ໃບຢັ້ງຢືນທະບຽນຢາ ຕໍາລາຢາສາກົນທີ່ຜະລິດພາຍໃນປະເທດ
Certificate of Registration of International Drug Formula for Domestic Production
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບຢັ້ງຢືນ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 19.11.2020 | |
| ພາກສ່ວນຮັບຜິດຊອບ | ກົມອາຫານ ແລະ ຢາ
|
|
| LSIC | C - ອຸດສາຫະກໍາປຸງແຕ່ງ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ໂຮງງານຜະລິດຢາພາຍໃນ |
|
| ເງື່ອນໄຂໃນການຂໍເອກະສານ |
1. ສໍາລັບຢາທີ່ຜະລິດພາຍໃນ ຜູ້ທີ່ມີຈຸດປະສົງຢາກຜະລິດຢາຕ້ອງຍື່ນຄໍາຮ້ອງຂໍຜະລິດຢາຕົວແບບຕາມຮ່າງຄໍາຮ້ອງ ຜຢ 1. ພາຍຫຼັງໄດ້ຮັບອະນຸຍາດໃຫ້ຜະລິດຢາຕົວແບບ ໂຮງງານຜູ້ຜະລິດ ຈະຕ້ອງໄດ້ປະກອບຄໍາຮ້ອງຂຶ້ນທະບຽນຢາຕາມແບບ ຜຢ 2 ພາຍໃນກໍານົດ 3 ເຖິງ 6 ເດືອນ; 2. ສໍາລັບຢາທີ່ນໍາເຂົ້າຈາກຕ່າງປະເທດ ຜູ້ທີ່ມີຈຸດປະສົງຢາກນໍາຢາເຂົ້າຈາກຕ່າງປະເທດຈະຕ້ອງຍື່ນຄໍາຮ້ອງຂໍອະນຸຍາດນໍາເຂົ້າຢາຕົວແບບ ຕາມຮ່າງຄໍາຮ້ອງ ນຂ 1. ພາຍຫຼັງໄດ້ຮັບອະນຸຍາດນໍາເຂົ້າຢາຕົວແບບ ບໍລິສັດກ່ຽວຂ້ອງຕ້ອງໄດ້ປະກອບຄໍາຮ້ອງ ນຂ 2 ພາຍໃນກໍານົດ 3 ເຖິງ 6 ເດືອນ. |
|
| ຄໍາເຫັນເພີ່ມເຕີມ |
ສະເພາະການຂຶ້ນທະບຽນຢາທີ່ຜະລິດພາຍໃນ |
|
| ກົດໝາຍ ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງ | ||||
|---|---|---|---|---|
| ຊື່ | ເລກທີ | ລົງວັນທີ | ໝາຍເຫດ | |
| ກົດໝາຍວ່າດ້ວຍ ຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ) | 07/ສພຊ | 21.12.2011 | ||
| ຂໍ້ກຳນົດວ່າດ້ວຍ ການຂຶ້ນທະບຽນຢາ | 1441/ກຊສ | 13.08.2003 | ||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຄຳຮ້ອງຂໍອະນຸຍາດຂື້ນທະບຽນຕຳລາຢາຜະລິດພາຍໃນປະເທດ | ||||
| ໃບວິໄຈຄຸນນະພາບ | ໃຫ້ບອກເຖິງເຕັກນິກການວິໄຈ ແລະ ເອກກະສານທີ່ນຳໃຊ້ເພື່ອວິໄຈ 02 ຊຸດ |
|||
| ສຳເນົາໃບຢັ້ງຢືນຄຸນນະພາບວັດຖຸດິບທີ່ນຳມາຜະລິດຢາຕົວຢ່າງ | 2 ຊຸດ |
|||
| ເອກະສານ ຫຼື ຫຼັກຖານທີ່ຢັ້ງຢືນເຖິງຄຸນນະໂຫຍດຂອງຢາ | ຂໍ້ມູນກ່ຽວກັບການທົດລອງຢາ, 01 ຊຸດ |
|||
| ເອກະສານກ່ຽວກັບເຕັກນິກການຜະລິດຢາ | 1 ຊຸດ |
|||
| ຂໍ້ມູນການສຶກສາກ່ຽວກັບອາຍຸຂອງຢາ | ||||
| ສະຫຼາກ ແລະ ເອກກະສານກຳກັບຢາ | ຈໍານວນ 1 ຊຸດ |
|||
| ຕົວແບບຢາເພື່ອກວດກາ ແລະ ຕິດຕາມຄຸນນະພາບ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 0 | ອີງຕາມຂໍ້ຕົກລົງວ່າດ້ວຍ ການຂຶ້ນທະບຽນຢາ ເລກທີ 1441/ກຊສ, ໄລຍະເວລາພິຈາລະນາຄຳຮ້ອງແມ່ນ 6 ເດືອນ |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 36 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ອີງຕາມລັດຖະບັນຍັດວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ 003/ປປທ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 600000.00 | 0.00 | 600000.00 |
| ຄຳເຫັນ |
ອີງຕາມລັດຖະບັນຍັດວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ 003/ປປທ |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 100000.00 | 300000.00 | 0.00 | 400000.00 |
| ຄຳເຫັນ |
ອີງຕາມລັດຖະບັນຍັດວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ 003/ປປທ |
|||





