ໃບອະນຸຍາດດຳເນີນທຸລະກິດຮັກສາຄວາມປອດໄພ
License to Operate a Security Enterprise
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 16.10.2020 | |
| ພາກສ່ວນຮັບຜິດຊອບ | ອົງການຄຸ້ມຄອງວຽກງານວິສາຫະກິດຄວາມປອດໄພ
|
|
| LSIC | O - ການບໍລິຫານລັດ ແລະ ການປ້ອງກັນຊາດ; ການປ້ອງກັນຄວາມສະຫງົບສຸກທາງສັງຄົມ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ບຸກຄົນ ແລະ ນິຕິບຸກຄົນທີ່ຖືສັນຊາດລາວໂດຍກຳເນີດ ທີ່ມີຈຸດປະສົງສ້າງຕັ້ງວິສາຫະກິດຮັກສາຄວາມປອດໄພ ຢູ່ ສປປ ລາວ |
|
| ເງື່ອນໄຂໃນການຂໍເອກະສານ |
- ມີທຶນຈົດທະບຽນຕໍ່າສຸດ ໜຶ່ງພັນລ້ານກີບ ແລະ ໃຫ້ມີບັນຊີເງິນສົດຝາກຢູ່ທະນາຄານ ຫ້າຮ້ອຍລ້ານກີບຂື້ນໄປ; - ຕ້ອງແມ່ນຄົນລາວໂດຍກໍາເນີດ ແລະ ຖືຮຸ້ນຢ່າງໜ້ອຍ ຫ້າສິບເອັດສ່ວນຮ້ອຍ ຂອງທຶນຈົດທະບຽນ ໃນກໍລະນີຮ່ວມທຶນກັບຕ່າງປະເທດ; - ຜູ້ອໍານວຍການໃຫຍ່ ຫຼື ປະທານສະພາບໍລິຫານ ຕ້ອງແມ່ນຄົນສັນຊາດລາວໂດຍກໍາເນີດ; - ຕ້ອງມີສະຖານທີ່ຫ້ອງການ, ຫໍພັກ ໃຫ້ກໍາລັງຮັກສາຄວາມປອດໄພ ແລະ ຖ້າມີສູນຝຶກອົບຮົມ ຕ້ອງມີກໍາລັງຮັກສາຄວາມປອດໄພແຕ່ ສອງຮ້ອຍຄົນ ຂຶ້ນໄປ; - ຕ້ອງມີສູນວິທະຍຸຕິດຕໍ່ສື່ສານ ໂດຍໄດ້ຮັບອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງ; - ຕ້ອງມີພາຫະນະຮັບໃຊ້ ເຊັ່ນ ລົດຂົນສົ່ງກໍາລັງ, ລົດສາຍກວດ ແລະ ອຸປະກອນຊ່ວຍໜູນກໍາລັງຮັກສາຄວາມປອດໄພ. |
|
| ຄໍາເຫັນເພີ່ມເຕີມ |
- ການໃສ່ຊື່ວິສາຫະກິດ ຕ້ອງລົງທ້າຍດ້ວຍຄໍາວ່າ “ຮັກສາຄວາມປອດໄພ” - ວິສາຫະກິດຂອງຕ່າງປະເທດ ສາມາດຖືຮຸ້ນໄດ້ບໍ່ເກີນ 49%. |
|
| ກົດໝາຍ ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງ | ||||
|---|---|---|---|---|
| ຊື່ | ເລກທີ | ລົງວັນທີ | ໝາຍເຫດ | |
| ກົດໝາຍວ່າດ້ວຍ ວຽກງານປ້ອງກັນຄວາມສະຫງົບແຫ່ງຊາດ | 40/ສພຊ | 19.12.2013 | ||
| ດໍາລັດ ວ່າດ້ວຍວິສາຫະກິດຮັກສາຄວາມປອດໄພ | 138/ລບ | 02.03.2020 | ||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຊີວະປະຫວັດ | - ໂດຍຜ່ານການຢັ້ງຢືນຈາກ ປ້ອງກັນຄວາມສະຫງົບກຸ່ມບ້ານ, ຂັ້ນເມືອງ ແລະ ແຂວງ; - ສໍາລັບຄົນຕ່າງປະເທດຕ້ອງໄດ້ຮັບການຢັ້ງຢືນຊີວະປະຫວັດ ຈາກສະຖານທູດ ຫຼື ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງປະເທດນັ້ນ |
|||
| ໃບແຈ້ງໂທດ | - ບໍ່ເກີນ 3 ເດືອນ. - ສຳລັບຄົນຕ່າງປະເທດຕ້ອງມີໃບແຈ້ງໂທດຂອງປະເທດຕົນ |
|||
| ໜັງສືຂໍອະນຸຍາດດໍາເນີນທຸລະກິດຮັກສາຄວາມປອດໄພ | ||||
| ໃບຢັ້ງຢືນຖານະຄວາມໝັ້ນຄົງທາງດ້ານການເງິນ | ||||
| ສຳເນົາບັດປະຈຳຕົວ | 1 ສະບັບ |
|||
| ສຳມະໂນຄົວ | ສຳເນົາ 1 ສະບັບ |
|||
| ໃບປະກາສະນີຍະບັດ | ||||
| ບົດວິພາກເສດຖະກິດ | ||||
