ໃບອະນຸຍາດນຳເຂົ້າ ແລະ ສົ່ງອອກ ອຸປະກອນສື່ສານຜ່ານດາວທຽມ (ຍົກເວັ້ນ DTH)
Import - Export License of Satellite Communications Equipment (Except DTH)
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ອື່ນໆ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 14.10.2020 | |
| ພາກສ່ວນຮັບຜິດຊອບ | ກົມຄື້ນຄວາມຖີ່1
                                                         | 
                                                |
| LSIC | J - ຂໍ້ມູນຂ່າວສານ ແລະ ການຕິດຕໍ່ສື່ສານ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ | 
                                                        ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງນຳເຂົ້າອຸປະກອນສື່ສານຜ່ານດາວທຽມທຸກຊະນິດ ຕ້ອງໄດ້ຮັບອະນຸຍາດຈາກກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຍົກເວັ້ນອຸປະກອນຮັບສັນຍານໂທລະພາບຜ່ານດາວທຽມ (DTH) ຊື່ງຕ້ອງໄດ້ຮັບອະນຸຍາດຈາກກະຊວງຖະແຫຼງຂ່າວ ວັດທະນາທຳ ແລະ ທ່ອງທ່ຽວ  | 
                                                |
| ເງື່ອນໄຂໃນການຂໍເອກະສານ | 
                                                        ຜູ້ດຳເນີນທຸລະກິດນຳເຂົ້າທີ່ຕ້ອງການຂໍໃບຢັ້ງຢືນການນຳເຂົ້າອຸປະກອນໄອຊີທີຕ້ອງມີເງື່ອນ ໄຂດັ່ງນີ້: 1. ໄດ້ຮັບສິດໃນການໃຫ້ບໍລິການສື່ສານຜ່ານດາວທຽມ(ສຳລັບດາວທຽມຕ່າງປະເທດ) 2. ມີລາຍລະອຽດກ່ຽວກັບອຸປະກອນຢ່າງຊັດເຈນ 3. ມີແຜນການນຳເຂົ້າ, ໃບແຈ້ງລາຄາ, ໃບຫຸ້ມຫໍ່ສິນຄ້າ, ຈຳນວນ, ລາຄາ, ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ, ໃບຢັ້ງຢືນມາດຕະຖານຈາກໂຮງງານ, ສະຖານທີ່ປາຍທາງ ແລະ ວັນທີຢ່າງຊັດເຈນ 4. ກໍລະນີເປັນອຸປະກອນທີ່ຕ້ອງການກວດກາທາງດ້ານເຕັກນິກ ຕ້ອງມີລາຍລະອຽດຈະແຈ້ງ ແລະ/ຫຼື ອຸປະກອນຕົວຈິງ ເພື່ອນຳມາກວດກາມາດຕະຖານອຸປະກອນ ຕາມທີ່ກຳນົດໄວ້ໃນມາດຕາ 12 ຂອງຂໍ້ຕົກລົງ 5. ປະກອບເອກະສານຕາມທີ່ກຳນົດໃນເອກະສານຊ້ອນທ້າຍຢ່າງຄົບຖ້ວນ ແລະ ຖືກຕ້ອງ  | 
                                                |
| ຄໍາເຫັນເພີ່ມເຕີມ | 
                                                        ການນຳເຂົ້າ-ສົ່ງອອກ ອຸປະກອນການສື່ສານຜ່ານດາວທຽມແມ່ນມີຫຼາຍປະເພດ ສະນັ້ນ, ການອອກໃບອະນຸຍາດແຕ່ລະປະເພດ ແມ່ນ ຕ້ອງສະໜອງຂໍ້ມູນທາງດ້ານເຕັກນິກທີ່ແຕກຕ່າງກັນ  | 
                                                |
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຄຳຮ້ອງ | ||||
| ໃບສະເໜີ | ຈາກບໍລິສັດ  | 
                                                            |||
| ໃບອະນຸຍາດດຳເນີນທຸລະກິດນຳເຂົ້າອຸປະກອນໄອຊີທີ | ||||
| ລາຍລະອຽດກ່ຽວກັບອຸປະກອນ ຫຼື ອຸປະກອນຕົວຈິງໃນການກວດກາ | ||||
| ໃບແຈ້ງລາຄາ | ແລະ ໃບຫຸ້ມຫໍ່  | 
                                                            |||
| ແຜນການນຳເຂົ້າ | ຖ້າມີ  | 
                                                            |||
| ໃບຢັ້ງຢືນມາດຕະຖານການຜະລິດຂອງປະເທດຕົ້ນທາງ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມຄື່ນຄວາມຖີ່, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 15 | ອົງການຄຸ້ມຄອງ ແລະ ກວດກາຈະພິຈາລະນາອອກໃບຢັ້ງຢືນການນຳເຂົ້າອຸປະກອນໄອຊີທີ ໃນໄລຍະສີບຫ້າວັນລັດຖະການ ນັບແຕ່ວັນທີ່ໄດ້ຮັບເອກະສານຄົບຖ້ວນສົມບູນ, ຍົກເວັ້ນອຸປະກອນໄອຊີທີທີ່ບໍ່ເຄີຍໄດ້ຮັບການຢັ້ງຢືນມາກ່ອນ ແລະ ມີລັກສະນະເຕັກນິກສູງ | 
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 3 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ໃບຢັ້ງຢືນການນຳເຂົ້າ ສາມາດນຳໃຊ້ໄດ້ຕາມຂອບເຂດທີ່ກຳນົດໄວ້ໃນໃບຢັ້ງຢືນ ແລະ ມີອາຍຸການນຳໃຊ້ເກົ້າສິບວັນ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ໃບນຳເຂົ້າ-ສົ່ງອອກ ອຸປະກອນການສື່ສານຜ່ານດາວທຽມ ສາມາດຂໍຕໍ່ອາຍຸໃບອະນຸຍາດ ຊຶ່ງຕອ້ງຢື່ນຄຳຮ້ອງ ແລະ ເອກະສານ ປະກອບ 60 ວັນກ່ອນວັນໝົດອາຍຸນຳໃຊ້. ໂດຍປະຕິບັດຕາມເງື່ອນໄຂທີ່ໄດ້ກຳນົດໄວ້ໃນໃບອະນຸຍາດ, ປະຕິບັດພັນທະ, ເສຍຄ່າທຳນຽມ ແລະ ຄ່າບໍລິການຢ່າງຄົບຖ້ວນ. | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 100000.00 | 50000.00 | 0.00 | 150000.00 | 
| ຄຳເຫັນ | 
                                                        ອີງຕາມລັດຖະບັນຍັດປະທານປະເທດ ເລກທີ 003/ປທ  | 
                                                |||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 100000.00 | 50000.00 | 0.00 | 150000.00 | 
| ຄຳເຫັນ | 
                                                        ອີງຕາມລັດຖະບັນຍັດປະທານປະເທດ ເລກທີ 003/ປທ  | 
                                                |||





