ໃບອະນຸຍາດດຳເນີນທຸລະກິດວັດທະນະທຳ (ວົງດົນຕີ)
Cultural Business Operating License (Musical Band)
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 02.11.2020 | |
| ພາກສ່ວນຮັບຜິດຊອບ | ພະແນກຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ນະຄອນຫລວງວຽງຈັນ
                                                         | 
                                                |
| LSIC | J - ຂໍ້ມູນຂ່າວສານ ແລະ ການຕິດຕໍ່ສື່ສານ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ | 
                                                        ບຸກຄົນ ຫຼື ນີຕິບຸກຄົນທີ່ມີຈຸດປະສົງດຳເນີນທຸລະກິດວັດທະນະທຳໃນກິດຈະການວົງດົນຕີ  | 
                                                |
| ເງື່ອນໄຂໃນການຂໍເອກະສານ | 
                                                        1. ມີສະຖານທີ່, ພາຫະນະ, ອຸປະກອນເຕັກນິກ, ທຶນ ເພື່ອຮັບປະກັນໃຫ້ແກ່ ການເຄື່ອນໄຫວວຽກງານຂອງຕົນ 2. ມີບຸກຄະລາກອນທີ່ມີຄຸນສົມບັດ, ຄວາມຮູ້, ຄວາມສາມາດ  | 
                                                |
| ຄໍາເຫັນເພີ່ມເຕີມ | ||
| ກົດໝາຍ ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງ | ||||
|---|---|---|---|---|
| ຊື່ | ເລກທີ | ລົງວັນທີ | ໝາຍເຫດ | |
| ກົດໝາຍວ່າດ້ວຍ ສິລະປະການສະແດງ | 16/ສພຊ | 04.05.2017 | ||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຊີວະປະຫວັດ | ແລະ ໃບຢັ້ງຢືນທີ່ຢູ່ຂອງທຸລະກິດ  | 
                                                            |||
| ໃບຄຳຮ້ອງ | ||||
| ແຜນການດຳເນີນທຸລະກິດ | ຫຼື ບົດວິພາກເສດຖະກິດ  | 
                                                            |||
| ສັນຍາເຊົ່າ ຫຼື ກຳມະສິດສະຖານທີ່ | ||||
| ແຜນວາດທີ່ຕັ້ງຂອງວິສາຫະກິດ | ||||
| ຮູບ 3x4 | ຈຳນວນ 2 ໃບ  | 
                                                            |||
| ບັນຊີວັດຖຸອຸປະກອນຮັບໃຊ້ | ແລະ ບັນຊີລາຍຊື່ພະນັກງານ  | 
                                                            |||
| ໃບຢັ້ງຢືນວຸດທິການສຶກສາ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຄຳຮ້ອງຂໍຕໍ່ອາຍຸ | ||||
| ບັນຊີວັດຖຸອຸປະກອນຮັບໃຊ້ | ແລະ ບັນຊີລາຍຊື່ພະນັກງານ  | 
                                                            |||
| ບົບສະຫຼຸບລາຍງານປະຈຳປີ | ||||
