ດາວໂຫຼດຂໍ້ມູນ

ໃບອະນຸຍາດດໍາເນີນທຸລະກິດ ເຮືອນພັກ

Guest House Operating License

ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ
ຊື່ຂອງແບບຟອມ ໃບອະນຸຍາດດໍາເນີນທຸລະກິດ ເຮືອນພັກ
ປະເພດເອກະສານ ໃບອະນຸຍາດດໍາເນີນທຸລະກິດ
ວັນທີແກ້ໄຂຂໍ້ມູນລ່າສຸດ 04.11.2020
ພາກສ່ວນຮັບຜິດຊອບ ພະແນກຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ນະຄອນຫລວງວຽງຈັນ
LSIC I - ການເຄື່ອນໄຫວກິດຈະກຳໃຫ້ທີ່ພັກເຊົາ ແລະ ອາຫານ
ຜູ້ທີ່ສາມາດຍື່ນຂໍເອກະສານ
ບຸກຄົນ, ຫຼື ນິຕິບຸກຄົນທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງຈະເຄື່ອນໄຫວໃນກິດຈະການດັ່ງກ່າວ
ເງື່ອນໄຂໃນການຂໍເອກະສານ
- ຜູ້ຮ້ອງຂໍຕ້ອງບໍ່ເຄີຍມີຄະດີ ຫຼື ຖືກສານລົງໂທດຍ້ອນເຫດຜົນຕ່າງໆ
- ຜູ້ຍຶ່ນຂໍໃບອະນຸຍາດສ້າງຕັ້ງເຮືອນພັກກ່ອນ
ຄໍາເຫັນເພີ່ມເຕີມ

                                                    

ກົດໝາຍ ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງ
ຊື່ ເລກທີ ລົງວັນທີ ໝາຍເຫດ
ກົດໝາຍວ່າດ້ວຍ ການທ່ອງທ່ຽວ (ສະບັບປັບປຸງ) 32/ສພຊ 24.07.2013
ຂໍ້ກຳນົດວ່າດ້ວຍການຄຸ້ມຄອງທຸລະກິດບໍລິການໂຮງແຮມແລະເຮືອນພັກ 159/ສນຍ 30.07.1997
ຂໍ້ຕົກລົງວ່າດ້ວຍການຈັດມາດຕະຖານໂຮງແຮມ, ເຮືອນພັກຢູ່ ສປປ ລາວ 060/ອພສ 27.02.2007 ""

ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງ​ທໍາ​ອິດ
ຊື່ ປະເພດ ໝາຍເຫດ
ເອກະສານສຳລັບການຍື່ນຂໍສ້າງຕັ້ງທຸລະກິດບໍລິການເຮືອນພັກ ການກະ ທຳ ທີ່ຢັ້ງຢືນ
 - ຄຳຮ້ອງຂໍສ້າງຕັ້ງທຸລະກິດບໍລິການເຮືອນພັກ
- ໃບປະຕິຍານເຄື່ອນໄຫວດຳເນີນທຸລະກິດ ຢັ້ງຢືນຈາກອຳນາດການປົກຄອງບ້ານ
- ສຳເນົາບັດປະຈຳຕົວ ຫຼື ບັດຕ່າງດ້າວ, ໜັງສືຜ່ານແດນ (ຖ້າແມ່ນຕ່າງປະເທດ)
- ຊີວະປະຫວັດຫຍໍ້ ຢັ້ງຢືນຈາກອຳນາດການປົກຄອງບ້ານ
- ໃບຢັ້ງຢືນສຸຂະພາບ ອອກໃຫ້ໂດຍໂຮງໝໍລັດ
- ໃບແຈ້ງໂທດ ເລກ 3 ຂອງຜູ້ອຳນວຍການ. ຖ້າເປັນຄົນຕ່າງປະເທດຕ້ອງມີບັດນັກລົງທຶນ ຫຼື ບັດອອກແຮງງານ
- ໃບຢັ້ງຢືນກຳມະສິດ ຫຼື ສັນຍາເຊົ່າສະຖານທີ່
- ບົດວິພາກເສດຖະກິດ
- ໃບອະນຸຍາດປຸກສ້າງ
- ແຜນຜັງປຸກສ້າງ
- ໃບສັນຍາຮຸ້ນ (ຖ້າມີຮຸ້ນສ່ວນ)
- ຂໍ້ຕົກລົງສ້າງຕັ້ງທຸລະກິດ ແລະ ຄະນະອຳນວຍການ (ຖ້າແມ່ນນິຕິບຸກຄົນ)
- ສຳເນົາໃບທະບຽນວິສາຫະກິດ
- ສຳເນົາໃບທະບຽນອາກອນ (ຖ້າແມ່ນນິຕິບຸກຄົນ)
- ຮູບ 3x4 ຈຳນວນ 4 ໃບ
- ສຳເນົາໃບອະນຸຍາດລົງທຶນ (ຖ້າແມ່ນນິຕິບຸກຄົນ)
 ເອກະສານທຸກຢ່າງຕ້ອງໄດ້ປະກອບມາຢ່າງລະ 3 ສະບັບ
 
