ໃບຢັ້ງຢືນການຂຶ້ນທະບຽນຢາພື້ນເມືອງທີ່ຜະລິດພາຍໃນ
Certificate of Registration for Domestic Manufactured Traditional Medicine
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ອື່ນໆ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 09.12.2020 | |
| ພາກສ່ວນຮັບຜິດຊອບ | ກົມອາຫານ ແລະ ຢາ
|
|
| LSIC | Q - ການເຄື່ອນໄຫວກ່ຽວກັບສຸຂະພາບມະນຸດ ແລະ ວຽກງານທາງສັງຄົມ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ຜູ້ທີ່ມີສິດຂຶ້ນທະບຽນຢາ ພື້ນເມືອງແມ່ນໂຮງງານ, ບໍລິສັດຂາອອກ-ຂາເຂົ້າ ທີ່ດຳເນີນທຸລະກິດດ້ານຢາພື້ນເມືອງ ຊຶ່ງໄດ້ຮັບອະນຸຍາດຢ່າງຖືກຕ້ອງ ຈາກຂະແໜງການສາທາລະນະສຸກ |
|
| ເງື່ອນໄຂໃນການຂໍເອກະສານ |
ຕ້ອງປະຕິບັດຕາມລະບຽບການຂອງກະຊວງສາທາລະນະສຸກວາງອອກທຸກຂັ້ນຕອນ |
|
| ຄໍາເຫັນເພີ່ມເຕີມ |
ບຸກຄົນ ແລະ ການຈັດຕັ້ງທີ່ໄດ້ຮັບອະນຸຍາດຕ້ອງປະຕິບັດພັນທະຕາມການຕົກລົງຂອງ ອົງການທີ່ອອກອະນຸຍາດເພື່ອປະກອບສ່ວນເຂົ້າໃນການບູລະນະແລະຟື້ນຟູລະບົບນິເວດວິທະຍາ |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຄຳຮ້ອງຂໍອະນຸຍາດຜະລິດຢາພື້ນເມືອງພາຍໃນປະເທດ | 1. ໃບສະເໜີຂອງໂຮງງານ/ຫ້ອງປຸງແຕ່ງ, ຈຳນວນ 01 ສະບັບ 2. ໃບທະບຽນວິສາຫະກິດ, ຈຳນວນ 01 ສະບັບ 3. ໃບທະບຽນວິຊາຊີບເພຊັສກຳ, ຈຳນວນ 01 ສະບັບ 4. ກັບ, ກ໋ອງ, ສະຫຼາກທຸກຂະໜາດບັນຈຸ, ຈຳນວນ 02 ຊຸດ 5. ເອກະສານກຳກັບຢາ (ພາສາລາວ/ອັງກິດ), ຈຳນວນ 02 ຊຸດ 6. ເອກະສານຂັ້ນຕອນວິທີການກ່ຽວກັບກຳມະວິທີ/ເຕັກນິກ/ຂັ້ນຕອນການຜະລິດ, ປຸງແຕ່ງ, ຈຳນວນ 01 ຊຸດ 7. ເອກະສານອ້າງອີງເຖິງທີ່ມາຂອງສູດຕຳລາ ແລະ ສັບພະຄຸນ, ຈຳນວນ 01 ຊຸດ |
|||
| ຄຳຮ້ອງຂໍອະນຸຍາດຂຶ້ນທະບຽນຜະລິດຕະພັນຢາພື້ນເມືອງພາຍໃນປະເທດ | 1. ໃບສະເໜີຂອງໂຮງງານ/ຫ້ອງປຸງແຕ່ງ, ຈຳນວນ 01 ສະບັບ 2. ແຈ້ງການອະນຸຍາດຍື່ນຟອມ 2 ຈາກກົມອາຫານແລະຢາ, ຈຳນວນ 01 ສະບັບ 3. ກັບ, ກ໋ອງ, ສະຫຼາກທຸກຂະໜາດບັນຈຸ, ຈຳນວນ 02 ຊຸດ 4. ເອກະສານກຳກັບຢາ (ພາສາລາວ/ອັງກິດ), ຈຳນວນ 02 ຊຸດ 5. ເອກະສານອ້າງອີງເຖິງທີ່ມາຂອງສູດຕຳລາ, ຈຳນວນ 01 ຊຸດ 6. ເອກະສານອ້າງອີງເຖິງແຫຼ່ງທີ່ມາຂອງວັດຖຸດິບ (ພືດທີ່ເປັນຢາ), ຈຳນວນ 01 ຊຸດ 7. ເອກະສານຢັ້ງຢືນການວິໄຈຂອງວັດຖຸດິບ (ພືດທີ່ເປັນຢາ), ຈຳນວນ 01 ຊຸດ 8. ເອກະສານຂັ້ນຕອນວິທີການກ່ຽວກັບກຳມະວິທີ/ເຕັກນິກ/ຂັ້ນຕອນການຜະລິດ, ປຸງແຕ່ງ, ຈຳນວນ 01 ຊຸດ 9. ເອກະສານຢັ້ງຢືນການວິໄຈຜະລິດຕະພັນສຸດທ້າຍຈາກ(ສະຖາບັນການແພດ ແລະ ການຢາພື້ນເມືອງ), ຈຳນວນ 01 ຊຸດ 10. ເອກະສານຜົນຂອງການສຶກສາອາຍຸຂອງຜະລິດຕະພັນຫຼືແຫຼ່ງຂໍ້ມູນອ້າງອີງ, ຈຳນວນ 01 ຊຸດ 11. ຕົວແບບເພື່ອກວດກາແລະຕິດຕາມຄຸນນະພາບ (ຊຸດຜະລິດໃຫ້ກົງກັບໃບວິໄຈ) ທຸກຂະໜາດບັນຈຸ |
