ໜັງສືອະນຸຍາດນຳໃຊ້ແຫຼ່ງກຳເນີດລັງສີ
Permit for Using Radiation Sources
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ອື່ນໆ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 07.12.2020 | |
| ພາກສ່ວນຮັບຜິດຊອບ | ກົມວິທະຍາສາດ
|
|
| LSIC | A - ກະສິກໍາ, ປ່າໄມ້ ແລະ ການປະມົງ, B - ອຸດສາຫະກໍາບໍ່ແຮ່ ແລະ ການຂຸດຄົ້ນ, C - ອຸດສາຫະກໍາປຸງແຕ່ງ, D - ການສະໜອງໄຟຟຟ້າ, ອາຍແກັສ ແລະ ອາຍເຢັນ, P - ການສຶກສາ, Q - ການເຄື່ອນໄຫວກ່ຽວກັບສຸຂະພາບມະນຸດ ແລະ ວຽກງານທາງສັງຄົມ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ຜູ້ປະກອບການ (ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ກ່ຽວຂ້ອງກັບການ ນຳເຂົ້າ, ສົ່ງອອກ, ສົ່ງຜ່ານ ແລະ ມີໄວ້ຄອບຄອງ ແຫຼ່ງກຳເນີດລັງສີ ຢູ່ ສປປ ລາວ) |
|
| ເງື່ອນໄຂໃນການຂໍເອກະສານ |
ຕ້ອງປະກອບເອກະສານຄົບຊຸດຕາມລາຍການທີ່ໄດ້ກຳນົດໄວ້ ໃນມາດຕາ 35 ຂອງກົດໝາຍວ່າດ້ວຍຄວາມປອດໄພຈາກລັງສີ ແລະ ຕາມເອກະສານເພີ່ມເຕີມຂອງກົມວິທະຍາສາດ ຕາມແຕ່ລະປະເພດຂອງແຫຼ່ງກຳເນີດລັງສີ |
|
| ຄໍາເຫັນເພີ່ມເຕີມ |
ເນື່ອງຈາກກົດໝາຍວ່າດ້ວຍຄວາມປອດໄພຈາກລັງສີ ເປັນກົດໝາຍໃໝ່ທີ່ຫາກໍ່ປະກາດໃຊ້ ດັ່ງນັ້ນເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ຂໍອະນຸຍາດ ໜ່ວຍງານພວກເຮົາຈຶ່ງສ້າງທີມງານ ແລະ ພະແນກຮັບຜິດຊອບໃຫ້ຂໍ້ມູນແດ່ຜູ້ມາສອບຖາມ. ແບບຟອມຕ່າງໆແມ່ນກະກຽມຮຽບຮ້ອຍ ຍັງແຕ່ຖ້າຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ. |
|
| ກົດໝາຍ ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງ | ||||
|---|---|---|---|---|
| ຊື່ | ເລກທີ | ລົງວັນທີ | ໝາຍເຫດ | |
| ກົດໝາຍວ່າດ້ວຍຄວາມປອດໄພຈາກລັງສີ | 061/ສພຊ | 14.12.2018 | ||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຄຳຮ້ອງຂໍອະນຸຍາດ | ||||
| ຂໍ້ມູນກ່ຽວກັບແຫຼ່ງກຳເນີດລັງສີ | ພ້ອມທັງປະລິມານ, ປະເພດ ແລະ ຄຸນລັກສະນະ |
|||
| ເອກະສານຮັບຮອງກ່ຽວກັບແຫຼ່ງກຳເນີດລັງສີ | ຈາກຜູ້ໃຫ້ການສະໜັບສະໜູນ ຫຼື ອົງການຈັດຕັ້ງທີ່ກ່ຽວຂ້ອງ |
|||
| ໃບຢັ້ງຢືນຈາກຜູ້ຜະລິດແຫຼ່ງກຳເນີດລັງສີ | ແລະ ລາຍລະອຽດທີ່ກ່ຽວຂ້ອງ |
|||
| ຂໍ້ມູນກ່ຽວກັບສະຖານທີ່ໃຫ້ກຳເນີດລັງສີ | ||||
| ບົດລາຍງານການວິເຄາະ ແລະ ປະເມີນຄວາມປອດໄພກ່ຽວກັບສະຖານທີ່ໃຫ້ກຳເນີດລັງສີ | ||||
| ແຜນການຮັບມືປ້ອງກັນ ແລະ ແກ້ໄຂກໍລະນີເກີດເຫດສຸກເສີນ | ||||
| ເອກະສານຢັ້ງຢືນແຫຼ່ງທີ່ມາ ແລະ ສະຖານະການເງິນ ຂອງຜູ້ປະກອບການ | ລວມທັງຜູ້ຖືຮຸ້ນ ແລະ ຜູ້ໄດ້ຮັບຜົນປະໂຫຍດ |
|||
| ໃບຢັ້ງຢືນກ່ຽວກັບການດຳເນີນກິດຈະການທີ່ໄດ້ດຳເນີນຜ່ານມາ ກ່ຽວກັບການນຳໃຊ້ແຫຼ່ງກຳເນີດລັງສີ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຄຳຮ້ອງຂໍຕໍ່ອາຍຸ | ||||
| ໃບຢັ້ງຢືນການດຳເນີນກິດຈະການ | ||||
| ໃບຢັ້ງຢືນການຈ່າຍຄ່າທຳນຽມ ແລະ ຄ່າບໍລິການ | ||||
| ໃບຢັ້ງຢືນຄວາມປອດໄພຈາກລັງສີ | ||||
| ບົດລາຍງານຜົນກະທົບຕໍ່ສິ່ງແວດລ້ອມ ກ່ຽວກັບການນຳໃຊ້ແຫຼ່ງກຳເນີດລັງສີ | ||||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກະຊວງສຶກສາທິການ ແລະ ກິລາ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 10 | |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 24 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ຕ້ອງປະກອບເອກະສານ ຕາມທີ່ໄດ້ລະບຸໄວ້ໃນມາດຕາ 37 ຂອງກົດໝາຍວ່າດ້ວຍຄວາມປອດໄພຈາກລັງສີ ແລະ ຕາມເອກະສານເພີ່ມເຕີມຂອງກົມວິທະຍາສາດ ຕາມແຕ່ລະປະເພດຂອງແຫຼ່ງກຳເນີດລັງສີ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ບໍ່ມີ | 0.00 | 0.00 | 0.00 | 0.00 |
| ຄຳເຫັນ |
ຍັງບໍ່ທັນໄດ້ກຳນົດໃນລັດຖະບັນຍັດ 003/ປທ, ປັດຈຸບັນກຳລັງຄົ້ນຄວ້າຄ່າທຳນຽມ |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ບໍ່ມີ | 0.00 | 0.00 | 0.00 | 0.00 |
| ຄຳເຫັນ |
ຍັງບໍ່ທັນໄດ້ກຳນົດໃນລັດຖະບັນຍັດ 003/ປທ, ປັດຈຸບັນກຳລັງຄົ້ນຄວ້າຄ່າທຳນຽມ |
|||





