ໃບທະບຽນວິຊາຊີບເພສັດຊະກຳສຳລັບທຸລະກິດຮ້ານຂາຍຍ່ອຍຢາ ຂັ້ນ 2
Licensing Pharmacist for 2nd Class Pharmacy
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບຢັ້ງຢືນ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 19.11.2020 | |
| ພາກສ່ວນຮັບຜິດຊອບ | ກົມອາຫານ ແລະ ຢາ
|
|
| LSIC | ||
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ຜູ້ທີ່ມີໃບປະກາສະນີຍະບັດວິຊາການຢາໃນລະດັບຊັ້ນກາງ. |
|
| ເງື່ອນໄຂໃນການຂໍເອກະສານ |
1. ເປັນຄົນສັນຊາດລາວ ທີ່ມີພູມລຳເນົາຕັ້ງຢູ່ ສປປ ລາວ ຖາວອນບໍ່ຕຳ່ກວ່າ 5 ປີ 2. ຄົນຕ່າງດ້າວ ຫຼື ຄົນບໍ່ແມ່ນສັນຊາດລາວທີ່ມີພູມລຳເນົາຕັ້ງຢູ່ ສປປ ລາວ ຖາວອນ, ແຕ່ຕ້ອງໄດ້ຜ່ານລະບົບການຮຽນວິຊາຊີບເພສັດຊະກຳຂອງ ສປປ ລາວ ແລະ ໄດ້ອະນຸມັດຈາກກະຊວງສາທາລະນະສຸກ 3. ສຳລັບເພຊັດສະກອນທີ່ສັງກັດລັດ ຫຼື ບໍ່ສັງກັດລັດ ມີສິດເປີດຮ້ານຂາຍຢາ ນອກ ຫຼື ໃນໂມງລັດຖະການໄດ້, ແຕ່ຕ້ອງໄດ້ຜ່ານການຮັບໃຊ້ວຽກງານມາແລ້ວຢ່າງໜ້ອຍ 2 ປີ ສຳລັບເຂດຫ່າງໄກສອກຫຼີກ, 3 ປີຂຶ້ນໄປສຳລັບເຂດເທດສະບານ. ສາມາດມີຜູ້ຊ່ວຍທີ່ໄດ້ຮັບອະນຸຍາດຢ່າງເປັນທາງການ 4. ຕ້ອງແມ່ນຜູ້ທີ່ບໍ່ຢູ່ໃນໄລຍະຖືກດຳເນີນຄະດີ ຫຼື ປະລະໜ້າທີ່ ຫຼື ຖືກປະຕິບັດວິໄນຍ້ອນຜິດພາດທາງດ້ານວິຊາຊີບເພສັດຊະກຳ 5. ຕ້ອງມີສຸຂະພາບແຂງແຮງ ສົມບູນດີ |
|
| ຄໍາເຫັນເພີ່ມເຕີມ | ||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຄຳຮ້ອງ | ||||
| ໃບຊີວະປະຫວັດຫຍໍ້ | ຕິດຮູບຖ່າຍບໍ່ເກີນ 1 ປີ, 01 ສະບັບ |
|||
| ໃບປະກາສະນີຍະບັດ | ||||
| ບັດກິນເບ້ຍບຳນານ ຫລື ໃບອອກການ | ຫຼື ໃບຢັ້ງຢືນສັງກັດລັດ |
|||
| ໃບຢັ້ງຢືນສຸຂະພາບ | ||||
| ໃບຢັ້ງຢືນທີ່ຢູ່ | ||||
| ໃບຢັ້ງຢືນຮັບໃຊ້ວິຊາສະເພາະທາງດ້ານເພສັດຊະກໍາ | ||||
| ຮູບ 3x4 | ບໍ່ເກີນ 1 ປີ |
|||
| ແຜນວາດທີ່ຕັ້ງ | ຂອງຮ້ານທີ່ຂໍອະນຸຍາດ |
|||
| ໃບຢັ້ງຢືນສັນຊາດ | ຖ້າເປັນຄົນຕ່າງດ້າວ |
|||
| ແຜນວາດການຈັດວາງຫ້ອງ ແລະ ອຸປະກອນ | ||||
| ໃບຢັ້ງຢືນກໍາມະສິດເຮືອນ | ຫຼື ສັນຍາເຊົ່າ |
|||
| ໃບແຈ້ງໂທດ | ||||
| ໃບກວດກາສະຖານທີ່ | ||||
| ບັນຊີຢາຕາມ INN | ທີ່ຈະຂາຍໃນເບື້ອງຕົ້ນໃນຮ້າຍຂາຍຍ່ອຍຢາ |
|||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຢັ້ງຢືນທີ່ຢູ່ | ||||
