ໃບອະນຸຍາດດໍາເນີນທຸລະກິດຮ້ານອາຫານ
License to operate Restaurant
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 04.11.2020 | |
| ພາກສ່ວນຮັບຜິດຊອບ | ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ
(+856-(21) 213-256;) |
|
| LSIC | I - ການເຄື່ອນໄຫວກິດຈະກຳໃຫ້ທີ່ພັກເຊົາ ແລະ ອາຫານ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ແມ່ນບຸກຄົນ ຫຼື ນິຕິບຸກຄົນທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງທີ່ຈະເຄື່ອນໄຫວໃນກິດຈະການດັ່ງກ່າວ. |
|
| ເງື່ອນໄຂໃນການຂໍເອກະສານ |
1. ໃບຄຳຮ້ອງ ສະເໜີດຳເນີນທຸລະກິດ ຕາມແບບພິມຂອງກົມ 1 ໃບ; 2. ສຳເນົາ ໃບທະບຽນວິສາຫະກິດຮ້ານອາຫານ 1 ໃບ; 3. ສຳເນົາ ສຳນວນຄຳຮ້ອງຂໍຂຶ້ນທະບຽນວິສາຫະກິດ 1 ຊຸດ; 4. ສຳເນົາ ກົດລະບຽບພາຍໃນຂອງວິສາຫະກິດ 1 ຊຸດ; 5. ຮູບຖ່າຍເຈົ້າຂອງວິສາຫະກິດ 3x4 ຊມ 2 ໃບ. |
|
| ຄໍາເຫັນເພີ່ມເຕີມ |
ການຂໍອະນຸຍາດສ້າງຕັ້ງ ແລະ ດໍາເນີນທຸລະກິດ ຮ້ານອາຫານ ແມ່ນຂະແໜງ ຖວທ ເປັນຜູ້ພິຈາລະນາໃນການອອກອະນຸຍາດ. • ການແບ່ງຂັ້ນຄຸ້ມຄອງ - ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງ/ນະຄອນ ຮັບຜິດຊອບຫົວໜ່ວຍທຸລະກິດຮ້ານອາຫານ ແຕ່ລະປະເພດ ທີ່ມີທຶນຈົດທະບຽນຕ່ຳກວ່າ 50,000 USD ລົງມາ ລວມທັງຫົວໜ່ວຍທຸລະກິດຮ້ານອາ ຫານຂະໜາດນ້ອຍ ທີ່ ລັດ ບໍ່ກຳນົດທຶນຈົດທະບຽນ - ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ/ນະຄອນຫຼວງ ຮັບຜິດຊອບຫົວໜ່ວຍທຸລະກິດຮ້ານອາຫານແຕ່ລະປະເພດທີ່ມີທຶນຈົດທະບຽນ 50,000 USD ຂຶ້ນໄປ ແລະ ຕ່ຳກວ່າ 100,000 USD ລົງມາ - ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ ຄົ້ນຄວ້າ ພິຈາລະນາ ອະນຸມັດການດຳເນີນທຸລະກິດ ແລະ ການອະນຸຍາດ ການສືບຕໍ່ດຳເນີນທຸລະກິດ ຂອງຫົວໜ່ວຍທຸລະກິດຮ້ານອາຫານ ແຕ່ລະປະເພດ ທີ່ມີທຶນຈົດບຽນ 100,000 USD ຂຶ້ນໄປ. |
|
| ກົດໝາຍ ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງ | ||||
|---|---|---|---|---|
| ຊື່ | ເລກທີ | ລົງວັນທີ | ໝາຍເຫດ | |
| ກົດໝາຍວ່າດ້ວຍ ການທ່ອງທ່ຽວ (ສະບັບປັບປຸງ) | 32/ສພຊ | 24.07.2013 | ||
| ຂໍ້ຕົກລົງ ວ່າດ້ວຍຮ້ານອາຫານ | 986 | 14.12.2021 | ||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຊຸດຄໍາຮ້ອງຂໍສ້າງຕັ້ງ-ດໍາເນີນທຸລະກິດ | ||||
| ໃບທະບຽນວິສາຫະກິດ | ພ້ອມສໍາເນົາຄໍາຮ້ອງທີ່ຂໍຂຶ້ນທະບຽນ |
|||
| ໃບຄຳຮ້ອງ | ||||
| ຮູບຖ່າຍຂອງອໍານວຍການ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຄໍາຮ້ອງແຈ້ງຂໍສືບຕໍ່ອະນຸຍາດດໍາເນີນທຸລະກິດ | ||||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ຖະໜົນລ້ານຊ້າງ, ບ້ານສາຍລົມ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 9 | ພາຍຫຼັງໄດ້ຮັບຄຳຮ້ອງດຳເນີນທຸລະກິດ ຫຼື ຢັ້ງຢືນການສືບຕໍ່ດຳເນີນທຸລະກິດຖືກຕ້ອງຄົບຖ້ວນແລ້ວຂະແໜງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຕ້ອງປະສານກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າ ພິຈາລະນາ ແລະ ອອກໃບອະນຸຍາດ ໃຫ້ເຈົ້າຂອງທຸລະກິດ ພ້ອມທັງແຈ້ງຄ່າທຳນຽມ ແລະ ຄ່າບໍລິການ ໃຫ້ຜູ້ທີ່ຍື່ນຄຳຮ້ອງຮັບຊາບ ພາຍໃນ 7 ວັນລັດຖະການ ນັບແຕ່ມື້ຮັບຄໍາຮ້ອງເປັນຕົ້ນໄປ |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 12 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ໃບອະນຸຍາດມີອາຍຸນຳໃຊ້ 12 ເດືອນ ພາຍຫ໌ັງໄດ້ອອກໃບອະນຸຍາດດໍາເນີນທຸລະກິດ ເປັນຕົ້ນໄປ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 1050000.00 | 1000000.00 | 0.00 | 2050000.00 |
| ຄຳເຫັນ |
ອີງຕາມ ຂໍ້ກໍານົດ ເລກທີ 002/ປປທ, ນະຄອນຫຼວງວຽງຈັນ, ລົງວັນທີ 17 ມິຖຸນາ 2021 ມາດຕາ 38 ໜ້າ 190 |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 1050000.00 | 0.00 | 0.00 | 1050000.00 |
| ຄຳເຫັນ |
ອີງຕາມ ຂໍ້ກໍານົດ ເລກທີ 002/ປປທ, ນະຄອນຫຼວງວຽງຈັນ, ລົງວັນທີ 17 ມິຖຸນາ 2021 ມາດຕາ 39 ໜ້າ 210 |
|||





