ໃບອະນຸຍາດ ດຳເນີນທຸລະກິດໃຫ້ການບໍລິການ ທີ່ຕິດພັນກັບທຸລະກິດກ່ຽວກັບແຮ່ທາດ
License to Provides Services Related to the Mining Business
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 10.12.2020 | |
| ພາກສ່ວນຮັບຜິດຊອບ | ກົມຄຸ້ມຄອງບໍ່ແຮ່
|
|
| LSIC | B - ອຸດສາຫະກໍາບໍ່ແຮ່ ແລະ ການຂຸດຄົ້ນ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
- ນິຕິບຸກຄົນ ທີ່ມີຈຸດປະສົງດຳເນີນທຸລະກິດໃຫ້ການບໍລິການທີ່ຕິດພັນກັບທຸລະກິດກ່ຽວກັບແຮ່ທາດ ຕ້ອງຍື່ນຄຳຮ້ອງຂໍສ້າງຕັ້ງວິສາຫະກິດຕາມກົດໝາຍວ່າດ້ວຍວິສາຫະກິດ ແລະ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ (ຕາມມາດຕາ 41 ຂອງກົດໝາຍແຮ່ທາດສະບັບປັບປຸງ ວັກທີ 2) - ສຳລັບຜູ້ທີ່ໄດ້ຮັບໃບອະນຸຍາດຂຸດຄົ້ນແຮ່ທາດ ພາຍໃຕ້ສັນຍາສຳປະທານ ແມ່ນຈະໄດ້ຮັບໃບອະນຸຍາດຊື້-ຂາຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ແບບອັດຕະໂນມັດ ຕາມການສະເໜີຂອງຕົນ. (ມາດຕາ 5, ຂອງຂໍ້ຕົກລົງວ່າດ້ວຍການຊື້-ຂາຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ, ເລກທີ 0481/ພບ, ລົງວັນທີ 20.04.2012) |
|
| ເງື່ອນໄຂໃນການຂໍເອກະສານ |
1. ເປັນນິຕິບຸກຄົນ 2. ມີໃບອະນຸຍາດລົງທຶນ (ກໍລະນີເປັນກິດຈະການຄວບຄຸມຄື: ບໍລິການໃຫ້ຄຳປຶກສາດ້ານບໍ່ແຮ່ ແລະ ກິດຈະການໂຮງງານປຸງແຕ່ງແຮ່ທາດ ທີ່ບໍ່ມີເຂດສຳປະທານ) 3. ມີຄວາມພ້ອມຖານະການເງິນ ຢ່າງໜ້ອຍ 30 ເປີເຊັນຂອງທຶນຈົດທະບຽນ 4. ມິຄວາມພ້ອມທາງດ້ານວິຊາການເຕັກນິກ ຢ່າງໜ້ອຍ 3 ຄົນ, ປະສົບການບໍ່ຕຳ່ກວ່າ 5 ປິ 5. ສັນຍາຊື້ແຮ່ທາດ ກັບເຈົ້າຂອງສິດສຳປະທານ (ກໍລະນີຂໍໃບອະນຸຍາດຊື້-ຂາຍແຮ່ທາດ) 6. ມີສັນຍາຊື້-ຂາຍ (ກໍລະນີຂໍໃບອະນຸຍາດຊື້-ຂາຍແຮ່ທາດ) 7. ມີສະຖານທີ່ ຫຼື ສາງເກັບມ້ຽນແຮ່ທາດທີ່ໄດ້ມາດຕະຖານທາງດ້ານເຕັກນິກ (ກໍລະນີຂໍໃບອະນຸຍາດຊື່-ຂາຍ) ຂໍ້ 5, 6, 7 ແມ່ນອີງຕາມມາດຕາ 7 ຂອງຂໍ້ຕົກລົງວ່າດ້ວຍການຊື້-ຂາຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ, ເລກທີ 0481/ພບ, ລົງວັນທີ 20.04.2012 |
|
| ຄໍາເຫັນເພີ່ມເຕີມ | ||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຢັ້ງຢືນທີ່ຢູ່ | ຂອງຜູ້ອຳນວຍການ ແລະ ວິຊາການທັງໝົດ (ເປັນກາແດງບໍ່ເກີນ 3 ເດືອນ) |
|||
| ໃບສັນຍາຈ້າງງານ | ຂອງວິຊາການທັງໝົດ |
|||
| ຮູບ 3x4 | ຈຳນວນ 3 ໃບ ຂອງຜູ້ອຳນວຍການ |
|||
| ບັນຊີພາຫະນະ | ແລະ ອຸປະກອນເຄື່ອງໃຊ້ |
|||
| ໃບຢັ້ງຢືນທີ່ຕັ້ງຫ້ອງການ | ||||
| ໃບສັນຍາເຊົ່າ | ຖ້າຫ້ອງການເຊົ່າ |
|||
| ແຜນຜັງທີ່ຕັ້ງຫ້ອງການ | ||||