| ໃບຢັ້ງຢືນສຸຂະພາບ | ||||
| ໃບກວດກາສະຖານທີ່ | ຂອງເຈົ້າໜ້າທີ່ອາຫານ ແລະ ຢາ |
|||
| ບັນຊີລາຍການຢາ ແລະ ຜະລິດຕະພັນການແພດຂອງຮ້ານ | ||||
| ໃບອະນຸຍາດສະບັບເກົ່າຂອງປີຜ່ານມາ | ||||
| ໃບຄຳຮ້ອງຂໍຕໍ່ອາຍຸ | ||||
| ໝາຍເຫດ | ສຳລັບໃບທະບຽນທີ່ບໍ່ມີບ່ອນລົງລາຍເຊັນຕໍ່ທະບຽນ ໃຫ້ສົ່ງຮູບຖ່າຍ 3x4 ຈຳນວນ 3 ໃບ |
|||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 0 | ຢູ່ໃນນິຕິກຳບໍ່ໄດ້ລະບຸວັນເວລາໃນການພິຈາລະນາ. ການຂໍອະນຸຍາດເປີດຮ້ານຂາຍຢາແຕ່ລະຂັ້ນ ຕ້ອງປະກອບເອກະສານຢ່າງຄົບຖ້ວນຕາມທີ່ກ່າວໄວ້ໃນມາດຕາ 19.1 ແລ້ວນຳສະເໜີຕໍ່ເຈົ້າໜ້າທີ່ດ້ານຢາທີ່ຂຶ້ນກັບພະແນກສາທາລະນະສຸກແຂວງ, ນະຄອນແຕ່ລະຂັ້ນຕາມລຳດັບ, ເຈົ້າໜ້າທີ່ດ້ານຢາ ໃນຂັ້ນເມືອງສົມທົບກັບຂະແໜງອາຫານ ແລະ ຢາ ແຂວງ, ນະຄອນຕ້ອງໄດ້ກວດກາສະຖານທີ່ເພື່ອປະເມີນການສະເໜີ ແລະ ສະໜອງຂໍ້ມູນແກ່ກະຊວງສາທາລະນະສຸກເພື່ອພິຈາລະນາ. ສຳລັບການອອກອະນຸຍາດທະບຽນຮ້ານຂາຍຍ່ອຍຢາຂັ້ນ 2 ແມ່ນກະຊວງສາທາລະນະສຸກ ເປັນຜູ້ອະນຸມັດ. |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 24 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ໃບທະບຽນວິຊາຊີບເພສັດຊະກໍາມີອາຍຸນໍາໃຊ້ 2 ປີ; ຈາກນັ້ນໃນໄລຍະ 3 ເດືອນກ່ອນໃບທະບຽນຈະໝົດອາການນໍາໃຊ້ ໃຫ້ປະກອບເອກະສານຂໍຕໍ່ທະບຽນ. (ມາດຕາ 23 ຂໍ້ຕົກລົງ ວ່າດ້ວຍຮ້ານຂາຍຢາຍ່ອຍຢາ (ສະບັບປັບປຸງ) 2922/ສທ) ເຊິ່ງແມ່ນພະແນກສາທາລະນະສຸກແຂວງ, ນະຄອນເປັນຜູ້ດຳເນີນການເຊັນຕໍ່ທະບຽນ, ກ່ອນການເຊັນຕໍ່ທະບຽນດັ່ງກ່າວຢູ່ຂັ້ນແຂວງ ພະແນກສາທາລະນະສຸກແຂວງ, ນະຄອນ (ຂະແໜງອາຫານ ແລະ ຢາ) ຕ້ອງປະກອບເອກະສານທີ່ກ່ຽວຂ້ອງ ພ້ອມທັງສັງລວມຂໍ້ມູນປະເມີນ ແລ້ວຈຶ່ງສະເໜີຜ່ານກົມອາຫານ ແລະ ຢາ ເພື່ືອຄົ້ນຄວ້າ ແລະ ນຳສະເໜີກະຊວງສາທາລະນະສຸກຕົກລົງເສຍກ່ອນ. | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 160000.00 | 0.00 | 160000.00 |
| ຄຳເຫັນ |
ອີງຕາມລັດຖະບັນຍັດວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ 003/ປປທ |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 80000.00 | 0.00 | 80000.00 |
| ຄຳເຫັນ |
ອີງຕາມລັດຖະບັນຍັດວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ 003/ປປທ |
|||





