ໃບທະບຽນວິຊາຊີບເພສັຊກຳສຳລັບບໍລິສັດ
Licensing Pharmacist for Company
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ອື່ນໆ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 09.12.2020 | |
| ພາກສ່ວນຮັບຜິດຊອບ | ກົມອາຫານ ແລະ ຢາ
|
|
| LSIC | Q - ການເຄື່ອນໄຫວກ່ຽວກັບສຸຂະພາບມະນຸດ ແລະ ວຽກງານທາງສັງຄົມ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ບຸກຄົນ ຫຼື ນິຕິບຸກຄົນທີ່ມີຈຸດປະສົງຂໍສ້າງຕັ້ງບໍລິສັດ ຕ້ອງໄດ້ຂໍອະນຸຍາດທະບຽນວິຊາສະເພາະ ຕາມລະບຽບການຂອງກະຊວງ ສາທາລະນະສຸກ |
|
| ເງື່ອນໄຂໃນການຂໍເອກະສານ |
ຜູ້ສະເໜີຕ້ອງໄດ້ສ້າງບົດວິພາກທາງດ້ານເສດຖະກິດການດຳເນີນທຸລະກິດ, ຂໍ້ມູນການອະນຸມັດຈາກຂະແໜງການກ່ຽວຂ້ອງ, ການນຳເຂົ້າ-ສົ່ງອອກ ຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ |
|
| ຄໍາເຫັນເພີ່ມເຕີມ |
ການເປີດຂໍໃໝ່ ຫຼື ຕໍ່ທະບຽນວິຊາຊີບເພສັຊກຳ ສຳລັບບໍລິສັດຕ້ອງນຳສະເໜີຜ່ານຄຳເຫັນຈາກຫ້ອງການສາທາລະນະສຸກເມືອງ, ພະແນກສາທາລະນະສຸກແຂວງ/ນະຄອນຫຼວງ ແລ້ວຈຶ່ງນຳສະເໜີມາຍັງກົມອາຫານ ແລະ ຢາ ພິຈາລະນາຕາມລະບຽບການ. ພາຍຫຼັງທີ່ໄດ້ຮັບອະນຸຍາດບຸກຄົນ ແລະ ນິຕິບຸກຄົນຕ້ອງປະຕິບັດພັນທະຕາມການຕົກລົງຂອງອົງການທີ່ອອກອະນຸຍາດເພື່ອປະກອບສ່ວນເຂົ້າໃນການບູລະນະ |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບທະບຽນວິສາຫະກິດ | ||||
| ບົດວິພາກເສດຖະກິດ | ກ່ຽວກັບການດຳເນີນທຸລະກິດ, ຂໍ້ມູນການອະນຸມັດຈາກຂະແໜງການກ່ຽວຂ້ອງ, ການນຳເຂົ້າ-ສົ່ງອອກ ຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ, ການເກັບຊື້, ຂຸດຄົ້ນ, ແລະ ສົ່ງອອກຊັບພະຍາກອນທຳມະຊາດທີ່ເປັນຢາ |
|||
| ໃບສະເໜີ | ຮ່າງຂຶ້ນເອງ |
|||
| ໃບທະບຽນວິຊາຊີບເພສັດຊະກໍາ | ອອກອະນຸຍາດໂດຍກະຊວງສາທາລະນະສຸກ |
|||
| ບັດກິນເບ້ຍບຳນານ ຫລື ໃບອອກການ | ຫຼື ໃບຢັ້ງຢືນສັງກັດລັດ |
|||
| ໃບຊີວະປະຫວັດຫຍໍ້ | ||||
| ໃບຢັ້ງຢືນຮັບໃຊ້ວິຊາສະເພາະທາງດ້ານເພສັດຊະກໍາ | ||||
| ໃບຢັ້ງຢືນສຸຂະພາບ | ||||
| ໃບແຈ້ງໂທດ | ||||
| ໃບຢັ້ງຢືນທີ່ຢູ່ | ||||
| ຮູບ 3x4 | ບໍ່ເກີນ 6 ເດືອນ |
|||
| ໃບຢັ້ງຢືນກຳມະສິດ | ຫຼື ສັນຍາເຊົ່າ |
|||
| ແຜນວາດທີ່ຕັ້ງ | ຫຼື ແຜນວາດທີ່ຕັ້ງການຈັດວາງຫ້ອງ. ອຸປະກອນ, ຕູ້ |
|||
| ໃບຢັ້ງຢືນສະຖານທີ່ | ຈາກ ອຢ ແຂວງ, ນະຄອນຫຼວງ |
|||
| ໃບຢັ້ງຢືນສັນຊາດ | ສຳລັບຄົນຕ່າງດ້າວ |
|||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 30 | ກົດໝາຍບໍ່ໄດ້ລະບຸໄລຍະເວລາໃນການພິຈາລະນາໄວ້ແຕ່ເຈົ້າໜ້າທີ່ແຈ້ງວ່າໄລຍະເວລາໃນການພິຈາລະນາແມ່ນບໍ່ເກີນ 30 ວັນ |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 24 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ||
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 400000.00 | 0.00 | 400000.00 |
| ຄຳເຫັນ |
ອີງຕາມລັດຖະບັນຍັດວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ, ເລກທີ 003/ປປທ, ລົງວັນທີ 26.12.2012 (ໝວດທີ IX, ມາດຕາ 45-47, ໜ້າ 89-92) |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 400000.00 | 0.00 | 400000.00 |
| ຄຳເຫັນ |
ອີງຕາມລັດຖະບັນຍັດວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ, ເລກທີ 003/ປປທ, ລົງວັນທີ 26.12.2012 (ໝວດທີ IX, ມາດຕາ 45-47, ໜ້າ 89-92) |
|||