| ບັນຊີຈຳນວນພະນັກງານ | ||||
| ໃບຢັ້ງຢືນຖານະການເງິນ | ພ້ອມດ້ວຍ statement ການເຄື່ອນໄຫວຂອງເງິນ |
|||
| ສັນຍາຊື້-ຂາຍແຮ່ທາດ | ກໍລະນີຂໍໃບອະນຸຍາດຊື່-ຂາຍ |
|||
| ຈົດໝາຍແຈ້ງຈຳນວນ, ຄຸນລັກສະນະ ແລະ ປະເພດແຮ່ທີ່ຕົນຕ້ອງການຊື້-ຂາຍ | ກໍລະນີຂໍໃບອະນຸຍາດຊື່-ຂາຍ |
|||
| ໃບສະເໜີ | ||||
| ໃບທະບຽນວິສາຫະກິດ | ||||
| ໃບອະນຸຍາດລົງທຶນ | ກໍລະນີເປັນກິດຈະການຄວບຄຸມຄື: ບໍລິການໃຫ້ຄຳປຶກສາດ້ານບໍ່ແຮ່ ແລະ ກິດຈະການໂຮງງານປຸງແຕ່ງແຮ່ທາດ ທີ່ບໍ່ມີເຂດສຳປະທານ |
|||
| ກົດລະບຽບພາຍໃນ | ||||
| ໂຄງຮ່າງການຈັດຕັ້ງ | ||||
| ລະບຽບວ່າດ້ວຍຄວາມປອດໄພໃນການດຳເນີນງານຂອງບໍລິສັດ | ||||
| ສັນຍາຮ່ວມຮຸ້ນ | ລະຫວ່າງຂາຫຸ້ນດ້ວຍກັນ (ຈາກກະຊວງອຸດສາຫະກຳ ແລະ ການຄ້າ) |
|||
| ກົດລະບຽບໃນການຖືຮຸ້ນ | ຖ້າມີ |
|||
| ຊີວະປະຫວັດ | ຊະນິດ 4 ໜ້າ |
|||
| ໜັງສືຜ່ານແດນ | ຫຼື ປື້ມສຳມະໂນຄົວ/ບັດປະຈຳຕົວ (ຂອງຜູ້ອຳນວຍການ ແລະ ວິຊາການທັງໝົດ) |
|||
| ໃບຢັ້ງຢືນວຸດທິການສຶກສາ | ຫຼື ໃບຢັ້ງຢືນການຜ່ານງານ (ສຳລັບຜູ້ອຳນວຍການ (ຖ້າມີ), ສຳລັບວິຊາການ (ຕ້ອງມີ) |
|||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໜັງສືສະເໜີຂໍຕໍ່ອາຍຸ | ||||
| ບົດລາຍງານການເຄື່ອນໄຫວໃນປີຜ່ານມາ | ||||
| ໃບຢັ້ງຢືນການມອບພັນທະອາກອນປະຈຳປີ | ||||
| ໃບອະນຸຍາດທີ່ໝົດອາຍຸ | ||||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 30 | - ໄລຍະເວລາການພິຈາລະນາການອອກໃບອະນຸຍາດແມ່ນບໍ່ທັນມີນິຕິກຳຮອງຮັບ ແຕ່ອີງຕາມການແນະນຳຂອງເຈົ້າໜ້າທີ່ແມ່ນໃຊ້ເວລາປະມານ 30 ວັນ. - ຍົກເວັນກິດຈະການຊື້-ຂາຍແຮ່ທາດ ແມ່ນໃຊ້ເວລາພິຈາລະນາ 10 ວັນ ອີງຕາມປະຕິບັດຕາມຂໍ້ຕົກລົງ 0481/ພບ, 20.04.2012 |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 12 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ||
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 300000.00 | 0.00 | 300000.00 |
| ຄຳເຫັນ |
ອີງຕາມ: ລັດຖະດໍາລັດປະທານປະເທດ ເລກທີ 003/ປປທ, ມາດຕາ 18. ຖ້າມີການອອກໃບອະນຸຍາດຂຸດຄົ້ນແຮ່ທາດ, ຈະບໍ່ມີການເກັບຄ່າທໍານຽມສໍາລັບ ໃບອະນຸຍາດນີ້ ຕ່າງຫາກອີກ, |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 300000.00 | 0.00 | 300000.00 |
| ຄຳເຫັນ |
ອີງຕາມ: ລັດຖະດໍາລັດປະທານປະເທດ ເລກທີ 003/ປປທ, ມາດຕາ 18. ຖ້າມີການອອກໃບອະນຸຍາດຂຸດຄົ້ນແຮ່ທາດ, ຈະບໍ່ມີການເກັບຄ່າທໍານຽມສໍາລັບ ໃບອະນຸຍາດນີ້ ຕ່າງຫາກອີກ |
|||