|||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຄຳຮ້ອງຂໍອະນຸຍາດຕໍ່ທະບຽນຜະລິດຕະພັນຢາພື້ນເມືອງພາຍໃນປະເທດ | 1. ໃບສະເໜີຂອງໂຮງງານ/ຫ້ອງປຸງແຕ່ງ, ຈຳນວນ 01 ສະບັບ 2. ໃບຢັ້ງຢືນການອອກທະບຽນໃນຄັ້ງກ່ອນ (ສະບັບຕົ້ນ), ຈຳນວນ 01 ສະບັບ 3. ກັບ, ກ໋ອງ, ສະຫຼາກທຸກຂະນາດບັນຈຸ, ຈຳນວນ 02 ຊຸດ 4. ເອກະສານກຳກັບຢາ (ພາສາລາວ/ອັງກິດ), ຈຳນວນ 02 ຊຸດ 5. ເອກະສານອ້າງອີງເຖິງແຫຼ່ງທີ່ມາຂອງວັດຖຸດິບ (ພືດທີ່ເປັນຢາ), ຈຳນວນ 01 ຊຸດ 6. ເອກະສານຢັ້ງຢືນການວິໄຈຂອງວັດຖຸດິບ (ພືດທີ່ເປັນຢາ), ຈຳນວນ 01 ຊຸດ 7. ເອກະສານຂັ້ນຕອນວິທີການກ່ຽວກັບກຳມະວິທີ/ເຕັກນິກ/ຂັ້ນຕອນການຜະລິດ, ປຸງແຕ່ງ, ຈຳນວນ 01 ຊຸດ 8. ເອກະສານຢັ້ງຢືນການວິໄຈຜະລິດຕະພັນສຸດທ້າຍ ( ຢັ້ງຢືນຄຸນນະພາບຈາກສະຖາບັນການແພດ ແລະ ການຢາພື້ນເມືອງ ), ຈຳນວນ 01 ຊຸດ |
|||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 180 | ທຸກໆຄັ້ງຜູ້ປະກອບການຕ້ອງໄດ້ຢື່ນແບບຟອມ 1 ກ່ອນເຊິ່ງຈະໃຊ້ເວລາໃນການພິຈາລະນາ 3 ເດືອນພາຍຫຼັງແບບຟອມ 1 ໄດ້ຮັບການພິຈາລະນາອອກແຈ້ງການຟອມ1ແລ້ວ, ຈຶ່ງສາມາດຢື່ນແບບຟອມ 2 ຈະໃຊ້ເວລາໃນການພິຈາລະນາ 6 ເດືອນ. |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 36 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ໃບທະບຽນຜະລິດຕະພັນຢາພື້ນເມືອງມີອາຍຸ3ປີ; ໃກ້ຈະໝົດອາຍຸກ່ອນ 03 ເດືອນໃຫ້ທາງຜູ້ປະກອບການ ເຮັດໃບສະເໜີຂໍຕໍ່ໃບທະບຽນຄືນໃໝ່ ໂດຍປະກອບເອກະສານຕາມແບບຟອມຂອງກົມອາຫານ ແລະ ຢາ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 100000.00 | 600000.00 | 5000.00 | 705000.00 |
| ຄຳເຫັນ |
ອີງຕາມລັດຖະບັນຍັດວ່າດ້ວຍຄ່າທຳນຽມແລະຄ່າບໍລິການ, ເລກທີ 003/ປປທ, ລົງວັນທີ 26.12.2012 (ໝວດທີ IX, ມາດຕາ 45-47, ໜ້າ 89-92) |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 100000.00 | 600000.00 | 5000.00 | 705000.00 |
| ຄຳເຫັນ |
ອີງຕາມລັດຖະບັນຍັດວ່າດ້ວຍຄ່າທຳນຽມແລະຄ່າບໍລິການ, ເລກທີ 003/ປປທ, ລົງວັນທີ 26.12.2012 (ໝວດທີ IX, ມາດຕາ 45-47, ໜ້າ 89-92) |
|||





