ໃບທະບຽນວິຊາຊີບເພສັຊກຳສຳລັບຮ້ານຂາຍຢາພື້ນເມືອງ
Licensing Pharmacist for Traditional Medicine Pharmacy
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ອື່ນໆ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 09.12.2020 | |
| ພາກສ່ວນຮັບຜິດຊອບ | ກົມອາຫານ ແລະ ຢາ
                                                         | 
                                                |
| LSIC | Q - ການເຄື່ອນໄຫວກ່ຽວກັບສຸຂະພາບມະນຸດ ແລະ ວຽກງານທາງສັງຄົມ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ | 
                                                        ບຸກຄົນຫລືນິຕິບຸກຄົນທີ່ມີຈຸດປະສົງຂໍສ້າງຕັ້ງຮ້ານຂາຍຢາ ຕ້ອງໄດ້ຂໍໃບອະນຸຍາດທະບຽນວິຊາສະເພາະ ຕາມລະບຽບການຂອງ ກະຊວງສາທາລະນະສຸກ.  | 
                                                |
| ເງື່ອນໄຂໃນການຂໍເອກະສານ | 
                                                        ຜູ້ສະເໜີຂໍຕ້ອງໄດ້ສ້າງບົດວິພາກທາງດ້ານເສດຖະກິດ, ບົດວິພາກເຕັກນິກການປຸກສ້າງ(ແຜນຜັງ) ພ້ອມທັງມີແຜນການປູກ ຫຼືການລ້ຽງທົດແທນຊັບພະຍາກອນທໍາມະຊາດທີ່ເປັນຢາມາປະກອບດ້ວຍ ດ້ວຍແລະການຂຸດຄົ້ນ,ເກັບກູ້ຕ້ອງມີວິທີການແລະນໍາໃຊ້ເຕັກນິກທີ່ເໝາະສົມພ້ອມທັງຖືກລະດູ ການຊຶ່ງມີຜົນກະທົບໜ້ອຍທີ່ສຸດຕໍ່ການຂະຫຍາຍພັນຂອງພືດແລະສັດເພື່ອການຍືນຍົງຄົງຕົວຂອງແຫລ່ງຊັບພະຍາກອນທໍາມະຊາດທີ່ເປັນຢາ  | 
                                                |
| ຄໍາເຫັນເພີ່ມເຕີມ | 
                                                        ການຂໍເປີດໃຫມ່ຫຼືຕໍ່ທະບຽນວິຊາສະເພາະຮ້ານຂາຍຢາພື້ນເມືອງຕ້ອງນຳສະເໜີຜ່ານຕຳເຫັນ ຈາກຫ້ອງການສາທາລະນະສຸກເມືອງ, ພະແນກສາທາລະນະສຸກແຂວງ/ນະຄອນຫຼວງແລ້ວ ຈຶ່ງນຳສະເໜີມາຍັງກົມອາຫານແລະຢາພິຈາລະນາຕາມລະບຽບການ. ພາຍຫຼັງທີ່ໄດ້ຮັບອະນຸຍາດບຸກຄົນແລະນິຕິ ບຸກຄົນ ຕ້ອງປະຕິບັດພັນທະຕາມການຕົກລົງຂອງອົງການທີ່ອອກ ອະນຸຍາດເພື່ອປະກອບສ່ວນເຂົ້າໃນການບູລະນະ.  | 
                                                |
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບທະບຽນວິສາຫະກິດ | ||||
| ບົດວິພາກເສດຖະກິດ-ເຕັກນິກການຜະລິດ | ||||
| ບົດວິພາກເສດຖະກິດ-ເຕັກນິກການປຸກສ້າງ | ||||
| ໃບສະເໜີ | ຮ່າງຂຶ້ນເອງ  | 
                                                            |||
| ໃບທະບຽນວິຊາຊີບເພສັດຊະກໍາ | ອອກອະນຸຍາດໂດຍກະຊວງສາທາລະນະສຸກ ຫຼື ໃບຝຶກອົບຮົມຈາກສະຖາບັນການແພດ ແລະ ການຢາພື້ນເມືອງ  | 
                                                            |||
| ບັດກິນເບ້ຍບຳນານ ຫລື ໃບອອກການ | ຫຼື ໃບຢັ້ງຢືນສັງກັດລັດ  | 
                                                            |||
| ໃບຊີວະປະຫວັດຫຍໍ້ | ||||
| ໃບຢັ້ງຢືນຮັບໃຊ້ວິຊາສະເພາະທາງດ້ານເພສັດຊະກໍາ | ||||
| ໃບຢັ້ງຢືນສຸຂະພາບ | ||||
| ໃບຢັ້ງຢືນສັນຊາດ | ຖ້າຄົນຕ່າງດ້າວ  | 
                                                            |||
| ໃບແຈ້ງໂທດ | ||||
| ໃບຢັ້ງຢືນທີ່ຢູ່ | ||||
| ຮູບ 3x4 | ບໍ່ເກີນ 6 ເດືອນ  | 
                                                            |||
| ໃບຢັ້ງຢືນກຳມະສິດ | ຫຼື ສັນຍາເຊົ່າ  | 
                                                            |||
| ແຜນວາດທີ່ຕັ້ງ | ແຜນວາດທີ່ຕັ້ງການຈັດວາງຫ້ອງ, ອຸປະກອນ,ຕູ້  | 
                                                            |||
| ໃບຢັ້ງຢືນສະຖານທີ່ | ຈາກອຢ ແຂວ, ນະຄອນຫຼວງ  | 
                                                            |||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 30 | ກົດໝາຍບໍ່ໄດ້ລະບຸໄລຍະເວລາໃນການພິຈາລະນາໄວ້ແຕ່ເຈົ້າໜ້າທີ່ແຈ້ງວ່າໄລຍະເວລາໃນການພິຈາລະນາປົກກະຕິແມ່ນບໍ່ເກີນ 30ວັນ | 
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 24 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ||
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 0.00 | 400000.00 | 0.00 | 400000.00 | 
| ຄຳເຫັນ | 
                                                        ອີງຕາມລັດຖະບັນຍັດວ່າດ້ວຍຄ່າທຳນຽມແລະຄ່າບໍລິການ, ເລກທີ 003/ປປທ, ລົງວັນທີ 26.12.2012 (ໝວດທີ IX, ມາດຕາ 45-47, ໜ້າ 89-92)  | 
                                                |||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ບໍ່ມີ | 0.00 | 400000.00 | 0.00 | 400000.00 | 
| ຄຳເຫັນ | 
                                                        ອີງຕາມລັດຖະບັນຍັດວ່າດ້ວຍຄ່າທຳນຽມແລະຄ່າບໍລິການ, ເລກທີ 003/ປປທ, ລົງວັນທີ 26.12.2012 (ໝວດທີ IX, ມາດຕາ 45-47, ໜ້າ 89-92)  | 
                                                |||





