ໃບຢັ້ງຢືນກະສິກຳອິນຊີ (ແບບກຸ່ມ)
Certificate of Organic Agriculture (for a group)
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບຢັ້ງຢືນ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 16.12.2020 | |
| ພາກສ່ວນຮັບຜິດຊອບ | ກົມແຜນການ ແລະ ການຮ່ວມມື
|
|
| LSIC | A - ກະສິກໍາ, ປ່າໄມ້ ແລະ ການປະມົງ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ຜູ້ຜະລິດ ແລະ ຜູ້ປະກອບການທີ່ເຮັດການຜະລິດຕັ້ງແຕ່ຕົ້ນຈົນຮອດການເກັບກ່ຽວ ແລະ ມີການປຸງແຕ່ງ ຫຼື ແປຮູບຈົນຮອດການເກັບຜົນຜະລິດຈາກປ່າ |
|
| ເງື່ອນໄຂໃນການຂໍເອກະສານ | ||
| ຄໍາເຫັນເພີ່ມເຕີມ |
ຜູ້ຜະລິດ ແລະ ຜູ້ປະກອບການຕ້ອງມີຄວາມຮູ້ດ້ານກະສິກຳອິນຊີ ຈຶ່ງສາມາດຍື່ນຂໍໃບຢັ້ງຢືນຫາກົມປູກຝັງໂດຍກົງໄດ້ |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບສະເໜີ | ||||
| ຂໍ້ຕົກລົງຂໍການຢັ້ງຢືນກະສິກຳອິນຊີ | ຫຼື ໃບສັນຍາຂໍການຢັ້ງຢືນກະສິກຳອິນຊີ |
|||
| ແບບຟອມການສະໝັກພື້ນທີ່ການຜະລິດ ເພື່ອຂໍການຢັ້ງຢືນກະສິກຳອິນຊີ | ||||
| ລາຍລະອຽດຂອງສະມາຊິກກຸ່ມ | ||||
| ແຜນທີ່ສວນ ຫຼື ກຸ່ມ ທີ່ສາມາດບອກທາງໄປຫາກຸ່ມ ແລະ ຂອບເຂດຂອງກຸ່ມຕົນເອງ | ||||
| ແຜນວາດລວມຂອງສວນ ຫຼື ຟາມ ຂອງສະມາຊິກພາຍໃນກຸ່ມ | ||||
| ແຜນການຜະລິດປະຈຳປີ ທີ່ລະບຸງວດ, ໄລຍະເວລາ, ປີ, ຊະນິດພືດ, ຄາດຄະເນຜົນຜະລິດ ເປັນຕົ້ນ | ||||
| ປຶ້ມຄູ່ມືລະບົບຄວບຄຸມພາຍໃນກຸ່ມ | ||||
| ລະບຽບ ຫຼື ຂໍ້ກຳນົດຕ່າງໆ ແລະ ຂໍ້ມູນດ້ານວິຊາການທີ່ໃຊ້ພາຍໃນກຸ່ມ | ||||
| ລາຍການຂອງຝຸ່ນ, ຢາ, ຂາເຂົ້າປັດໄຈການຜະລິດ | ||||
| ແບບຟອມການບັນທຶກທີ່ໃຊ້ໃນກຸ່ມ, ສວນ ຫຼື ຟາມ ຂອງສະມາຊິກ | ບັນທຶກການປູກ, ການໃສ່ຝຸ່ນ, ການເຮັດຝຸ່ນ, ການເກັບກ່ຽວ, ການປຸງແຕ່ງ, ຫຼຶ ແປຮູບ, ການຂາຍ, ບົດສະຫຼຸບສັງລວມ ແລະ ແບບຟອມອື່ນໆທີ່ໃຊ້ |
|||
| ຂໍ້ຕົກລົງຂອງການສ້າງຕັ້ງກຸ່ມ | ||||
| ໂຄງຮ່າງການຈັດຕັ້ງຂອງກຸ່ມ | ||||
| ໃບຢັ້ງຢືນການນຳໃຊ້ພື້ນທີ່ | ໃບຕາດິນ ຫຼື ໃບສັນຍາເຊົ່າ ຫຼື ສັນຍາສຳປະທານທີ່ດິນ |
|||
