ໃບອະນຸຍາດດຳເນີນທຸລະກິດ ການສື່ສານຜ່ານດາວທຽມ
License to Operate Satellite Communications Business
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 14.10.2020 | |
| ພາກສ່ວນຮັບຜິດຊອບ | ກົມຄື້ນຄວາມຖີ່1
                                                         | 
                                                |
| LSIC | ||
| ຜູ້ທີ່ສາມາດຍື່ນຂໍເອກະສານ | 
                                                        ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງດຳເນີນທຸລະກິດ ກ່ຽວກັບການສື່ສານຜ່ານດາວທຽມ ເຊັ່ນ: ການບໍລິການໃຫ້ເຊົ່າຊ່ອງສັນຍານການສື່ສານຜ່ານດາວທຽມ, ການບໍລິການການສື່ສານຜ່ານດາວທຽມລະບົບ VSAT, ການໃຫ້ບໍລິການຮັບ ແລະ ສົ່ງຂໍ້ມູນຜ່ານສະຖານີດາວທຽມພາກພື້ນດິນ, ການນຳເຂົ້າ, ຈຳໜ່າຍ, ຕິດຕັ້ງ, ຜະລິດ ແລະ ສົ່ງອອກ ອຸປະກອນສື່ສານຜ່ານດາວທຽມ ແລະ ທຸລະກິດສື່ສານຜ່ານດາວທຽມອື່ນ ຕອ້ງໄດ້ຮັບອະນຸຍາດຈາກກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ຍົກເວັ້ນ ລະບົບໂທລະພາບຜ່ານດາວທຽມ DTH)  | 
                                                |
| ເງື່ອນໄຂໃນການຂໍເອກະສານ | 
                                                        - ມີທະບຽນວິສາຫະກິດ ສຳລັບຜູ້ທີ່ມີຈຸດປະສົງນຳໃຊ້ຄື້ນຄວາມຖີ່ວິທະຍຸສື່ສານເພື່ອດຳເນີນທຸລະກິດໃດໜຶ່ງ; ມີຖານະທາງດ້ານການເງິນທີ່ໝັ້ນຄົງ, ມີແຜນດຳເນີນກິດຈະການຂອງຕົນ; - ເງື່ອນໄຂອື່ນຕາມແຕ່ລະປະເພດການສື່ສານ; ມີບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດຕາມປະເພດທຸລະກິດ; ໄດຮັບສິດໃນການໃຫ້ບໍລິການສື່ສານຜ່ານດາວທຽມ(ສຳລັບດາວທຽມຕ່າງປະເທດ), - ມີສຳນັກງານ, ມີການບໍລິການຫຼັງການຂາຍໃຫ້ລູກຄ້າ  | 
                                                |
| ຄໍາເຫັນເພີ່ມເຕີມ | 
                                                        ການດຳເນີນທຸລະກິດ ກ່ຽວກັບ ການສື່ສານຜ່ານດາວທຽມແມ່ນມີຫລາຍປະເພດ ສະນັ້ນ, ການອອກໃບອະນຸຍາດ ແຕ່ລະປະເພດ ແມ່ນຕ້ອງສະໜອງຂໍ້ມູນທາງດ້ານເຕັກນິກທີ່ແຕກຕ່າງກັນ. ປະເພດຂອງທຸລະກິດກ່ຽວກັບການສື່ສານຜ່ານດາວທຽມປະກອບມີ: 1. ການບໍລິການໃຫ້ເຊົ່າຊ່ອງສັນຍານການສື່ສານຜ່ານດາວທຽມ 2. ການບໍລິການການສື່ສານຜ່ານດາວທຽມລະບົບ VSAT 3. ການໃຫ້ບໍລິການຮັບ ແລະ ສົ່ງຂໍ້ມູນຜ່ານສະຖານີດາວທຽມພາກພື້ນດິນ 4. ການນຳເຂົ້າ, ຈຳໜ່າຍ, ຕິດຕັ້ງ, ຜະລິດ ແລະ ສົ່ງອອກ ອຸປະກອນສື່ສານຜ່່ານດາວທຽມ 5. ທຸລະກິດສື່ສານຜ່ານດາວທຽມອື່ນ  | 
                                                |
