຂອງໂຄງການ 
ໃບດຸ່ນດ່ຽງລາຍຮັບ-ລາຍຈ່າຍປະຈຳປີ ການກະ ທຳ ທີ່ຢັ້ງຢືນ
  
ຊີວະປະຫວັດ ການກະ ທຳ ທີ່ຢັ້ງຢືນ
 ຂອງຫົວໜ້າບໍລິສັດ 
ບັນຊີຊັບສົມບັດຄົງທີ່ ການກະ ທຳ ທີ່ຢັ້ງຢືນ
 ພາຫະນະກົນຈັກ, ອຸປະກອນ ແລະ ເຄື່ອງມືຕ່າງໆຂອງບໍລິສັດ (ຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງ), ສຳເນົາໃບທະບຽນລົດ, ຖ່າຍຮູບພາບກົນຈັກໜັກ ແລະ ເຄື່ອງມືຮັບໃຊ້ 
ບັນຊີລາຍຊື່ພະນັກງານ ການກະ ທຳ ທີ່ຢັ້ງຢືນ
 ແລະ ໂຄງຮ່າງການຈັດຕັ້ງຂອງບໍລິສັດ 
 
ຮູບແບບການຍື່ນເອກະສານ
ການຍື່ນເອກະສານ ຢູ່ທີ່ຫ້ອງການເຈົ້າຫນ້າທີ່
ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ ພະແນກກະສິກຳ ແລະ ປ່າໄມ້, ນະຄອນຫລວງວຽງຈັນ
ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) 14 ພາຍຫຼັງທີ່ຜູ້ສະເໜີຍື່ນຄຳຮ້ອງ, ຂະແໜງຊົນລະປະທານຈະເປັນຜູ້ກວດກາເອກະສານ, ລົງກວດກາສະຖານທີ່ ແລະ ປະກອບຄຳເຫັນທາງດ້ານວິຊາການພາຍໃນເວລາ 7 ວັນລັດຖະການ. ຈາກນັ້ນ, ຂະແໜງຊົນລະປະທານຈະສົ່ງເອກະສານ ພ້ອມທັງຄຳເຫັນທາງດ້ານວິຊາການຂຶ້ນຫາຂະແໜງແຜນການ ແລະ ການເງິນ ເພື່ອອອກໃບອະນຸຍາດດຳເນີນທຸລະກິດ.
 
ການຕໍ່ອາຍຸເອກະສານ
ເອກະສານມີກຳນົດອາຍຸ ຫຼື ບໍ່? ບໍ່ມີ
ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? 12
ມີຂັ້ນຕອນແລະເງື່ອນໄຂແນວໃດເພື່ອໃຫ້ໄດ້ຮູບແບບ?
ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ ເອກະສານມີກຳນົດນຳໃຊ້ນັບຕັ້ງແຕ່ວັນທີ 1 ມັງກອນຂອງທຸກໆປີ ແລະ ໝົດອາຍຸນຳໃຊ້ໃບທະບຽນທຸລະກິດຮອດວັນທີ 31 ທັນວາ. (ອີງຕາມ ແຈ້ງການເລື່ອງການຂໍໃບອະນຸຍາດ ແລະ ຂໍຕໍ່ໃບອະນຸຍາດດຳເນີນທຸລະກິດຂະແໜງກໍ່ສ້າງ ແລະ ສ້ອມແປງ, ໃຫ້ຄຳປຶກສາທາງດ້ານການຄຸ້ມງານກໍ່ສ້າງ, ສຶກສາ, ສຳຫຼວດ-ອອກແບບຊົນລະປະທານ, ເລກທີ 0125/ຊປທ, ລົງວັນທີ 15-01-2020 ບໍລິສັດຈະຕ້ອງມາຕໍ່ໃບອະນຸຍາດດຳເນີນກິດຈະການຊ້າສຸດແມ່ນບໍ່ໃຫ້ກາຍເດືອນ 3 ຂອງທຸກໆປີ.
 
ຄ່າທຳນຽມສຳລັບການຍື່ນຂໍເອກະສານ
ມີຄ່າໃຊ້ຈ່າຍ ຫຼື ບໍ່ ຄ່າບໍລິການ ຄ່າທຳນຽມທາງວິຊາການ ຄ່າໃບຄຳຮ້ອງ ຄ່າໃຊ້ຈ່າຍທັງໝົດ
ມີ 0.00 50000.00 0.00 50000.00
ຄຳເຫັນ
ສຳລັບຄ່າທຳນຽມຂໍອອກອະນຸຍາດດຳເນີນທຸລະກິດ ອີງຕາມລັດຖະບັນຍັດຂອງປະທານປະເທດ ເລກທີ 003/ປປທ, ລົງວັນທີ່ 26/12/2012 ຄື:

1. ມູນຄ່າແຕ່ 500.000.000 ກີບລົງມາ, ຄ່າທຳນຽມ 300.000 ກີບ
2. ມູນຄ່າຫຼາຍກວ່າ 500.000.000 – 1.000.000.000 ກີບ, ຄ່າທຳນຽມ 400.000 ກີບ
3. ມູນຄ່າຫຼາຍກວ່າ 1.000.000.000 ກີບ, ຄ່າທຳນຽມ 500.000 ກີບ
 
ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ
ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? ຄ່າບໍລິການ ຄ່າທຳນຽມທາງວິຊາການ ຄ່າໃບຄຳຮ້ອງ ຄ່າໃຊ້ຈ່າຍທັງໝົດ
ມີ 0.00 50000.00 0.00 50000.00
ຄຳເຫັນ
ສຳລັບຄ່າທຳນຽມຂໍອອກອະນຸຍາດດຳເນີນທຸລະກິດ ອີງຕາມລັດຖະບັນຍັດຂອງປະທານປະເທດ ເລກທີ 003/ປປທ, ລົງວັນທີ່ 26/12/2012 ຄື:

1. ມູນຄ່າແຕ່ 500.000.000 ກີບລົງມາ, ຄ່າທຳນຽມ 300.000 ກີບ
2. ມູນຄ່າຫຼາຍກວ່າ 500.000.000 – 1.000.000.000 ກີບ, ຄ່າທຳນຽມ 400.000 ກີບ
3. ມູນຄ່າຫຼາຍກວ່າ 1.000.000.000 ກີບ, ຄ່າທຳນຽມ 500.000 ກີບ
     
 

ຄູ່ຮ່ວມມື

         
up
reset WAY cursor WAY contrast WAY Font size WAY Black and White WAY Links WAY