ໃບອະນຸຍາດຜະລິດຢາຕົວຢ່າງ ເພື່ອຂື້ນທະບຽນຕຳລາຢາຜະລິດພາຍໃນ
Permit to Produce Sample Drug for Domestic Drug Formula Registration
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ອື່ນໆ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 19.11.2020 | |
| ພາກສ່ວນຮັບຜິດຊອບ | ກົມອາຫານ ແລະ ຢາ
|
|
| LSIC | ||
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ໂຮງງານຜະລິດຢາພາຍໃນ |
|
| ເງື່ອນໄຂໃນການຂໍເອກະສານ |
1. ສໍາລັບຢາທີ່ຜະລິດພາຍໃນ ຜູ້ທີ່ມີຈຸດປະສົງຢາກຜະລິດຢາຕ້ອງຍື່ນຄໍາຮ້ອງຂໍຜະລິດຢາຕົວແບບຕາມຮ່າງຄໍາຮ້ອງ ຜຢ 1. ພາຍຫຼັງໄດ້ຮັບອະນຸຍາດໃຫ້ຜະລິດຢາຕົວແບບ ໂຮງງານຜູ້ຜະລິດ ຈະຕ້ອງໄດ້ປະກອບຄໍາຮ້ອງຂຶ້ນທະບຽນຢາຕາມແບບ ຜຢ 2 ພາຍໃນກໍານົດ 3 ເຖິງ 6 ເດືອນ; 2. ສໍາລັບຢາທີ່ນໍາເຂົ້າຈາກຕ່າງປະເທດ ຜູ້ທີ່ມີຈຸດປະສົງຢາກນໍາຢາເຂົ້າຈາກຕ່າງປະເທດຈະຕ້ອງຍື່ນຄໍາຮ້ອງຂໍອະນຸຍາດນໍາເຂົ້າຢາຕົວແບບ ຕາມຮ່າງຄໍາຮ້ອງ ນຂ 1. ພາຍຫຼັງໄດ້ຮັບອະນຸຍາດນໍາເຂົ້າຢາຕົວແບບ ບໍລິສັດກ່ຽວຂ້ອງຕ້ອງໄດ້ປະກອບຄໍາຮ້ອງ ນຂ 2 ພາຍໃນກໍານົດ 3 ເຖິງ 6 ເດືອນ. |
|
| ຄໍາເຫັນເພີ່ມເຕີມ | ||
| ກົດໝາຍ ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງ | ||||
|---|---|---|---|---|
| ຊື່ | ເລກທີ | ລົງວັນທີ | ໝາຍເຫດ | |
| ກົດໝາຍວ່າດ້ວຍ ຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ) | 07/ສພຊ | 21.12.2011 | ||
| ຂໍ້ກຳນົດວ່າດ້ວຍ ການຂຶ້ນທະບຽນຢາ | 1441/ກຊສ | 13.08.2003 | ||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຄຳຮ້ອງ | ||||
| ສະຫຼາກຢາທຸກຂະໜາດບັນຈຸ | 2 ຊຸດ |
|||
| ເອກະສານກຳກັບຢາ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ||
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 0 | ອີງຕາມຂໍ້ຕົກລົງວ່າດ້ວຍ ການຂຶ້ນທະບຽນຢາ 1441/ກຊສ, ໄລຍະເວລາພິຈາລະນາຄຳຮ້ອງແມ່ນ 3 ເດືອນ |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 6 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ອີງຕາມຂໍ້ຕົກລົງວ່າດ້ວຍ ການຂຶ້ນທະບຽນຢາ 1441/ກຊສ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 100000.00 | 0.00 | 0.00 | 100000.00 |
| ຄຳເຫັນ | ||||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 100000.00 | 0.00 | 0.00 | 100000.00 |
| ຄຳເຫັນ | ||||