| ກົດໝາຍ ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງ | ||||
|---|---|---|---|---|
| ຊື່ | ເລກທີ | ລົງວັນທີ | ໝາຍເຫດ | |
| ດຳລັດວ່າດ້ວຍການສື່ສານຜ່ານດາວທຽມ | 471/ລບ | 27.12.2019 | ພາກທີ IV ທຸລະກິດກ່ຽວກັບການສື່ສານຜ່ານດາວທຽມ ມາດຕາ 40 ເຖິງ 45 | |
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ແຜນພັດທະນາເຄືອຂ່າຍ ແລະ ແຜນການດໍາເນີນກິດຈະການຂອງຕົນ | ||||
| ບົດວິພາກເສດຖະກິດເຕັກນິກ | ||||
| ໃບທະບຽນວິສາຫະກິດ | ||||
| ໃບຢັ້ງຢືນການມອບພັນທະອາກອນປະຈຳປີ | ||||
| ໃບຄຳຮ້ອງ | ||||
| ເອກະສານອື່ນໆທີ່ກ່ຽວຂ້ອງ | ||||
| ໃບອະນຸຍາດສິດໃນການໃຫ້ບໍລິການສຳລັບດາວທຽມຕ່າງປະເທດ | ສຳລັບດາວທຽມຕ່າງປະເທດ  | 
                                                            |||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ||
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມຄື່ນຄວາມຖີ່, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 15 | - ມີທະບຽນວິສາຫະກິດ ສຳລັບຜູ້ທີ່ມີຈຸດປະສົງນຳໃຊ້ຄື້ນຄວາມຖີ່ວິທະຍຸສື່ສານເພື່ອດຳເນີນທຸລະກິດໃດໜຶ່ງ; ມີຖານະທາງດ້ານການເງິນທີ່ໝັ້ນຄົງ, ມີແຜນດຳເນີນກິດຈະການຂອງຕົນ; - ເງື່ອນໄຂອື່ນຕາມແຕ່ລະປະເພດການສື່ສານ; ມີບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດຕາມປະເພດທຸລະກິດ; ໄດຮັບສິດໃນການໃຫ້ບໍລິການສື່ສານຜ່ານດາວທຽມ(ສຳລັບດາວທຽມຕ່າງປະເທດ), - ມີສຳນັກງານ, ມີການບໍລິການຫຼັງການຂາຍໃຫ້ລູກຄ້າ | 
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 12 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ຜູ້ດຳເນີນກິດຈະການ ກ່ຽວກັບການສື່ສານຜ່ານດາວທຽມ ສາມາດຂໍຕໍ່ອາຍຸໃບອະນຸຍາດ ຊຶ່ງຕອ້ງຢື່ນຄຳຮອ້ງ ແລະ ເອກະສານ ປະກອບ 60 ວັນກ່ອນວັນໝົດອາຍຸນຳໃຊ້. ໂດຍປະຕິບັດຕາມເງື່ອນໄຂທີ່ໄດ້ກຳນົດໄວ້ໃນໃບອະນຸຍາດ, ປະຕິບັດພັນທະ, ເສຍຄ່າທຳນຽມ ແລະ ຄ່າບໍລິການຢ່າງຄົບຖ້ວນ. | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 0.00 | 200000.00 | 0.00 | 200000.00 | 
| ຄຳເຫັນ | 
                                                        ອີງຕາມລັດຖະບັນຍັດປະທານປະເທດ ເລກທີ 003/ປປທ  | 
                                                |||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 0.00 | 50000.00 | 0.00 | 50000.00 | 
| ຄຳເຫັນ | 
                                                        ອີງຕາມລັດຖະບັນຍັດປະທານປະເທດ ເລກທີ 003/ປປທ  | 
                                                |||





