ໃບອະນຸຍາດນຳເຂົ້າ (ສານເຄມີທົ່ວໄປ)
Import Permit (General Chemical)
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ອື່ນໆ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 18.12.2020 | |
| ພາກສ່ວນຮັບຜິດຊອບ | ກົມອາຫານ ແລະ ຢາ
|
|
| LSIC | Q - ການເຄື່ອນໄຫວກ່ຽວກັບສຸຂະພາບມະນຸດ ແລະ ວຽກງານທາງສັງຄົມ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງ ທີ່ມີຈຸດປະສົງ ນຳເຂົ້າເພື່ອນຳໃຊ້, ຜະລິດ ຫຼື ຈຳໜ່າຍ ຕ້ອງໄດ້ຂໍອະນຸຍາດຈາກກະຊວງສາທາລະນະສຸກໃນເວລາຈະນຳເຂົ້າຕົວຈິງ |
|
| ເງື່ອນໄຂໃນການຂໍເອກະສານ |
ບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງທີ່ໄດ້ຮັບອະນຸຍາດໃຫ້ດຳເນີນການຜະລິດ, ນຳເຂົ້າ, ສົ່ງອອກ, ຈຳໜ່າຍ, ຊື້, ຂົນສົ່ງ, ສົ່ງຜ່ານສານເຄມີທົ່ວໄປທີ່ນຳໃຊ້ເຂົ້າໃນວຽກງານດ້ານອາຫານ ແລະ ຢາ ຈາກກະຊວງສາທາລະນະສຸກ |
|
| ຄໍາເຫັນເພີ່ມເຕີມ |
ບໍລິສັດ ຫຼື ໂຮງງານຕ້ອງແຈ້ງໃບອະນຸຍາດນຳເຂົ້າ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງ ໃຫ້ແກ່ເຈົ້າໜ້າທີ່ ອາຫານ ແລະ ຢາ ປະຈຳດ່ານຮັບຊາບທຸກຄັ້ງ. ໃນກໍລະນີທີ່ໃບອະນຸຍາດມີການປ່ຽນແປງໃດໆ ບໍລິສັດນຳເຂົ້າຕ້ອງນຳໃບອະນຸຍາດນຳເຂົ້າຕົວຈິງສະບັບຕົ້ນ ກັບຄືນມາໃຫ້ ກົມອາຫານ ແລະ ຢາ ເພື່ອແກ້ໄຂໃບອະນຸຍາດດັ່ງກ່າວ. |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໜັງສືສະເໜີຂໍນໍາເຂົ້າເຄມີທົ່ວໄປ | ||||
| ໃບສັ່ງຊື້ສິນຄ້າ | ||||
| ໃບແຈ້ງລາຄາສິນຄ້າ | ||||
| ໃບແຈ້ງລາຍລະອຽດການມັດຫໍ່ | ||||
| ສຳເນົາໃບທະບຽນ ແລະ ໃບອະນຸຍາດອື່ນໆທີ່ກ່ຽວຂ້ອງ | ເຊັ່ນ: ໃບທະບຽນວິສາຫະກິດ, ໃບອະນຸຍາດດຳເນີນທຸລະກິດ, ແຜນນຳເຂົ້າເຄມີ ແລະ ໃບອະນຸຍາດສ້າງຕັ້ງໂຮງງານ |
|||
| ຕົວຢ່າງໃບອະນຸຍາດນຳເຂົ້າ (ສານເຄມີທົ່ວໄປ) | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 3 | |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 0 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | - ໃບອະນຸຍາດນີ້ ມີອາຍຸນັບແຕ່ມື້ລົງລາຍເຊັນຈົນເຖິງວັນທີ 31 ທັນວາຂອງປີນັ້ນໆ. - ບໍ່ມີການຕໍ່ອາຍຸໃບອະນຸຍາດນຳເຂົ້າຕົວຈິງ. ໃນກໍລະນີບໍ່ມີການນຳເຂົ້າຕາມໄລຍະເວລາທີ່ກຳນົດໄວ້ ຖືວ່າໃບອະນຸຍາດດັ່ງກ່າວຈະຖືກລົບລ້າງ. | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 20000.00 | 0.00 | 3000.00 | 23000.00 |
| ຄຳເຫັນ |
ອີງຕາມ ເຈົ້າໜ້າທີ່ແນະນຳ |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ບໍ່ມີ | 0.00 | 0.00 | 0.00 | 0.00 |
| ຄຳເຫັນ | ||||





