ໃບອະນຸຍາດດຳເນີນທຸລະກິດວັດທະນະທຳ (ຜະລິດປ້າຍ, ອອກແບບໂຄສະນາ. ແລະ ຈັດງານ)
Cultural Business Operating License (signage production, advertising design and event organizer)
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 02.11.2020 | |
| ພາກສ່ວນຮັບຜິດຊອບ | ພະແນກຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ນະຄອນຫລວງວຽງຈັນ
|
|
| LSIC | I - ການເຄື່ອນໄຫວກິດຈະກຳໃຫ້ທີ່ພັກເຊົາ ແລະ ອາຫານ, J - ຂໍ້ມູນຂ່າວສານ ແລະ ການຕິດຕໍ່ສື່ສານ, N - ການເຄື່ອນໄຫວບໍລິການສະໜັບສະໜູນ ແລະ ຄຸ້ມຄອງບໍລິຫານ, R - ສິນລະປະ, ການບັນເທິງ ແລະ ພັກຜ່ອນ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ບຸກຄົນ ຫຼື ນີຕິບຸກຄົນທີ່ມີຈຸດປະສົງດຳເນີນທຸລະກິດວັດທະນະທຳໃນກິດຈະການດ້ານການພິມ, ສິ່ງພິມອື່ນ, ອອກແບບດ້ວຍການໃຊ້ຈັກຕີໂປ, ອັອບແຊັດ, ຈັກຂີດເສັ້ນ, ແລະ ຈັກດີຈີຕອນ, ລະບົບຄອມພິວເຕີ ແລະ ການຮັບຈັດງານຕ່າງໆ |
|
| ເງື່ອນໄຂໃນການຂໍເອກະສານ |
1. ມີສະຖານທີ່, ພາຫະນະ, ອຸປະກອນເຕັກນິກ, ທຶນ ເພື່ອຮັບປະກັນໃຫ້ແກ່ ການເຄື່ອນໄຫວວຽກງານຂອງຕົນ 2. ມີບຸກຄະລາກອນທີ່ມີຄຸນສົມບັດ, ຄວາມຮູ້, ຄວາມສາມາດດ້ານການພິມ, ການອອກແບບ ແລະ ການບໍລິການ |
|
| ຄໍາເຫັນເພີ່ມເຕີມ | ||
| ກົດໝາຍ ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງ | ||||
|---|---|---|---|---|
| ຊື່ | ເລກທີ | ລົງວັນທີ | ໝາຍເຫດ | |
| ກົດໝາຍວ່າດ້ວຍ ການພິມຈຳໜ່າຍ | 05/ສພຊ | 09.12.2008 | ພາກທີ III, ໝວດທີ 2 ມາດຕາ 42-48 | |
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຄຳຮ້ອງ | ||||
| ຊີວະປະຫວັດ | ||||
| ແຜນການດຳເນີນທຸລະກິດ | ຫຼື ບົດວິພາກເສດຖະກິດ |
|||
| ສັນຍາເຊົ່າ ຫຼື ກຳມະສິດສະຖານທີ່ | ||||
| ແຜນວາດທີ່ຕັ້ງຂອງວິສາຫະກິດ | ||||
| ຮູບ 3x4 | ຈຳນວນ 2 ໃບ |
|||
| ຮູບຖ່າຍຂອງອໍານວຍການ | ||||
| ບັນຊີວັດຖຸອຸປະກອນຮັບໃຊ້ | ແລະ ບັນຊີລາຍຊື່ພະນັກງານ |
|||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ບັນຊີວັດຖຸອຸປະກອນຮັບໃຊ້ | ແລະ ບັນຊີລາຍຊື່ພະນັກງານ |
|||
| ໃບຄຳຮ້ອງຂໍຕໍ່ອາຍຸ | ||||
| ບົບສະຫຼຸບລາຍງານປະຈຳປີ | ||||
| ໃບອະນຸຍາດປີຜ່ານມາ | ||||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ພະແນກຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ນະຄອນຫລວງວຽງຈັນ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 14 | ກົດໝາຍກ່ຽວຂ້ອງບໍ່ໄດ້ລະບຸໄລຍະເວລາໃນການພິຈາລະນາ ແຕ່ເຈົ້າໜ້າທີ່ແຈ້ງວ່າ ໄລຍະເວລາການພິຈາລະນາປົກກະຕິແມ່ນບໍ່ກ່າຍ 14 ວັນລັດຖະການ. ຜູ້ຮ້ອງຂໍຕ້ອງນຳເອກະສານທີ່ຕ້ອງປະກອບໄປເຊັນຢັ້ງຢືນບ້ານ ແລະ ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວທີ່ຫົວໜ່ວຍທຸລະກິດຕັ້ງຢູ່ ແລະ ນຳມາຍື່ນຢູ່ຂາເຂົ້າ-ຂາອອກຂອງພະແນກ ຖວທ.ນວ ຈາກນັ້ນ ຂະແໜງການທີ່ກ່ຽວຂ້ອງຈະກວດກາຄົ້ນຄວ້າເອກະສານ ແລະ ລົງກວດກາສະຖານທີ່, ແລະ ຜ່ານຄຳເຫັນຂອງຄະນະພະແນກວ່າເຫັນດີອະນຸຍາດໃຫ້ດຳເນີນທູລະກິດທີ່ຮ້ອງຂໍ. ຖ້າເອກະສານຜ່ານການຄົ້ນຄວ້າເຫັນດີອະນຸຍາດຈາກຄະນະພະແນກແລ້ວ 1 ອາທິດກໍຈະໄດ້ຮັບໃບອະນຸຍາດ |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 0 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ໃບອະນຸຍາດມີອາຍຸນຳໃຊ້ແຕ່ວັນທີ 1 ມັງກອນ ຫາ 31 ທັນວາ ຂອງທຸກໆປີ. ການຕໍ່ໃບອະນຸຍາດແມ່ນຕ້ອງສຳເລັດພາຍໃນວັນທີ 31 ມີນາ ຂອງທຸກໆປີ. | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 300000.00 | 100000.00 | 0.00 | 400000.00 |
| ຄຳເຫັນ |
ຕາມທີ່ໄດ້ລະບຸໃນລັດຖະບັນຍັດ 003/ປປທ, ມາດຕາ 51 |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 300000.00 | 100000.00 | 0.00 | 400000.00 |
| ຄຳເຫັນ |
ຕາມທີ່ໄດ້ລະບຸໃນລັດຖະບັນຍັດ 003/ປປທ, ມາດຕາ 51 |
|||





