ດາວໂຫຼດຂໍ້ມູນ

ໃບອະນຸຍາດ ຕິດຕັ້ງສະຖານີການສື່ສານຜ່ານດາວທຽມພາກພື້ນດິນ

License for Land Satellite Station Installation

ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ
ຊື່ຂອງແບບຟອມ ໃບອະນຸຍາດ ຕິດຕັ້ງສະຖານີການສື່ສານຜ່ານດາວທຽມພາກພື້ນດິນ
ປະເພດເອກະສານ ອື່ນໆ
ວັນທີແກ້ໄຂຂໍ້ມູນລ່າສຸດ 14.10.2020
ພາກສ່ວນຮັບຜິດຊອບ ກົມຄື້ນຄວາມຖີ່1
LSIC J - ຂໍ້ມູນຂ່າວສານ ແລະ ການຕິດຕໍ່ສື່ສານ
ຜູ້ທີ່ສາມາດຍື່ນຂໍເອກະສານ
ນິຕິບຸກຄົນ ຫຼື ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງ ຕິດຕັ້ງສະຖານີສື່ສານຜ່ານດາວທຽມພາກພື້ນດິນ ທຸກຊະນິດ ຕ້ອງໄດ້ຮັບອະນຸຍາດຈາກ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ຍົກເວັ້ນອຸປະກອນຮັບສັນຍານໂທລະພາບຜ່ານດາວທຽມ DTH)
ເງື່ອນໄຂໃນການຂໍເອກະສານ
1. ມີທະບຽນວິສາຫະກິດ ສຳລັບຜູ້ທີ່ມີຈຸດປະສົງນຳໃຊ້ຄື້ນຄວາມຖີ່ວິທະຍຸສື່ສານເພື່ອດຳເນີນທຸລະກິດໃດນື່ງ; 
2.ມີຖານະການເງິນທີ່ໜັ້ນຄົງ; 
3. ການນຳໃຊ້ນັ້ນແມ່ນສອດຄ່ອງກັບນະໂຍບາຍ, ແຜນຍຸດທະສາດ ແລະ ແຜນຜັງແຫ່ງຊາດ ກ່ຽວກັບຄື້ນຄວາມຖີ່ວິທະຍຸສື່ສານ; 
4. ມີແຜນນຳໃຊ້, ພັດທະນາ ແລະ ແຜນການດຳເນີນກິດຈະການຂອງຕົນ; 
5. ຮັບປະກັນມາດຕະຖານເຕັກນິກ; 
6. ໄດ້ຮັບສິດໃນການໃຫ້ບໍລິການສື່ສານຜ່ານດາວທຽມສຳລັບດາວທຽມຕ່າງປະເທດ; 
7.ເງື່ອນໄຂອື່ນຕາມແຕ່ລະປະເພດສື່ສານ
ຄໍາເຫັນເພີ່ມເຕີມ
ການດຳເນີນທຸລະກິດກ່ຽວກັບການສື່ສານຜ່ານດາວທຽມແມ່ນມີຫຼາຍປະເພດ ສະນັ້ນ, ການອອກໃບອະນຸຍາດແຕ່ລະປະເພດ ແມ່ນ ຕ້ອງສະໜອງຂໍ້ມູນທາງດ້ານເຕັກນິກທີ່ແຕກຕ່າງກັນ

ກົດໝາຍ ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງ
ຊື່ ເລກທີ ລົງວັນທີ ໝາຍເຫດ
ດຳລັດວ່າດ້ວຍການສື່ສານຜ່ານດາວທຽມ 471/ລບ 27.12.2019 ພາກທີ IV ທຸລະກິດກ່ຽວກັບການສື່ສານຜ່ານດາວທຽມ ມາດຕາ 40-45

ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງ​ທໍາ​ອິດ
ຊື່ ປະເພດ ໝາຍເຫດ
ໃບຄຳຮ້ອງ ການກະ ທຳ ທີ່ຢັ້ງຢືນ
 ຕາມແບບພິມຂອງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານໄດ້ກຳນົດໄວ້ 
ແຜນພັດທະນາເຄືອຂ່າຍ ແລະ ແຜນການດໍາເນີນກິດຈະການຂອງຕົນ ການກະ ທຳ ທີ່ຢັ້ງຢືນ
 ສຳລັບຜູ້ດຳເນີນທຸລະກິດ 
ບົດວິພາກເສດຖະກິດເຕັກນິກ ການກະ ທຳ ທີ່ຢັ້ງຢືນ
 ກຳນົດຂໍ້ມູນຊັດເຈນກ່ຽວກັບດາວທຽມທີ່ນຳໃຊ້ 
ສັນຍາຮ່ວມທຶນ ການກະ ທຳ ທີ່ຢັ້ງຢືນ
  
ສຳເນົາໃບທະບຽນວິສາຫະກິດ ການກະ ທຳ ທີ່ຢັ້ງຢືນ
 ຫຼື ໃບອະນຸບຍາດສ້າງຕັ້ງ 
ເອກະສານອື່ນໆທີ່ກ່ຽວຂ້ອງ ການກະ ທຳ ທີ່ຢັ້ງຢືນ
  

ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ
ຊື່ ປະເພດ ໝາຍເຫດ
 
ຮູບແບບການຍື່ນເອກະສານ
ການຍື່ນເອກະສານ ຢູ່ທີ່ຫ້ອງການເຈົ້າຫນ້າທີ່
ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ ກົມຄື່ນຄວາມຖີ່, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ
ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) 15
 
ການຕໍ່ອາຍຸເອກະສານ
ເອກະສານມີກຳນົດອາຍຸ ຫຼື ບໍ່? ບໍ່ມີ
ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? 12
ມີຂັ້ນຕອນແລະເງື່ອນໄຂແນວໃດເພື່ອໃຫ້ໄດ້ຮູບແບບ?
ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ ຜູ້ດຳເນີນກິດຈະການການສື່ສານຜ່ານດາວທຽມ ສາມາດຂໍຕໍ່ອາຍຸໃບອະນຸຍາດ ຊຶ່ງຕອ້ງຢື່ນຄຳຮອ້ງ ແລະ ເອກະສານ ປະກອບ 60 ວັນກ່ອນວັນໝົດອາຍຸນຳໃຊ້. ການຂໍຕໍ່ອາຍຸດັ່ງກ່າວຈະໄດ້ຮັບການພິຈາລະນາ ກໍຕໍ່ເມື່ອຜູ້ນຳໃຊ້ ປະຕິບັດຕາມເງື່ອນໄຂທີ່ໄດ້ກຳນົດໄວ້ໃນໃບອະນຸຍາດ, ປະຕິບັດພັນທະ, ເສຍຄ່າທຳນຽມ ແລະ ຄ່າບໍລິການຢ່າງຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ
 
ຄ່າທຳນຽມສຳລັບການຍື່ນຂໍເອກະສານ
ມີຄ່າໃຊ້ຈ່າຍ ຫຼື ບໍ່ ຄ່າບໍລິການ ຄ່າທຳນຽມທາງວິຊາການ ຄ່າໃບຄຳຮ້ອງ ຄ່າໃຊ້ຈ່າຍທັງໝົດ
ມີ 100000.00 100000.00 0.00 200000.00
ຄຳເຫັນ
ອີງຕາມລັດຖະບັນຍັດປະທານປະເທດ ເລກທີ 003/ປປທ
 
ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ
ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? ຄ່າບໍລິການ ຄ່າທຳນຽມທາງວິຊາການ ຄ່າໃບຄຳຮ້ອງ ຄ່າໃຊ້ຈ່າຍທັງໝົດ
ມີ 100000.00 50000.00 0.00 150000.00
ຄຳເຫັນ
ອີງຕາມລັດຖະບັນຍັດປະທານປະເທດ ເລກທີ 003/ປປທ
     
 

ຄູ່ຮ່ວມມື

         
up
reset WAY cursor WAY contrast WAY Font size WAY Black and White WAY Links WAY