ໃບອະນຸຍາດດຳເນີນທຸລະກິດ ບໍລິການຝຶກອົບຮົມດ້ານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ
License to operate ICT training service business
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 16.11.2020 | |
| ພາກສ່ວນຮັບຜິດຊອບ | ກົມເຕັກໂນໂລຊີດີຈີຕ໋ອນ
                                                         | 
                                                |
| LSIC | J - ຂໍ້ມູນຂ່າວສານ ແລະ ການຕິດຕໍ່ສື່ສານ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ | 
                                                        ບຸກຄົນ ຫຼື ນິຕິບຸກຄົນ ທີ່ມີຈຸດປະສົງດຳເນີນທຸລະກິດ ການບໍລິການຝຶກອົບຮົມເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ ດ້ານ ICT (ການເປີດຫຼັກສູດການສິດສອນ ຫຼື ຝຶກອົບຮົມດ້ານ ICT ໃນໄລຍະສັ້ນ).  | 
                                                |
| ເງື່ອນໄຂໃນການຂໍເອກະສານ | 
                                                        1. ຕ້ອງມີສະຖານທີ່ແນ່ນອນ, ມີຫ້ອງຮຽນທີ່ເໝາະສົມໃນການຮຽນ-ການສອນ, ມີແສງສະຫວ່າງພຽງພໍ, ມີອາກາດຖ່າຍເທສະດວກ ໃນສະຖານທີ່ຝຶກອົບຮົມ; 2. ຕ້ອງມີອຸປະກອນທີ່ທັນສະໄໝ, ເໝາະສົມ ແລະ ຄົບຖ້ວນ ເພື່ອຮັບປະກັນປະສິດທິພາບໃນການຮຽນ-ການສອນ; 3. ຫຼັກສູດການຝຶກອົບຮົມ ຕ້ອງຮັບປະກັນລັກສະນະທັນສະໄໝ ຊຶ່ງສະແເດງອອກເປັນປື້ມແບບຮຽນ ຫຼື ປຶ້ມຄູ່ມືສອນທີ່ເຊື່ອມໂຍງສາກົນ; 4. ຕ້ອງກຳນົດໄລຍະເວລາ, ແບບຮຽນ, ບົດສອນ ແລະ ເນຶ້ອໃນຂອງແຕ່ລະຫຼັກສູດ ໂດຍຜ່ານການກວດແກ້ ແລະ ຢັ້ງຢືນຄວາມຖືກຕ້ອງຈາກຂະແໜງການ ICT ແລະ ພາກສ່ວນທີ່ກ່ຽວຂ້ອງ; 5. ຕ້ອງປະກອບມີບຸກຄະລາກອນ ຄື: ບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດດ້ານວິຊາສະເພາະ ໃນຂະແໜງການ ICT ຫຼື ຂະແໜງການທີ່ກ່ຽວຂ້ອງ; ບຸກຄະລາກອນທີ່ໄດ້ຜ່ານການຢັ້ງຢືນຫຼັກສູດການເປັນຄູສອນ ຈາກສະຖາບັນການສຶກສາແຫ່ງໃດໜຶ່ງ; ແລະ ບຸກຄະລາກອນທີ່ມີປະສົບການ, ຜູ້ຊຳນານງານ ແລະ ມີໃບຢັ້ງຢືນທີ່ກ່ຽວຂ້ອງໃນຫຼັກສູດທີ່ໃຫ້ດຳເນີນທຸລະກິດຝຶກອົບຮົມ.  | 
                                                |
| ຄໍາເຫັນເພີ່ມເຕີມ | 
                                                        1. ການດໍາເນີນກິດຈະການ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໄໝ 10,000,000 ກີບ; 2. ນຳໃບອະນຸຍາດໃຫ້ຜູ້ອື່ນນຳໃຊ້, ເຊົ່າ ຫຼື ໂອນຈະຖືກປັບໃໝ 5,000,000 ກີບ; 3. ຕໍ່ໃບອະນຸຍາດດໍາເນີນທຸລະກິດ ຊ້າກ່ອນກໍານົດ 30 ວັນ ຈະຖືກປັບໄໝ 1,000,000 ກີບ;  | 
                                                |
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຄຳຮ້ອງ | ||||
| ໃບປະກາສະນີຍະບັດ | ຫຼື ໃບຢັ້ງຢືນວຸດທິການສຶກສາ ທາງດ້ານໄອທີ ຫຼື ດ້ານທີ່ກ່ຽວຂ້ອງ  | 
                                                            |||
| ໃບທະບຽນວິສາຫະກິດ | ||||
| ໃບຢັ້ງຢືນທີ່ຢູ່ | ||||
| ໃບຢັ້ງຢືນຖານະການເງິນ | ຫຼື ບັນຊີການເຄື່ອນໄຫວທຸລະກິດ ຈາກທະນາຄານ ພາຍໃນ ສປປ ລາວ  | 
