ປື້ມອະນຸຍາດລົດຂົນສົ່ງລະຫວ່າງປະເທດ
International Transport Permit
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ອື່ນໆ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 17.12.2020 | |
| ພາກສ່ວນຮັບຜິດຊອບ | ກົມຂົນສົ່ງ
                                                         | 
                                                |
| LSIC | H - ການຂົນສົ່ງ ແລະ ສາງ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ | 
                                                        ບໍລິສັດຂົນສົ່ງ ທີ່ມີຈຸດປະສົງ ຂົນສົ່ງສິນຄ້າ ລະຫວ່າງປະເທດ  | 
                                                |
| ເງື່ອນໄຂໃນການຂໍເອກະສານ | ||
| ຄໍາເຫັນເພີ່ມເຕີມ | 
                                                        ອີງຕາມ ແຈ້ງການ ຂອງ ກະຊວງໂຍທາທິການ ແລະ ຂົນສົ່ງ ເລກທີ 00114/ຍທຂ.ຫກ, ລົງວັນທີ 03 ມັງກອນ 2020, ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ, ແຂວງ ສະຫວັນນະເຂດ ແລະ ແຂວງ ຈຳປາສັກ ສາມາດອອກປື້ມອະນຸຍາດລົດຂົນສົ່ງ ລະຫວ່າງປະເທດ ໃຫ້ບໍລິສັດຂົນສົ່ງ ທີ່ມີຈຸດປະສົງ ຂົນສົ່ງສິນຄ້າ ລະຫວ່າງ ປະເທດ.  | 
                                                |
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບສະເໜີ | ຜ່ານພະແນກ ຍທຂ ແຂວງ  | 
                                                            |||
| ໃບອະນຸຍາດດຳເນີນທຸລະກິດ | ||||
| ໃບທະບຽນວິສາຫະກິດ | ||||
| ໃບຢັ້ງຢືນການມອບພັນທະອາກອນປະຈຳປີ | ປີຜ່ານມາ  | 
                                                            |||
| ໃບທະບຽນລົດ | ||||
| ໃບຢັ້ງຢືນກວດກາເຕັກນິກ | ||||
| ລາຍການຈຳນວນລົດ | ຂອງບໍລິສັດ ເຊັນຮັບຮູ້ຈາກ ພະແນກ ຍທຂ ແຂວງ  | 
                                                            |||
| ໜັງສືປະກັນໄພ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 5 | ໃນກໍລະນີທີ່ຜູ້ສະເໜີ ປະກອບເອກະສານຖືກຕ້ອງ ແລະ ຄົບຖ້ວນ, ເຈົ້າໜ້າທີ່ຈະດໍາເນີນການພິຈາລະນາ ການອອກອະນຸຍາດ ພາຍໃນ 5 ວັນລັດຖະການ | 
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 24 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ກໍລະນີທີທີ່ປື້ມໝົດອາຍຸ ແຕ່ໜ້າຈ້ຳຍັງຢູ່ ແມ່ນສາມາດມາຕໍ່ອາຍຸໄດ້. ໃນກໍລະນີທີ່ໜ້າຈ້ຳໝົດ ແມ່ນຈະຕ້ອງໄດ້ເຮັດຫົວໃໝ່ ໂດຍຄັດຕິດ ໃບທະບຽນລົດ (ສຳເນົາ) ແລະ ປະກັນໄພລົດ ມາພ້ອມ. | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 35000.00 | 40000.00 | 0.00 | 75000.00 | 
| ຄຳເຫັນ | 
                                                        ອີງຕາມລັດຖະບັນຍັດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ ເລກທີ 003/ປປທ  | 
                                                |||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 35000.00 | 40000.00 | 0.00 | 75000.00 | 
| ຄຳເຫັນ | 
                                                        ອີງຕາມລັດຖະບັນຍັດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ ເລກທີ 003/ປປທ  | 
                                                |||





