ໃບອະນຸຍາດດໍາເນີນທຸລະກິດບໍລິການທ່ອງທ່ຽວ
Tourism Service Operating License
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 03.11.2020 | |
| ພາກສ່ວນຮັບຜິດຊອບ | ພະແນກຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ນະຄອນຫລວງວຽງຈັນ
|
|
| LSIC | N - ການເຄື່ອນໄຫວບໍລິການສະໜັບສະໜູນ ແລະ ຄຸ້ມຄອງບໍລິຫານ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ບຸກຄົນ, ຫຼື ນິຕິບຸກຄົນ ທີ່ມີຈຸດປະສົງສ້າງຕັ້ງ ແລະ ດໍາເນີນທຸລະກິດທ່ອງທ່ຽວ ເຊິ່ງຈະບໍລິການນຳທ່ຽວໃຫແກ່ນັກທ່ອງທ່ຽວ ດ້ວຍການສ້າງລາຍການທ່ອງທ່ຽວ, ຮັບສົ່ງ ແລະ ບໍລິການນັກທ່ອງທ່ຽວ |
|
| ເງື່ອນໄຂໃນການຂໍເອກະສານ |
1. ມີທຶນຈົດທະບຽນ 1,600,000,000 ຫຼື ທຽບເທົ່າ 200,000 ໂດລາສະຫະລັດຕ່ຳສຸດ 2. ມີສຳນັກງານທີ່ເປັນຂອງຕົນເອງ ຫຼືເຊົ່າ 3. ມີພື້ນຖານວັດຖຸເຕັກນິກການສື່ສານທາງໄກຄື: ໂທລະສັບສອງໜ່ວຍ ຫຼື ຫຼາຍກວ່າ, ໂທລະສານ ຫຼື ໂທລະພິມໜຶ່ງຊຸດ ຫຼື ຫຼາຍກວ່າ 4. ມີພາຫະນະຂົນສົ່ງບໍລິການສອງຄັນຢ່າງໜ້ອຍ ສາມາດບັນຈຸໄດ້ແຕ່ 12-17 ບ່ອນນັ່ງໜຶ່ງຄັນ, 17 ບ່ອນນັ່ງຂຶ້ນໄປ 1 ຄັນ 5. ພາຫະນະຂົນສົ່ງທຸກຊະນິດ (ນັບທັງເຮືອ) ທີ່ນຳໃຊ້ບໍລິການນັກທ່ອງທ່ຽວ ຕ້ອງຮັບປະກັນມາດຖານທາງດ້ານເຕັກນິກ, ມີປະກັນໄພທາງແພ່ງຕໍ່ຊີວິດຊັບສິນຂອງນັກທ່ອງທ່ຽວທັງພາຫະນະຂົນສົ່ງ 6. ມີແຜນການລົງທຶນສ້າງສິ່ງທີ່ເປັນເອກະລັກຂອງລາວ ແລະ ໃນຊ່ວງໄລຍະ 2 ປິຊ້າສຸດຕ້ອງລົງມືປະຕິບັດ 7. ສ້າງລາຍການທ່ອງທ່ຽວຕາມຂອບເຂດຮັບຜິດຊອບ ແລະ ການເຄື່ອນໄຫວຂອງຕົນຈຳນວນ 5 ລາຍການຢ່າງໜ້ອຍ ແລະ ຢູ່ໃນແຫຼ່ງທ່ອງທ່ຽວທີ່ລັດຖະບານອະນຸຍາດຢ່າງເປັນທາງການ 8. ຕ້ອງມີພະນັກງານທີ່ມິລະດັບຄວາມຮູ້ທາງການເມືອງ, ເສດຖະກິດສັງຄົມ ແລະ ວິຊາສະເພາະທີ່ກ່ຽວຂ້ອງ, ເຊິ່ງ 2/3 ຕ້ອງສາມາດປາກ ແລະ ຂຽນພາສາຕ່າງປະເທດໄດ້ຕ່ຳສຸດໜຶ່ງພາສາ 9. ມີຫົວໜ້າ ຫຼື ຜູ້ຈັດການບໍລິສັດທີ່ມີບົດຮຽນ, ປະສົບການ ແລະ ຄວາມຊຳນາໃນການເຄື່ອນໄຫວດຳເນີນທຸລະກິດທ່ອງທ່ຽວ, ສາມາດປາກ ແລະ ຂຽນພາສາຕ່າງປະເທດຢ່າງໜ້ອຍ 2 ພາສາ, ໃນນັ້ນໜຶ່ງພາສາຕ້ອງເປັນພາສາອັງກິດ 10. ມີພະນັກງານນຳທ່ຽວທີ່ຕ້ອງຈົບຂັ້ນອຸດົມຕ່ຳສຸດ, ສາມາດປາກ ແລະ ຂຽນພາສາຕ່າງປະເທດໄດ້ດີຢ່າງໜ້ອຍໜຶ່ງພາສາ (ຝຣັ່ງ ຫຼື ອັງກິດ), ຜ່ານການອົບຮົມວິຊາການທ່ອງທ່ຽວຢູ່ພາຍໃນ ຫຼື ຕ່າງປະເທດ (ຈັດຂຶ້ນໂດຍອົງການກ່ຽວຂ້ອງ ແລະ ມີໃບປະກາດສະນີຍະບັດຢັ້ງຢືນຖືກຕ້ອງ) |
|
| ຄໍາເຫັນເພີ່ມເຕີມ | ||