| ໃບອະນຸຍາດປີຜ່ານມາ | ||||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ພະແນກຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ນະຄອນຫລວງວຽງຈັນ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 14 | ກົດໝາຍກ່ຽວຂ້ອງບໍ່ໄດ້ລະບຸໄລຍະເວລາໃນການພິຈາລະນາ ແຕ່ເຈົ້າໜ້າທີ່ແຈ້ງວ່າ ໄລຍະເວລາການພິຈາລະນາປົກກະຕິແມ່ນບໍ່ກ່າຍ 14 ວັນລັດຖະການ. ຜູ້ຮ້ອງຂໍຕ້ອງນຳເອກະສານທີ່ຕ້ອງປະກອບໄປເຊັນຢັ້ງຢືນບ້ານ ແລະ ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວທີ່ຫົວໜ່ວຍທຸລະກິດຕັ້ງຢູ່ ແລະ ນຳມາຍື່ນຢູ່ຂາເຂົ້າ-ຂາອອກຂອງພະແນກ ຖວທ.ນວ ຈາກນັ້ນ ຂະແໜງການທີ່ກ່ຽວຂ້ອງຈະກວດກາຄົ້ນຄວ້າເອກະສານ ແລະ ລົງກວດກາສະຖານທີ່, ແລະ ຜ່ານຄຳເຫັນຂອງຄະນະພະແນກວ່າເຫັນດີອະນຸຍາດໃຫ້ດຳເນີນທູລະກິດທີ່ຮ້ອງຂໍ. ຖ້າເອກະສານຜ່ານການຄົ້ນຄວ້າເຫັນດີອະນຸຍາດຈາກຄະນະພະແນກແລ້ວ 1 ອາທິດກໍຈະໄດ້ຮັບໃບອະນຸຍາດ | 
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 12 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ໃບອະນຸຍາດມີອາຍຸນຳໃຊ້ແຕ່ວັນທີ 1 ມັງກອນ ຫາ 31 ທັນວາ ຂອງທຸກໆປີ. ການຕໍ່ໃບອະນຸຍາດແມ່ນຕ້ອງສຳເລັດພາຍໃນວັນທີ 31 ມີນາ ຂອງທຸກໆປີ. | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 0.00 | 0.00 | 0.00 | 0.00 | 
| ຄຳເຫັນ | 
                                                        ສຳລັບຄ່າທຳນຽມຂອງວົງດົນຕີແມ່ນຂຶ້ນກັບຂະໜາດຂອງວົງດົນຕີ ຕາມທີ່ໄດ້ລະບຸໃນລັດຖະບັນຍັດ 003/ປປທ, ມາດຕາ 57 ດັ່ງຕໍ່ໄປນີ້: - ວົງດົນຕີເຄື່ອນໄຫວພາຍໃນແຂວງ ຫຼື ນະຄອນຫຼວງວຽງຈັນ, ເກັບຄ່າທຳນຽມ 500.000 ກີບ/ປີ - ຖ້າໄປເຄື່ອນໄຫວຕ່າງແຂວງ, ຄ່າທຳນຽມ 60.000 ກີບ/ຄັ້ງ - ວົງດົນຕີສະໝັກຫຼິ້ນ ແບບຄົບຊຸດມູນຄ່າແຕ່ 20.000.000 ກີບລົງມາ, ເກັບຄ່າທຳນຽມ 200.000 ກີບ/ປີ - ວົງດົນຕີສະໝັກຫຼິ້ນ ແບບຄົບຊຸດມູນຄ່າແຕ່ 20.000.000 ກີບ - 50.000.000 ກີບ, ເກັບຄ່າທຳນຽມ 400.000 ກີບ/ປີ - ວົງດົນຕີສະໝັກຫຼິ້ນ ແບບຄົບຊຸດມູນຄ່າຫຼາຍກວ່າ 50.000.000 ກີບ, ເກັບຄ່າທຳນຽມ 600.000 ກີບ/ປີ  | 
                                                |||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 0.00 | 0.00 | 0.00 | 0.00 | 
| ຄຳເຫັນ | 
                                                        ສຳລັບຄ່າທຳນຽມຂອງວົງດົນຕີແມ່ນຂຶ້ນກັບຂະໜາດຂອງວົງດົນຕີ ຕາມທີ່ໄດ້ລະບຸໃນລັດຖະບັນຍັດ 003/ປປທ, ມາດຕາ 57 ດັ່ງຕໍ່ໄປນີ້: - ວົງດົນຕີເຄື່ອນໄຫວພາຍໃນແຂວງ ຫຼື ນະຄອນຫຼວງວຽງຈັນ, ເກັບຄ່າທຳນຽມ 500.000 ກີບ/ປີ - ຖ້າໄປເຄື່ອນໄຫວຕ່າງແຂວງ, ຄ່າທຳນຽມ 60.000 ກີບ/ຄັ້ງ - ວົງດົນຕີສະໝັກຫຼິ້ນ ແບບຄົບຊຸດມູນຄ່າແຕ່ 20.000.000 ກີບລົງມາ, ເກັບຄ່າທຳນຽມ 200.000 ກີບ/ປີ - ວົງດົນຕີສະໝັກຫຼິ້ນ ແບບຄົບຊຸດມູນຄ່າແຕ່ 20.000.000 ກີບ - 50.000.000 ກີບ, ເກັບຄ່າທຳນຽມ 400.000 ກີບ/ປີ - ວົງດົນຕີສະໝັກຫຼິ້ນ ແບບຄົບຊຸດມູນຄ່າຫຼາຍກວ່າ 50.000.000 ກີບ, ເກັບຄ່າທຳນຽມ 600.000 ກີບ/ປີ  | 
                                                |||





