ໃບອະນຸຍາດທາງການກ່ອນຈະນຳເຂົ້າ-ສົ່ງອອກ-ສົ່ງຜ່ານຢາຄວບຄຸມ
Import-Export-Transit Authorization of Controlled Drugs
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ອື່ນໆ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 18.12.2020 | |
| ພາກສ່ວນຮັບຜິດຊອບ | ກົມອາຫານ ແລະ ຢາ
|
|
| LSIC | Q - ການເຄື່ອນໄຫວກ່ຽວກັບສຸຂະພາບມະນຸດ ແລະ ວຽກງານທາງສັງຄົມ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ | ||
| ເງື່ອນໄຂໃນການຂໍເອກະສານ |
- ໂຮງງານຜະລິດຢາ ແລະ ບໍລິສັດຂາອອກ-ຂາເຂົ້າຢາ ທີ່ຂື້ນທະບຽນຖືກຕ້ອງ ມີເງື່ອນໄຂໃນ ການຂໍອະນຸຍາດນຳເຂົ້າ-ສົ່ງອອກ ແລະ ຈຳໜ່າຍ; - ຮ້ານຂາຍຍ່ອຍຂັ້ນ I ແລະ II ທີ່ຂຶ້ນທະບຽນຖືກຕ້ອງ ມີເງື່ອນໄຂໃນການຂາຍຍ່ອຍຢາໄດ້ ຕາມໃບສັ່ງຢາຂອງແພດ; - ໂຮງໝໍສູນກາງ ແລະ ທ້ອງຖິ່ນຂັ້ນຕ່າງໆຂອງລັດ ຫຼື ເອກະຊົນທີ່ມີທະບຽນຖືກຕ້ອງ ຕາມກົດ ໝາຍ ມີເງື່ອນໄຂຈ່າຍ ຫຼື ຈ່າຍຍ່ອຍໄດ້ຕາມໃບສັ່ງຢາຂອງແພດ ໂດຍເພສັດຊະກອນ. |
|
| ຄໍາເຫັນເພີ່ມເຕີມ |
- ບໍລິສັດນໍາເຂົ້າຕ້ອງສົ່ງໃບອະນຸຍາດທາງການສະບັບຕົ້ນ ໃຫ້ແກ່ບໍລິສັດ ຫຼື ໂຮງງານຜູ້ສົ່ງອອກ. - ໃນກໍລະນີທີ່ໃບອະນຸຍາດໝົດອາຍຸການນໍາໃຊ້ ຫຼື ມີການປ່ຽນແປງໃດໆ ບໍລິສັດນໍາເຂົ້າຕ້ອງນໍາໃບອະນຸຍາດທາງການສະບັບຕົ້ນ ກັບຄືນມາໃຫ້ ກົມອາຫານ ແລະ ຢາ ເພື່ອຕໍ່ອາຍຸ ຫຼື ແກ້ໄຂໃບອະນຸຍາດດັ່ງກ່າວ. - ບໍລິສັດນໍາເຂົ້າຕ້ອງຄັດຕິດ ການລາຍງານການຈໍາໜ່າຍຢາ (ຕາມແບບຟອມ) ທີ່ທາງກົມອາຫານ ແລະ ຢາ ກຳນົດໃຫ້. - ໃບອະນຸຍາດທາງການບໍ່ສາມາດໃຊ້ແທນໃບອະນຸຍາດນໍາເຂົ້າຜະລິດຕະພັນຢາຕົວຈິງໄດ້. |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໜັງສືສະເໜີໃບອະນຸຍາດທາງການກ່ອນຈະນຳເຂົ້າ-ສົ່ງອອກ-ສົ່ງຜ່ານຢາ ຫຼື ວັດຖຸອອກລິດຕໍ່ຈິດ-ປະສາດ | ||||
| ໃບຢັ້ງຢືນການຜະລິດທີ່ດີ (GMP) | ||||
| ໃບຢັ້ງຢືນການຂື້ນທະບຽນຢາ ຢູ່ ສປປ ລາວ | ||||
| ໃບຢັ້ງຢືນການຂື້ນທະບຽນຢາຢູ່ປະເທດຜູ້ຜະລິດ (CPP) | ||||
| ໃບຢັ້ງຢືນການວິໄຈຢາ | ||||
| ສັນຍາຊື້ຂາຍ | ລະຫວ່າງບໍລິສັດ ແລະ ໂຮງໝໍ (ສຳເນົາ) |
|||
| ເອກະສານຊະນະການປະມູນ | ||||
| ຕົວຢ່າງໃບອະນຸຍາດທາງການກ່ອນຈະນຳເຂົ້າຢາຄວບຄຸມ | ດາວໂຫຼດເອກະສານເພື່ອເບິ່ງຕົວຢ່າງໃບອະນຸຍາດທາງການກ່ອນການນຳເຂົ້າຢາຄວບຄຸມ |
|||
| ຕົວຢ່າງໃບອະນຸຍາດທາງການກ່ອນຈະນຳເຂົ້າຢາຄວບຄຸມ | ດາວໂຫຼດເອກະສານເພື່ອເບິ່ງຕົວຢ່າງໃບອະນຸຍາດທາງການກ່ອນການນຳເຂົ້າຢາຄວບຄຸມ |
|||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 14 | |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 6 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ໃນກໍລະນີທີ່ໃບອະນຸຍາດທາງການໝົດອາຍຸການນໍາໃຊ້. ໃນການຕໍ່ໃບອະນຸຍາດທາງການ ສາມາດຕໍ່ອາຍຸໄດ້ເຖິງ 31 ທັນວາ ຂອງປີນັ້ນໆ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 0.00 | 3000.00 | 3000.00 |
| ຄຳເຫັນ |
ອີງຕາມ ເຈົ້າໜ້າທີ່ແນະນຳ |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 0.00 | 3000.00 | 3000.00 |
| ຄຳເຫັນ |
ອີງຕາມ ເຈົ້າໜ້າທີ່ແນະນຳ |
|||