                                                            |||
| ສຳເນົາບັດປະຈຳຕົວ | ຫຼື ສຳມະໂນຄົວ/ໜັງສືຜ່ານແດນ ຂອງອໍານວຍການ  | 
                                                            |||
| ສັນຍາອື່ນໆທີ່ກ່ຽວຂ້ອງກັບການດຳເນີນທຸລະກິດ | ສັນຍາເຊົ່າອາຄານ, ສັນຍາຮ່ວມທຸລະກິດ, ສັນຍາເຊົ່າເຄືອຂ່າຍ ແລະ ອື່ນໆ  | 
                                                            |||
| ຊີວະປະຫວັດ | ||||
| ບົດວິພາກເສດຖະກິດເຕັກນິກ | ||||
| ໃບຢັ້ງຢືນທີ່ຕັ້ງສຳນັກງານ | ||||
| ຮູບຖ່າຍຂອງອໍານວຍການ | ||||
| ໃບມອບສິດໃຫ້ຜູ້ຕາງໜ້າມາພົວພັນວຽກກໍລະນີຜູ້ສະເໜີບໍ່ສາມາດມາພົວພັນດ້ວຍຕົນເອງ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຄຳຮ້ອງຂໍຕໍ່ອາຍຸ | ||||
| ຮູບ 3x4 | ຈຳນວນ 2 ໃບ  | 
                                                            |||
| ໃບອະນຸຍາດດຳເນີນທຸລະກິດ | ສະບັບເກົ່າ  | 
                                                            |||
| ໃບມອບສິດ | ກໍລະນີໃຫ້ຄົນອື່ນປະກອບເອກະສານແທນ ຫຼື ຕົວແທນຈາກບໍລິສັດ  | 
                                                            |||
| ໃບຢັ້ງຢືນການມອບພັນທະອາກອນປະຈຳປີ | ||||
| ບົດສະຫຼຸບຂອງການເຄື່ອນໄຫວ | ||||
| ບົດສະຫຼຸບທາງດ້ານການເງິນ | ||||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມເຕັກໂນໂລຊີດີຈີຕ໋ອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 10 | ກໍລະນີເອກະສານບໍ່ຄົບຖ້ວນ, ບໍ່ຖືກຕ້ອງ ຫຼື ບໍ່ມີເງື່ອນໄຂພຽງພໍທີ່ຈະໄດ້ຮັບອະນຸຍາດ, ອົງການຄຸ້ມຄອງ ແລະ ກວດກາ ຈະແຈ້ງໃຫ້ຜູ້ຂໍອະນຸຍາດຊາບ ພາຍໃນ 5 ວັນລັດຖະການ | 
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ບໍ່ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 0 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ||
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 200000.00 | 50000.00 | 0.00 | 250000.00 | 
| ຄຳເຫັນ | 
                                                        ຄ່າທຳນຽມ ແລະ ຄ່າບໍລິການ ແມ່ນໃຫ້ປະຕິບັດຕາມທີ່ໄດ້ກຳນົດໄວ້ໃນລະບຽບການສະເພາະ ກ່ຽວກັບຄ່າທຳນຽມ ແລະ ຄ່າບໍໍລິການ ທີ່ປະກາດໃຊ້ໃນແຕ່ລະໄລຍະ (ປັດຈຸບັນ ອີງຕາມ ລັດຖະບັນຍັດ ເລກທີ 003/ປປທ, ລົງວັນທີ 26 ທັນວາ 2012)  | 
                                                |||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 200000.00 | 50000.00 | 0.00 | 250000.00 | 
| ຄຳເຫັນ | 
                                                        ຄ່າທຳນຽມ ແລະ ຄ່າບໍລິການ ແມ່ນໃຫ້ປະຕິບັດຕາມທີ່ໄດ້ກຳນົດໄວ້ໃນລະບຽບການສະເພາະ ກ່ຽວກັບຄ່າທຳນຽມ ແລະ ຄ່າບໍໍລິການ ທີ່ປະກາດໃຊ້ໃນແຕ່ລະໄລຍະ (ປັດຈຸບັນ ອີງຕາມ ລັດຖະບັນຍັດ ເລກທີ 003/ປປທ, ລົງວັນທີ 26 ທັນວາ 2012)  | 
                                                |||





