ດາວໂຫຼດຂໍ້ມູນ

ໃບອະນຸຍາດດຳເນີນທຸລະກິດປ້ຳນໍ້າມັນເຊື້ອໄຟ

License to Operate Fuel (Gas) Station

ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ
ຊື່ຂອງແບບຟອມ ໃບອະນຸຍາດດຳເນີນທຸລະກິດປ້ຳນໍ້າມັນເຊື້ອໄຟ
ປະເພດເອກະສານ ໃບອະນຸຍາດດໍາເນີນທຸລະກິດ
ວັນທີແກ້ໄຂຂໍ້ມູນລ່າສຸດ 04.12.2020
ພາກສ່ວນຮັບຜິດຊອບ ພະແນກອຸດສາຫະກຳ ແລະ ການຄ້າ
LSIC G - ການຄ້າຂາຍຍົກ ແລະ ຂາຍຍ່ອຍ; ສ້ອມແປງລົດຍົນ ແລະ ລົດຈັກ
ຜູ້ທີ່ສາມາດຍື່ນຂໍເອກະສານ
ຜູ້ທີ່ມີຈຸດປະສົງທີ່ຕ້ອງການຈະລົງທຶນ ຫຼື ດຳເນີນທຸລະກິດດ້ານ ບໍລິການປ້ຳນໍ້າມັນເຊື້ອໄຟ ຢູ່ ນະຄອນຫຼວງວຽງຈັນ
ເງື່ອນໄຂໃນການຂໍເອກະສານ
•	ມີໃບຢັ້ງຢືນການເຄື່ອນໄຫວທຸລະກິດຂອງປໍ້ານໍ້າມັນເຊື້ອໄຟ
•	ໄດ້ລົງທຶນ ແລະ ຖອກທຶນຈົດທະບຽນ ຕາມທີ່ໄດ້ ກຳນົດໄວ້ໃນ ຂໍ້ 1.3 ມາດຕາ 7 ຂອງດໍລັດ ເລກທີ 331/ນຍ
•	ມີລະບົບບັນຊີຕິດຕາມ ການຮັບ ແລະ ການຈ່າຍ ນໍ້າມັນເຊື້ອໄຟ ປະຈໍາວັນ
•	ມີລະບົບການຕິດຕາມ-ກວດນັບຕົວເລກການຈ່າຍໜ່າຍນໍ້າມັນເຊື້ອໄຟ
•	ມີເຄື່ອງໝາຍຂອງບໍລິສັດ ທີ່ຕົນເປົນຕົວແທນຈໍາໜ່າຍ
•	ມີບັນຊີເງິນຝາກຢູ່ທະນາຄານທີ່ຕັ້ງຢູ່ ສປປ ລາວ ແລະ ການຊື້ຂາຍນໍ້າມັນເຊື້ອໄຟ ຕ້ອງຊໍາລະຜ່ານ ທະນາຄານ
•	ມີຫົວປໍ້າ ແລະ ເຄື່ອງກວດກາບໍລິມາດ ທີ່ໄດ້ຜ່ານການກວດກາ ແລະ ຢັ້ງຢືນມາດຕະຖານ ຈາກຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ
•	ມີບັ້ງມອດໄຟ ຕາມຈໍານວນປໍ້າ ພ້ອມດ້ວຍອຸປະກອນມອດໄຟຂັ້ນພື້ນຖານ
•	ມີຖັງເກັບນໍ້າມັນ ທີ່ບັນຈຸໄດ້ສູງສຸດບໍ່ໃຫ້ເກີນ ແປດໝື່ນ ລິດ ຕໍ່ໜຶ່ງປໍ້າ
•	ມີຫ້ອງນໍ້າສາທາລະນະ
•	ຖ້າມີການດຳເນີນກິດຈະການອື່ນ ຢູ່ປໍ້ານໍ້າມັນເຊື້ອໄຟ ເປັນຕົ້ນ ຮ້ານສະດວກຊື້, ຮ້ານອາຫານ, ຮ້ານຂາຍເຄື່ອງດື່ມ ຕ້ອງຂຶ້ນທະບຽນວິສາຫະກິດ ສະເພາະຂອງແຕ່ລະກິດຈະການ
•	ມີປະກັນໄພ ຕາມກົດໝາຍວ່າດ້ວຍການປະກັນໄພ
ຄໍາເຫັນເພີ່ມເຕີມ

                                                    

ກົດໝາຍ ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງ
ຊື່ ເລກທີ ລົງວັນທີ ໝາຍເຫດ
ດໍາລັດວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ 331/ນຍ 27.10.2017
ຄຳແນະນຳ ກ່ຽວກັບການຈັດຕັ້ງປະຕິບັດເນື້ອໃນບາງມາດຕາ ຂອງ ດໍາລັດວ່າດ້ວຍ ທຸລະກິດນໍ້າ ມັນເຊື້ອໄຟ ເລກທີ 331/ນຍ ລົງວັນທີ 27.10.2017 0521/ອຄ.ກຄພນ 02.05.2018
ຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາກິດຈະການອຸດສາຫະກໍາ ແລະ ການຄ້າ ທີ່ຕ້ອງອອກໃບອະນຸຍາດດໍາເນີນທຸລະກິດ 0044/ອຄ.ກທຄວ 18.01.2019
ໜັງສືແນະນໍາການອອກໃບອະນຸຍາດດໍາເນີນທຸລະກິດ ໃນຂະແໜງກິດຈະການການຄ້າພາຍໃນ 0164/ກຄພນ.ຄພຄ 01.02.2019 ""

ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງ​ທໍາ​ອິດ
ຊື່ ປະເພດ ໝາຍເຫດ
ໃບຄຳຮ້ອງ ການກະ ທຳ ທີ່ຢັ້ງຢືນ
 ຕາມແບບຟອມຂອງພະແນກອຸດສາຫະກໍາ ແລະ ການຄ້າ 
ໃບທະບຽນວິສາຫະກິດ ການກະ ທຳ ທີ່ຢັ້ງຢືນ
 ລວມທັງ ໃບທະບຽນວິສາຫະກິດ ຂອງບໍລິສັດນຳເຂົ້າ ແລະ ສົ່ງອອກ ຫຼື ບໍລິສັດຈຳໜ່າຍພາຍໃນ, ມະຕິຕົກລົງ ສ້າງຕັ້ງ ແລະ ໃບມອບສິດ ສຳລັບປ້ຳບໍລິສັດ ລົງທຶນເອງ 
ໃບອະນຸຍາດປຸກສ້າງຊົ່ວຄາວ ການກະ ທຳ ທີ່ຢັ້ງຢືນ
  
ໃບຢັ້ງຢືນດ້ານສິ່ງແວດລ້ອມ ແລະ ສັງຄົມ ການກະ ທຳ ທີ່ຢັ້ງຢືນ
 ກ່ຽວກັບປ້ຳນໍ້າມັນເຊື້ອໄຟ 
ໃບຢັ້ງຢືນການກວດຜ່ານກ່ຽວກັບຄວາມປອດໄພທາງດ້ານອັກຄີໄພ ການກະ ທຳ ທີ່ຢັ້ງຢືນ
  
ບັນຊີຊັບສິນ ການກະ ທຳ ທີ່ຢັ້ງຢືນ
 ຂອງປ້ຳນ້ຳມັນເຊື້ອໄຟ 
ໃບຢັ້ງຢືນຖານະການເງິນ ການກະ ທຳ ທີ່ຢັ້ງຢືນ
 ຈາກທະນາຄານ 
ໃບຢັ້ງຢືນການເປັນຕົວແທນ ການກະ ທຳ ທີ່ຢັ້ງຢືນ
 ແລະ ສັນຍາຊື້-ຂາຍ ນ້ຳມັນເຊື້ອໄຟ ສຳລັບປ້ຳຕົວແທນ 
ບັນຊີເງິນຝາກ ການກະ ທຳ ທີ່ຢັ້ງຢືນ
 ໃນທະນາຄານທີ່ຕັ້ງຢູ່ ສປປ ລາວ 
ຮູບ 3x4 ການກະ ທຳ ທີ່ຢັ້ງຢືນ
 ຂອງຜູ້ອຳນວຍການ ຫຼື ຜູ້ຈັດການ ຈຳນວນ 2 ແຜ່ນ  

ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ
ຊື່ ປະເພດ ໝາຍເຫດ
ຄໍາຮ້ອງແຈ້ງຂໍສືບຕໍ່ອະນຸຍາດດໍາເນີນທຸລະກິດ ການກະ ທຳ ທີ່ຢັ້ງຢືນ
  
 
ຮູບແບບການຍື່ນເອກະສານ
ການຍື່ນເອກະສານ ຢູ່ທີ່ຫ້ອງການເຈົ້າຫນ້າທີ່
ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ
ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) 10
 
ການຕໍ່ອາຍຸເອກະສານ
ເອກະສານມີກຳນົດອາຍຸ ຫຼື ບໍ່? ມີ
ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? 24
ມີຂັ້ນຕອນແລະເງື່ອນໄຂແນວໃດເພື່ອໃຫ້ໄດ້ຮູບແບບ?
ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ ຕ້ອງປະກອບເອກະສານຍື່ນຂໍຕໍ່ໃບອະນຸຍາດດໍາເນີນທຸລະກິດ ກ່ອນໝົດອາຍຸ 6 ເດືອນ ຫຼັງຈາກນັ້ນເຈົ້າໜ້າທີ່ຈະລົງກວດກາສະຖານທີ່ ແລ້ວຈິ່ງຕໍ່ໃບອະນຸຍາດໃຫ້
 
ຄ່າທຳນຽມສຳລັບການຍື່ນຂໍເອກະສານ
ມີຄ່າໃຊ້ຈ່າຍ ຫຼື ບໍ່ ຄ່າບໍລິການ ຄ່າທຳນຽມທາງວິຊາການ ຄ່າໃບຄຳຮ້ອງ ຄ່າໃຊ້ຈ່າຍທັງໝົດ
ມີ 0.00 100000.00 10000.00 110000.00
ຄຳເຫັນ
ຄ່າບໍລິການວິຊາການຍັງບໍ່ທັນໄດ້ກໍານົດ
 
ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ
ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? ຄ່າບໍລິການ ຄ່າທຳນຽມທາງວິຊາການ ຄ່າໃບຄຳຮ້ອງ ຄ່າໃຊ້ຈ່າຍທັງໝົດ
ມີ 0.00 100000.00 10000.00 110000.00
ຄຳເຫັນ
ຄ່າບໍລິການວິຊາການຍັງບໍ່ທັນໄດ້ກໍານົດ
     
 

ຄູ່ຮ່ວມມື

         
up
reset WAY cursor WAY contrast WAY Font size WAY Black and White WAY Links WAY