| ກົດໝາຍ ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງ | ||||
|---|---|---|---|---|
| ຊື່ | ເລກທີ | ລົງວັນທີ | ໝາຍເຫດ | |
| ກົດໝາຍວ່າດ້ວຍ ການທ່ອງທ່ຽວ (ສະບັບປັບປຸງ) | 32/ສພຊ | 24.07.2013 | ໝວດທີ 9, ມາດຕາ 40 ຫາ ມາດຕາ 51 | |
| ຂໍ້ຕົກລົງ ວ່າດ້ວຍທຸລະກິດນໍາທ່ຽວ | 607 | 30.09.2022 | "" | |
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຄຳຮ້ອງ | ||||
| ບັນຊີຊັບສົມບັດ | ຂອງບໍລິສັດ |
|||
| ໃບແຈ້ງຊັບສົມບັດ | ||||
| ບັນຊີລາຍຊື່ພະນັກງານ | ||||
| ກົດລະບຽບຂອງບໍລິສັດ | ||||
| ຊີວະປະຫວັດ | ສຳລັບເຈົ້າຂອງທຸລະກິດ |
|||
| ບົດວິພາກເສດຖະກິດເຕັກນິກ | ||||
| ໃບຢັ້ງຍືນການນໍາເຂົ້າທຶນ | ສຳລັບນັກລົງທຶນຕ່າງປະເທດ |
|||
| ໃບຢັ້ງຢືນການຈົດຊັບສິນ | ||||
| ບົດບັນທຶກກອງປະຊຸມສ້າງຕັ້ງບໍລິສັດ | ຕາມແບບຟອມຂອງຂະແໜງການຄ້າ ທີ່ໄດ້ຮັບການຢັ້ງຢືນຈາກທະບຽນສານແລ້ວ |
|||
| ຮູບ 3x4 | ຈຳນວນ 3 ແຜ່ນ |
|||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຄຳຮ້ອງຂໍຕໍ່ອາຍຸ | ||||
| ໃບຢັ້ງຢືນການມອບພັນທະອາກອນປະຈຳປີ | ||||
| ໃບສະຫຼຸບດຸ່ນດ່ຽງ | ຊັບສົມບັດຂອງບໍລິສັດຄັ້ງຫຼ້າສຸດ |
|||
| ໃບຢັ້ງຢືນຖານະການເງິນ | ໂດຍທະນາຄານທີ່ກ່ຽວຂ້ອງ |
|||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ພະແນກຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ນະຄອນຫລວງວຽງຈັນ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 15 | ພາຍຫຼັງທີ່ເອກະສານຖືກຕ້ອງ ແລະ ຄົບຖ້ວນແລ້ວ ທາງຂະແໜງທ່ອງທ່ຽວຈະລົງກວດກາສະຖານທີ່ ແລະ ຈັດກອງປະຊຸມເພື່ອປຶກສາຫາລືພາຍໃນພະແນກກ່ອນຈຶ່ງອອກໃບອະນຸຍາດໃຫ້ |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 24 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ຕ້ອງໄປພົວພັນຂໍຕໍ່ໃບອະນຸຍາດເຊິ່ງຕ້ອງປະກອບເອກະສານຢ່າງຄົບຖ້ວນ ເຊິ່ງໄລຍະເວລາການຂໍຕໍ່ແມ່ນບໍ່ເກີນ 15 ວັນລັດຖະການ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 2000000.00 | 1270000.00 | 230000.00 | 3500000.00 |
| ຄຳເຫັນ |
ອີງຕາມ ລັດຖະດຳລັດເລກທີ 03/ປປທ |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 2000000.00 | 1270000.00 | 230000.00 | 3500000.00 |
| ຄຳເຫັນ |
ອີງຕາມ ລັດຖະດຳລັດເລກທີ 03/ປປທ |
|||