| ເອກະສານອື່ນໆ ທີ່ໄດ້ນຳໃຊ້ພາຍໃນກຸ່ມ ຫຼື ເປັນຮ່າງແບບຟອມທີ່ຈະນຳໃຊ້ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໜັງສືສະເໜີຂໍຕໍ່ອາຍຸ | ||||
| ແຜນການຜະລິດປະຈຳປີ | ||||
| ແບບຟອມບັນທຶກຕ່າງໆຂອງການຜະລິດ | ||||
| ໝາຍເຫດ | ຖ້າແຜນ ຫຼື ເພີ່ມເນື່ອທີ່ການຜະລິດ ໃຫ້ເຮັດແຜນໃໝ່ |
|||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມແຜນການ ແລະ ການຮ່ວມມື, ກະຊວງກະສິກຳ ແລະ ປ່າໄມ້ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 120 | ຕ້ອງໄດ້ລົງກວດກາສະຖານທີ່ ແລະ ໄດ້ເຮັດບົດລາຍງານພາກສະໜາມ ເພື່ອຮັບຮູ້ລະຫວ່າງສະຝ່າຍ. ຫຼັງຈາກນັ້ນ, ນັກກວດກາຈະປະເມີນຂໍ້ມູນທີ່ໄດ້ມາ ແລະ ຂຽນບົດລາຍງານ ແລະ ເຮັດບົດສະເໜີ ເພື່ອຜ່ານຄະນະກຳມະການພິຈາລະນາ ເພື່ອອອກໃບຢັ້ງຢືນ |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 24 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | - ທາງກົມຈະແຈ້ງເຕືອນໃຫ້ຜູ້ປະກອບການພາຍໃນ 120 ວັນ ກ່ອນໃບຢັ້ງຢືນຈະໝົດອາຍຸ - ຜູ້ຜະລິດ ແລະ ຜູ້ປະກອບການ ຕ້ອງສະເໜີຂໍຕໍ່ຫາອານຸກົມປູກຝັງພາຍໃນ 60 ວັນ - ຂັ້ນຕອນໃນການພິຈາລະນາແມ່ນຄືກັບການຂໍໃໝ່ ແລະ ຈະງ່າຍຂຶ້ນກວ່າເກົ່າ ເນື່ອງຈາກວ່າບໍ່ຈຳເປັນຕ້ອງປະກອບເອກະສານຂໍສະໝັກການຢັ້ງຢືນ ແລະ ການປະກອບເອກະສານກໍຈະໜ້ອຍລົງ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 50000.00 | 20000.00 | 70000.00 |
| ຄຳເຫັນ |
ອີງຕາມແຈ້ງການວ່າດ້ວຍອັດຕາຄ່າທຳນຽມ ແລະ ຄ່າບໍລິການວິຊາການກວດກາ ແລະ ການຢັ້ງຢືນມາດຕະຖານກະສິກຳສະອາດ, ເລກທີ 0063/ກປຝ, ລົງວັນທີ 13.01.2020 (ສາມາດຂໍໃບຢັ້ງຢືນເປັນພາສາລາວ ແລະ ພາສາອັງກິດ, ຄ່າບໍລິການແມ່ນ 50,000 ກີບຕໍ່ໃບ) |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 20000.00 | 0.00 | 20000.00 |
| ຄຳເຫັນ |
ອີງຕາມແຈ້ງການວ່າດ້ວຍອັດຕາຄ່າທຳນຽມ ແລະ ຄ່າບໍລິການວິຊາການກວດກາ ແລະ ການຢັ້ງຢືນມາດຕະຖານກະສິກຳສະອາດ, ເລກທີ 0063/ກປຝ, ລົງວັນທີ 13.01.2020 (ສາມາດຂໍໃບຢັ້ງຢືນເປັນພາສາລາວ ແລະ ພາສາອັງກິດ, ຄ່າບໍລິການແມ່ນ 50,000 ກີບຕໍ່ໃບ) |
|||