| ແຜນທີ່ທີ່ຕັ້ງ | ຂອງສຳນັກງານວິສາຫະກິດ |
|||
| ເອກະສານຢັ້ງຢືນສະແດງຄວາມເປັນເຈົ້າຂອງອາຄານ ຫຼື ສະຖານທີ່ | ຂອງສະຖານທີ່ທີ່ໃຊ້ເປັນສະຖານປະກອບການທຸລະກິດຮັກສາຄວາມປອດໄພ |
|||
| ໃບມອບສິດໃຫ້ນໍາໃຊ້ ຫຼື ສັນຍາເຊົ່າຈາກເຈົ້າຂອງສະຖານທີ່ | ||||
| ຮູບ 4x6 | ຈຳນວນ 3 ໃບ ຖ່າຍບໍ່ເກີນ 3 ເດືອນ |
|||
| ບັນຊີລາຍຊື່, ສໍາເນົາບັດປະຈໍາຕົວຂອງຄະນະກໍາມະການ ຫຼື ຜູ້ຖືຮຸ້ນວິສາຫະກິດຄວາມປອດໄພ | - ປະກອບມາຢ່າງລະ 1 ສະບັບ- ຖ້າເປັນຄົນຕ່າງປະເທດຕ້ອງມີໜັງສືຜ່ານແດນ ແລະ ວິຊາທຸລະກິດ (ປະເພດ NI-B2 ຫຼື I-B2) |
|||
| ສັນຍາຮ່ວມທຸລະກິດ | ກໍລະນີເປັນທຸລະກິດຮຸ້ນສ່ວນ |
|||
| ກົດລະບຽບວິສາຫະກິດ | ຂອງວິສາຫະກິດຮັກສາຄວາມປອດໄພ |
|||
| ໃບຢັ້ງຢືນຖານະການເງິນ | ຈາກທະນາຄານ |
|||
| ໜັງສືສະເໜີ | ເພື່ອຂໍອະນຸຍາດນໍາໃຊ້ ຊື່, ເຄື່ອງແບບ ແລະ ເຄື່ອງໝາຍ ຂອງວິສາຫະກິດຮັກສາຄວາມປອດໄພ |
|||
| ໃບທະບຽນວິສາຫະກິດ | ||||
| ໃບອະນຸຍາດລົງທຶນ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ບັນຊີລາຍຊື່ຂາຮຸ້ນ | ||||
| ໜັງສືສະເໜີຂໍຕໍ່ອາຍຸ | ຈາກວິສາຫະກິດຮັກສາຄວາມປອດໄພ |
|||
| ໃບທະບຽນວິສາຫະກິດ | ||||
| ໃບອະນຸຍາດລົງທຶນ | ||||
| ໃບອະນຸຍາດດຳເນີນທຸລະກິດ | ||||
| ໃບແຈ້ງເສຍອາກອນທຸລະກິດປະຈໍາປີ | ||||
| ໃບແຈ້ງເສຍອາກອນລາຍໄດ້ປະຈໍາປີ | ||||
| ໃບຢັ້ງຢືນເຮັດສັນຍາວ່າຈ້າງກັບລູກຄ້າໃນປະຈຸບັນ | ລວມທັງສາຂາວິສາຫະກິດ |
|||
| ໃບແຈ້ງຈໍານວນພົນກໍາລັງຮັກສາຄວາມປອດໄພໃນປະຈຸບັນ | ລວມທັງສາຂາວິສາຫະກິດ |
|||
| ແຜນດໍາເນີນທຸລະກິດ | ໄລຍະ ສາມປີ ຕໍ່ໜ້າ |
|||
| ບັນຊີລາຍຊື່ສະມາຊິກສະພາບໍລິຫານ, ຄະນະອໍານວຍການ ແລະ ຜູ້ຈັດການ | ||||
| ໃບຢັ້ງຢືນປະກອບເງິນພັນທະເຂົ້າກອງທຶນກໍາລັງຮັກສາຄວາມປອດໄພ | ໃຫ້ກະຊວງປ້ອງກັນຄວາມສະຫງົບ ສູນຈຸດຫ້າສ່ວນຮ້ອຍ |
|||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ||
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 8 | ຖ້າບໍ່ເຫັນດີ ຕ້ອງແຈ້ງໃຫ້ຜູ້ປະກອບການຮັບຊາບເຫດຜົນ ພາຍໃນກໍານົດ 2 ວັນລັດຖະການ |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ບໍ່ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 36 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ||
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 100000.00 | 0.00 | 0.00 | 100000.00 |
| ຄຳເຫັນ |
ອີງຕາມເຈົ້າາໜ້າທີ່ແນະນຳ |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 100000.00 | 0.00 | 0.00 | 100000.00 |
| ຄຳເຫັນ |
ອີງຕາມເຈົ້າາໜ້າທີ່ແນະນຳ |
|||





