ໃບທະບຽນຜູ້ຊ່ວຍຂາຍຢາ
Licensing Pharmacy Assistant
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ການຈົດທະບຽນອື່ນໆ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 19.11.2020 | |
| ພາກສ່ວນຮັບຜິດຊອບ | ກົມອາຫານ ແລະ ຢາ
|
|
| LSIC | ||
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ເພສັດຊະກອນ ຫຼື ເພສັດຊະກອນຊັ້ນກາງ ຫຼື ການຢາຊັ້ນຕົ້ນ |
|
| ເງື່ອນໄຂໃນການຂໍເອກະສານ |
1. ເປັນຄົນສັນຊາດລາວ ທີ່ມີພູມລໍາເນົາຕັ້ງຢູ່ ສປປ ລາວ ຖາວອນບໍ່ຕໍ່າກວ່າ 5 ປີ; 2. ຄົນຕ່າງດ້າວ ຫຼື ຄົນບໍ່ແມ່ນສັນຊາດລາວ ທີ່ມີພູມລໍາເນົາຕັ້ງຢູ່ ສປປ ລາວ ຖາວອນ, ທີ່ບໍ່ໄດ້ສັງກັດລັດແຕ່ຕ້ອງໄດ້ຜ່ານລະບົບການຮຽນວິຊາຊີບ ສາທາລະນະສຸກຂອງ ສປປ ລາວ ແລະ ໄດ້ອະນຸມັດຈາກ ກະຊວງສາທາລະນະສຸກ; 3. ຕ້ອງແມ່ນຜູ່ທີ່ບໍ່ຢູ່ໃນໄລຍະຖືກດໍາເນີນຄະດີ ຫຼື ປະລະໜ້າທີ່ ຫຼື ຖືກປະຕິບັດວິໄນຍ້ອນການຜິດພາດ ທາງດ້ານວິຊາຊີບເພສັດຊະກໍາ; 4 ຕ້ອງມີສຸຂະພາບແຂງແຮງ ສົມບູນດີ; 5. ສໍາລັບຮ້ານຂາຍຍ່ອຍຢາທີ່ມີຜູ່ຊ່ວຍເປັນແພດ ຫຼື ວິຊາຊີບສາທາລະນະສຸກ ອື່ນໆ ທີ່ໄດ້ຮັບອະນຸຍາດຜ່ານມາແມ່ນໃຫ້ສືບຕໍ່ດໍາເນີນກິດຈະການຂອງຕົນເອງຈົນກວ່າຈະມີການປ່ຽນແປງ ຫຼື ມີຄໍາສັ່ງແນະນໍາໃໝ່ຈາກກະຊວງສາທາລະນະສຸກ. |
|
| ຄໍາເຫັນເພີ່ມເຕີມ |
ມີການຮັບຮອງວິຊາການຈາກຮ້ານຂາຍຍ່ອຍຢາ |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຄຳຮ້ອງ | ||||
| ໃບຊີວະປະຫວັດຫຍໍ້ | ຕິດຮູບ 3x4 ຖ່າຍບໍ່ເກີນ 1 ປີ |
|||
| ໃບປະກາສະນີຍະບັດ | ສຳເນົາ |
|||
| ບັດກິນເບ້ຍບຳນານ ຫລື ໃບອອກການ | ຫຼື ໃບຢັ້ງຢືນສັງກັດລັດ |
|||
| ໃບຢັ້ງຢືນຮັບໃຊ້ວິຊາສະເພາະທາງດ້ານເພສັດຊະກໍາ | ||||
| ໃບຢັ້ງຢືນສຸຂະພາບ | ບໍ່ເກີນ 3 ເດືອນ |
|||
| ໃບຢັ້ງຢືນທີ່ຢູ່ | ||||
| ຮູບ 3x4 | ບໍ່ເກີນ 1 ປີ (3 ໃບ) |
|||
| ໃບແຈ້ງໂທດ | ||||
| ໃບຮັບຮອງຈາກວິຊາການຜູ້ຖືທະບຽນວິຊາຊີບ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຢັ້ງຢືນສຸຂະພາບ | ບໍ່ເກີນ 3 ເດືອນ |
|||
| ໃບຄຳຮ້ອງຂໍຕໍ່ອາຍຸ | ||||
| ໃບທະບຽນຜູ້ຊ່ວຍຂາຍຢາ | ຕົ້ນສະບັບ |
|||
| ໃບຮັບຮອງສືບຕໍ່ຮັບເອົາເປັນຜູ້ຊ່ວຍຂອງວິຊາການຮ້າຍຂາຍຍ່ອຍຢາ | ||||
| ໝາຍເຫດ | ການຕໍ່ອາຍຸທະບຽນຜູ້ຊ່ວຍທີ່ໝົດບ່ອນຈໍ້າຕໍ່ແລ້ວນັ້ນ, ກະລຸນາຄັດຕິດຮູບຂະໜາດ 3X4 ຈໍານວນ 03 ໃບມາພ້ອມ. |
|||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ||
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 0 | ຢູ່ໃນນິຕິກຳບໍ່ໄດ້ລະບຸວັນເວລາໃນການພິຈາລະນາ. ຄໍາຮ້ອງຂໍຂຶ້ນທະບຽນໃໝ່ຂອງໃບຜູ້ຊ່ວຍຂາຍຢານັ້ນ ຕ້ອງໄດ້ມີຄໍາເຫັນຈາກຫ້ອງການສາທາລະນະສຸກເມືອງ ແລະ ພະແນກສາທາລະນະສຸກແຂວງ ຫລື ນະຄອນຫລວງວຽງຈັນ ຈຶ່ງຍື່ນສະເຫນີມາຍັງກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ເພື່ອຄົ້ນຄ້ວາ ແລະ ອະນຸມັດ. |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 24 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | - ການຕໍ່ອາຍຸໃບທະບຽນຜູ້ຊ່ວຍ ຕ້ອງຍື່ນຕໍ່ທະບຽນ 3 ເດືອນ ກ່ອນໃບທະບຽນຈະໝົດອາຍຸການນຳໃຊ້ - ຄໍາຮ້ອງຂໍຕໍ່ໃບທະບຽນຜູ້ຊ່ວຍຂາຍຢານັ້ນ ຕ້ອງໄດ້ມີຄໍາເຫັນຈາກຫ້ອງການສາທາລະນະສຸກເມືອງ ແລະ ພະແນກສາທາລະນະສຸກແຂວງ ຫລື ນະຄອນຫລວງວຽງຈັນ ຈຶ່ງຍື່ນສະເຫນີມາຍັງກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ເພື່ອຄົ້ນຄ້ວາ ແລະ ອະນຸມັດ. | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 100000.00 | 0.00 | 100000.00 |
| ຄຳເຫັນ |
ອີງຕາມລັດຖະບັນຍັດວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ 003/ປປທ |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 50000.00 | 0.00 | 50000.00 |
| ຄຳເຫັນ |
ອີງຕາມລັດຖະບັນຍັດວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ 003/ປປທ |
|||





