ໃບຢັ້ງຢືນດຳເນີນກິດຈະການໂຮງງານ
Factory Operation Certificate
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບຢັ້ງຢືນ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 20.11.2020 | |
| ພາກສ່ວນຮັບຜິດຊອບ | ກົມອຸດສາຫະກໍາ
|
|
| LSIC | C - ອຸດສາຫະກໍາປຸງແຕ່ງ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ຜູ້ດໍາເນີນກິດຈະການໂຮງງານ |
|
| ເງື່ອນໄຂໃນການຂໍເອກະສານ |
ໂຮງງານຕ້ອງມີເງື່ອນໄຂ ແລະ ໄດ້ມາດຕະຖານຄົບຖ້ວນ, ສາມາດຜະລິດທົດລອງໄດ້ແລ້ວ ຈິ່ງສະເໜີ ຂໍໃບຢັ້ງຢືນດໍາເນີນກິດຈະການໂຮງງານໄດ້ |
|
| ຄໍາເຫັນເພີ່ມເຕີມ |
ກ່ອນຈະດໍາເນີນການຜະລິດຖາວອນ ຜູ້ດໍາເນີນກິດຈະການໂຮງງານ ຕ້ອງໄດ້ຍື່ນຄໍາຮ້ອງຂໍໃບຢັ້ງຢືນດໍາເນີນກິດຈະການໂຮງງານ ຈາກກົມອຸດສາຫະກໍາ ແລະ ຫັດຖະກໍາ ກ່ອນ |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ລາຍການເຄື່ອງຈັກໃນໂຮງງານ | ||||
| ໃບຄຳຮ້ອງ | ຕາມແບບຟອມຂອງຂະແໜງອຸດສາຫະກໍາ ແລະ ການຄ້າ |
|||
| ໃບມອບສິດໃຫ້ຜູ້ຕາງໜ້າມາພົວພັນວຽກກໍລະນີຜູ້ສະເໜີບໍ່ສາມາດມາພົວພັນດ້ວຍຕົນເອງ | ||||
| ແຜນວາດຂະບວນການຜະລິດ | ພ້ອມບົດອະທິບາຍ |
|||
| ແຜນການເຄື່ອນໄຫວປະຈໍາປີຂອງໂຮງງານ | ຕາມແບບຟອມຂອງຂະແໜງອຸດສາຫະກໍາ ແລະ ການຄ້າ |
|||
| ແຜນຜັງການກໍ່ສ້າງ | ແລະ ລະບົບເຕັກນິກເຄື່ອງຈັກໂຮງງານ ຂະໜາດເຈັ້ຍ A3 ທີ່ຖືກຕ້ອງຕາມລະບຽບການກ່ຽວກັບການປຸກສ້າງ |
|||
| ຮູບ 3x4 | ຈໍານວນ 4 ໃບ ຮູບຖ່າຍຕ້ອງບໍ່ເກີນ 3 ເດືອນ |
|||
| ສຳເນົາໃບທະບຽນວິສາຫະກິດ | ໃບອະນຸຍາດລົງທຶນ ຫຼື ໃບອະນຸຍາດດໍາເນີນທຸລະກິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ |
|||
| ໃບຢັ້ງຍືນກ່ຽວກັບສິ່ງແວດລ້ອມ | (ສຳເນົາ) ສໍາລັບໂຮງງານທີ່ຢູ່ໃນບັນຊີການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ |
|||
| ໃບອະນຸຍາດປຸກສ້າງ | ສໍາເນົາ |
|||
| ໃບຢັ້ງຢືນແຜນການຕິດຕັ້ງລະບົບບໍາບັດ | ແລະ/ຫຼື ໃບຢັ້ງຢືນການປ່ອຍສົ່ງເສດເຫຼືອອອກຈາກໂຮງງານ |
|||
| ໃບສັນຍາເຊົ່າທີ່ດິນ | ຫຼື ໃບສັນຍາເຊົ່າອາຄານ ຫຼື ໃບມອບກໍາມະສິດທີ່ດິນ ແລະ ໃບຕາດິນ |
|||
| ໃບຢັ້ງຢືນຄຸນນະພາບຜະລິດຕະພັນ | ສໍາລັບຜະລິດຕະພັນອາຫານ, ເຄື່ອງດື່ມ ແລະ ຢາປົວພະຍາດ |
|||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມອຸດສາຫະກໍາ, ກະຊວງອຸດສາຫະກຳ ແລະ ການຄ້າ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 5 | - ໃນກໍລະນີເອກະສານບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ ຕ້ອງແຈ້ງໃຫ້ຜູ້ສະເໜີຮັບຊາບພາຍໃນ 5 ວັນ ນັບແຕ່ມື້ໄດ້ຮັບເອກະສານ ເພື່ອປັບປຸງໃຫ້ຖືກຕ້ອງ ແລະ ຄົບຖ້ວນ. - ຖ້າເອກະສານຖືກຕ້ອງ ແລະ ຄົບຖ້ວນ ຕາມເງື່ອນໄຂ ແລະ ມາດຕະຖານແລ້ວ ຈະອອກໃບຢັ້ງຢືນໃຫ້ພາຍໃນ 5 ວັນຖະການ. |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 36 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ຕ້ອງຍື່ນຂໍຕໍ່ກ່ອນມື້ຈະໝົດກໍານົດ 30 ວັນ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 0.00 | 0.00 | 0.00 |
| ຄຳເຫັນ |
ຄ່າທໍານຽມແມ່ນເກັບຕາມຂະໜາດຂອງແຮງມ້າ ຕາມທີ່ໄດ້ລະບຸໄວ້ໃນລັດຖະບັນຍັດ ເລກທີ 003/ປປທ |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 0.00 | 0.00 | 0.00 |
| ຄຳເຫັນ |
ຄ່າທໍານຽມແມ່ນເກັບຕາມຂະໜາດຂອງແຮງມ້າ ຕາມທີ່ໄດ້ລະບຸໄວ້ໃນລັດຖະບັນຍັດ ເລກທີ 003/ປປທ |
|||





