ໃບຮັບຮອງມາດຕະຖານເຕັກນິກອຸປະກອນສື່ສານຜ່ານດາວທຽມ
Certificate of Technical Standards for Satellite Communications Equipment
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ອື່ນໆ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 14.10.2020 | |
| ພາກສ່ວນຮັບຜິດຊອບ | ກົມຄື້ນຄວາມຖີ່1
|
|
| LSIC | J - ຂໍ້ມູນຂ່າວສານ ແລະ ການຕິດຕໍ່ສື່ສານ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງນຳເຂົ້າອຸປະກອນສື່ສານຜ່ານດາວທຽມທຸກຊະນິດ ຕ້ອງໄດ້ຮັບອະນຸຍາດຈາກກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ຍົກເວັ້ນອຸປະກອນຮັບສັນຍານໂທລະພາບຜ່ານດາວທຽມ (DTH) |
|
| ເງື່ອນໄຂໃນການຂໍເອກະສານ |
1. ມີທະບຽນວິສາຫະກິດ ສຳລັບຜູ້ທີ່ມີຈຸດປະສົງນຳໃຊ້ຄື້ນຄວາມຖີ່ວິທະຍຸສື່ສານເພື່ອດຳເນີນທຸລະກິດໃດໜຶ່ງ; 2.ມີຖານະທາງດ້ານການເງິນທີ່ໝັ້ນຄົງ, 3.ມີແຜນດຳເນີນກິດຈະການຂອງຕົນ; 4.ເງື່ອນໄຂອື່ນຕາມແຕ່ລະປະເພດການສື່ສານ; 5.ມີບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດຕາມປະເພດທຸລະກິດ; 6.ໄດ້ຮັບສິດໃນການໃຫ້ບໍລິການສື່ສານຜ່ານດາວທຽມ(ສຳລັບດາວທຽມຕ່າງປະເທດ) |
|
| ຄໍາເຫັນເພີ່ມເຕີມ |
ການດຳເນີນທຸລະກິດກ່ຽວກັບການສື່ສານຜ່ານດາວທຽມແມ່ນມີຫຼາຍປະເພດ ສະນັ້ນ, ການອອກໃບອະນຸຍາດແຕ່ລະປະເພດ ແມ່ນ ຕ້ອງສະໜອງຂໍ້ມູນທາງດ້ານເຕັກນິກທີ່ແຕກຕ່າງກັນ |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບສະເໜີ | ຂໍການຮັບຮອງມາດຕະຖານເຕັກນິກ |
|||
| ເອກະສານທາງດ້ານເຕັກນິກ | ຂອງອຸປະກອນເຊິ່ງປະກອບມີຂໍ້ມູນຊື່ອຸປະກອນ, ລຸ້ນ, ໂຮງງານຜະລິດ ແລະ ຂໍ້ມູນທາງດ້ານເຕັກນິກອື່ນ |
|||
| ຜົນການກວດກາມາດຕະຖານເຕັກນິກ | ອາຍຸບໍ່ເກີນ 2 ປີ ຈາກຫ້ອງກວດກາທີ່ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານກຳນົດ |
|||
| ສຳເນົາບັດປະຈຳຕົວ | ||||
| ໜັງສືຜ່ານແດນ | ສຳລັບຄົນຕ່າງປະເທດ |
|||
| ສຳເນົາໃບທະບຽນວິສາຫະກິດ | ||||
| ສຳເນົາໃບທະບຽນອາກອນ | ||||
| ໃບອະນຸຍາດດຳເນີນທຸລະກິດ | ສຳເນົາ |
|||
| ເອກະສານອື່ນໆທີ່ກ່ຽວຂ້ອງ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມຄື່ນຄວາມຖີ່, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 15 | ກະຊວງໄປສະນິ, ໂທລະຄົມມະນາຄົມ ແລະ ການສື່ສານ ພິຈາລະນາ ແລະ ອອກໃບຮັບຮອງທາດຕະຖານເຕັກນິກ ພາຍໃນເວລາບໍ່ເກີນ 15 ວັນນັບແຕ່ມື້ໄດ້ຮັບເອກະສານສະເໜີ. ໃນກໍລະນີບໍ່ສາມາດອອກໃບຮັບຮອງໄດ້ພາຍໃນເວລາທີ່ກຳນົດ, ກະຊວງຈະແຈ້ງເຖິງຜູ້ສະເໜີກ່ຽວກັບເຫດປົນ ແລະ ເວລາທີ່ສາມາດອອກໃບຮັບຮອງໄດ້ພາຍໃນເວລາ 15 ວັນນັບແຕ່ມື້ໄດ້ຮັບເອກະສານ |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 12 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ຖ້າໃບຮັບຮອງໝົດອາຍຸ ຜູ້ຖືໃບຮັບຮອງຕ້ອງດຳເນີນການກວດກາ ແລະ ຢັ້ງຢືນມາດຕະຖານເຕັກນິກຄືນໃໝ່ ພາຍໃນກຳນົດເວລາ 30 ວັນ. | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 100000.00 | 100000.00 | 0.00 | 200000.00 |
| ຄຳເຫັນ |
ອີງຕາມລັດຖະບັນຍັດປະທານປະເທດ ເລກທີ 003/ປປທ |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 100000.00 | 50000.00 | 0.00 | 150000.00 |
| ຄຳເຫັນ |
ອີງຕາມລັດຖະບັນຍັດປະທານປະເທດ ເລກທີ 003/ປປທ |
|||





