ໃບອະນຸຍາດນຳເຂົ້າ-ສົ່ງອອກ-ສົ່ງຜ່ານ ຢາ ຫຼື ວັດຖຸອອກລິດຕໍ່ຈິດ-ປະສາດ
Import-Export-Transit Permit of Drugs or Psychotropic Substances
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ອື່ນໆ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 17.12.2020 | |
| ພາກສ່ວນຮັບຜິດຊອບ | ກົມອາຫານ ແລະ ຢາ
|
|
| LSIC | Q - ການເຄື່ອນໄຫວກ່ຽວກັບສຸຂະພາບມະນຸດ ແລະ ວຽກງານທາງສັງຄົມ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງ ມີຈຸດປະສົງ: - ນຳເຂົ້າເພື່ອຜະລິດ, ຈຳໜ່າຍ ຫຼື ວັດຖຸອອກລິດຕໍ່ຈິດ-ປະສາດໄວ້ ຄອບຄອງ - ສົ່ງອອກ - ສົ່ງຜ່ານ ຕ້ອງໄດ້ຂໍອະນຸຍາດຈາກກະຊວງສາທາລະນະສຸກໃນເວລານຳເຂົ້າຕົວຈິງ |
|
| ເງື່ອນໄຂໃນການຂໍເອກະສານ |
- ໂຮງງານຜະລິດຢາ ແລະ ບໍລິສັດຂາອອກ-ຂາເຂົ້າຢາ ທີ່ຂື້ນທະບຽນຖືກຕ້ອງ ມີເງື່ອນໄຂໃນການຂໍອະນຸຍາດນຳເຂົ້າ-ສົ່ງອອກ ແລະ ຈຳໜ່າຍ; - ຮ້ານຂາຍຍ່ອຍຂັ້ນ I ແລະ II ທີ່ຂຶ້ນທະບຽນຖືກຕ້ອງ ມີເງື່ອນໄຂໃນກນາຂາຍຍ່ອຍຢາໄດ້ ຕາມໃບ ສັ່ງຢາຂອງແພດ; - ໂຮງໝໍສູນກາງ ແລະ ທ້ອງຖິ່ນຂັ້ນຕ່າງໆຂອງລັດ ຫຼື ເອກະຊົນທີ່ມີທະບຽນຖືກຕ້ອງຕາມກົດ ໝາຍມີ ເງື່ອນໄຂຈ່າຍ ຫຼື ຈ່າຍຍ່ອຍໄດ້ຕາມໃບສັ່ງຢາຂອງແພດ ໂດຍເພສັດຊະກອນ. |
|
| ຄໍາເຫັນເພີ່ມເຕີມ |
- ກ່ອນການອະນຸຍາດນຳເຂົ້າ-ສົ່ງອອກ-ສົ່ງຜ່ານຕົວຈິງ ຜູ້ມີເງື່ອນໄຂຕາມທີ່ໄດ້ລະບຸໄວ້ ຕ້ອງໄດ້ຮັບອະນຸຍາດຢ່າງເປັນທາງການຈາກ ກະຊວງສາທາລະນະສຸກ ເທົ່ານັ້ນ. - ບໍລິສັດນໍາເຂົ້າ ຕ້ອງແຈ້ງໃບອະນຸຍາດນໍາເຂົ້າ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງ ໃຫ້ແກ່ເຈົ້າໜ້າທີ່ ອາຫານ ແລະ ຢາ ປະຈໍາດ່ານຮັບຊາບທຸກຄັ້ງ. ໃນກໍລະນີທີ່ໃບອະນຸຍາດມີການປ່ຽນແປງໃດໆ ບໍລິສັດນໍາເຂົ້າຕ້ອງນໍາໃບອະນຸຍາດນໍາເຂົ້າຕົວຈິງສະບັບຕົ້ນ ກັບຄືນມາໃຫ້ ກົມອາຫານ ແລະ ຢາ ເພື່ອແກ້ໄຂໃບອະນຸຍາດດັ່ງກ່າວ. |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບສັ່ງຊື້ສິນຄ້າ | ||||
| ໃບແຈ້ງລາຄາສິນຄ້າ | ||||
| ໃບແຈ້ງລາຍລະອຽດການມັດຫໍ່ | ||||
| ໃບອະນຸຍາດນຳເຂົ້າທາງການ | ສຳເນົາ |
|||
| ໃບຢັ້ງຢືນການຂື້ນທະບຽນຢາ ຢູ່ ສປປ ລາວ | ||||
| ໃບຢັ້ງຢືນການຂື້ນທະບຽນຢາຢູ່ປະເທດຜູ້ຜະລິດ (CPP) | ||||
| ໃບຢັ້ງຢືນການວິໄຈຢາ | ||||
| ຕົວຢ່າງໃບອະນຸຍາດນຳເຂົ້າຢາ ຫຼື ວັດຖຸອອກລິດຕໍ່ຈິດ-ປະສາດ | ດາວໂຫຼດເອກະສານເພື່ອເບິ່ງຕົວຢ່າງໃບອະນຸຍາດທາງການກ່ອນການນຳເຂົ້າຢາ ຫຼື ວັດຖຸອອກລິດຕໍ່ຈິດ-ປະສາດ |
|||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 3 | |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 0 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | - ໃບອະນຸຍາດນີ້ ມີອາຍຸນັບແຕ່ມື້ລົງລາຍເຊັນຈົນເຖິງວັນທີ 31 ທັນວາຂອງປີນັ້ນໆ. - ບໍ່ມີການຕໍ່ອາຍຸໃບອະນຸຍາດນຳເຂົ້າຕົວຈິງ. ໃນກໍລະນີບໍ່ມີການນຳເຂົ້າຕາມໄລຍະເວລາທີ່ກຳນົດໄວ້ ຖືວ່າໃບອະນຸຍາດດັ່ງກ່າວຈະຖືກລົບລ້າງ. | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 20000.00 | 0.00 | 3000.00 | 23000.00 |
| ຄຳເຫັນ |
ອີງຕາມ ເຈົ້າໜ້າທີ່ແນະນຳ |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 20000.00 | 0.00 | 3000.00 | 23000.00 |
| ຄຳເຫັນ |
ອີງຕາມ ເຈົ້າໜ້າທີ່ແນະນຳ |
|||