ເອກະສານທີ່ຕ້ອງຍື່ນຂໍອະນຸຍາດດຳເນີນທຸລະກິດບໍລິການເຮືອນພັກ ການກະ ທຳ ທີ່ຢັ້ງຢືນ
 - ຄຳຮ້ອງຂໍອະນຸຍາດດຳເນີນທຸລະກິດບໍລິການເຮືອນພັກ
- ໃບອະນຸຍາດສ້າງຕັ້ງບໍລິສັດ
- ໃບລາຍງານຜົນສຳເລັດໃນການກະກຽມ ພື້ນຖານວັດຖຸ ແລະ ເງື່ອນໄຂຕ່າງໆ
- ກົດລະບຽບຄຸ້ມຄອງ ພາຍໃນຫົວໜ່ວຍທຸລະກິດ
- ໃບແຈ້ງທຶນ ພ້ອມດ້ວຍບັນຊີຊັບສົມບັດ
- ໃບຢັ້ງຢືນສຸຂະພາບ ແລະ ຊີວະປະຫວັດ ຂອງພະນັກງານແຕ່ລະຄົນ
- ໃບປະກັນໄພທຸລະກິດ
- ໂຄງຮ່າງການຈັດຕັ້ງ ແລະ ບັນຊີພະນັກງານ
- ຮູບ 3x4 ຈຳນວນ 3 ໃບ

ເອກະສານທຸກຢ່າງຕ້ອງປະກອບມາຢ່າງລະ 3 ສະບັບ
 

ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ
ຊື່ ປະເພດ ໝາຍເຫດ
 
ຮູບແບບການຍື່ນເອກະສານ
ການຍື່ນເອກະສານ ຢູ່ທີ່ຫ້ອງການເຈົ້າຫນ້າທີ່
ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ ພະແນກຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ນະຄອນຫລວງວຽງຈັນ
ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) 15 ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງບໍ່ໄດ້ລະບຸໄລຍະເວລາໃນການພິຈາລະນາ ມີແຕ່ອີງຕາມການປະກອບເອກະສານ ແລະ ທີ່ຕັ້ງຕົວຈິງຂອງທຸລະກິດ. ສຳລັບພະແນກ ຖວທ ນະຄອນຫຼວງ ແມ່ນໃຊ້ໄລຍະວລາໃນການພິຈາລະນາບໍ່ກາຍ 15 ວັນລັດຖະການ
 
ການຕໍ່ອາຍຸເອກະສານ
ເອກະສານມີກຳນົດອາຍຸ ຫຼື ບໍ່? ບໍ່ມີ
ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? 0
ມີຂັ້ນຕອນແລະເງື່ອນໄຂແນວໃດເພື່ອໃຫ້ໄດ້ຮູບແບບ?
ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ ໃບອະນຸຍາດດຳເນີນທຸລະກິດມີອາຍຸການນຳໃຊ້ຮອດວັນທີ ຮອດວັນທີ 31 ທັນວາ ຂອງທຸກໆປີ. ໃບອະນຸຍາດດຳເນີນທຸລະກິດບໍລິການເຮືອນພັກ ແມ່ນບໍ່ມີກຳນົດອາຍຸການນຳໃຊ້ ຖ້າຫາກບໍ່ມີການປ່ຽນແປງການດຳເນີນທຸລະກິດ. ແຕ່ທຸກໆປີທາງທຸລະກິດຕ້ອງຂໍອະນຸຍາດສືບຕໍ່ເພື່ອຢັ້ງຢືນການເຄື່ອນໄຫວຂອງຫົວໜ່ວຍທຸລະກິດ
 
ຄ່າທຳນຽມສຳລັບການຍື່ນຂໍເອກະສານ
ມີຄ່າໃຊ້ຈ່າຍ ຫຼື ບໍ່ ຄ່າບໍລິການ ຄ່າທຳນຽມທາງວິຊາການ ຄ່າໃບຄຳຮ້ອງ ຄ່າໃຊ້ຈ່າຍທັງໝົດ
ມີ 800000.00 400000.00 200000.00 1400000.00
ຄຳເຫັນ
ອີງຕາມເຈົ້າໜ້າທີ່ແນະນຳ
 
ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ
ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? ຄ່າບໍລິການ ຄ່າທຳນຽມທາງວິຊາການ ຄ່າໃບຄຳຮ້ອງ ຄ່າໃຊ້ຈ່າຍທັງໝົດ
ມີ 0.00 800000.00 110000.00 910000.00
ຄຳເຫັນ
ຜູ້ຮ້ອງຂໍຍັງຕ້ອງໄດ້ຈ່າຍຄ່າທຳນຽມເວລາຍື່ນຄຳຮ້ອງ 30,000 ລວມຄ່າໃຊ້ຈ່າຍທັງໝົດ 940,000 ກີບ
     
 

ຄູ່ຮ່ວມມື

         
up
reset WAY cursor WAY contrast WAY Font size WAY Black and White WAY Links WAY