ໃບອະນຸຍາດລົງທຶນໂຄງການພັດທະນາເຂດເສດຖະກິດພິເສດ
Investment License for Special Economic Zone Development Projec
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ອື່ນໆ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 24.12.2020 | |
| ພາກສ່ວນຮັບຜິດຊອບ | ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ
|
|
| LSIC | L - ການເຄື່ອນໄຫວດ້ານອະສັງຫາລິມະຊັບ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ນິຕິບຸກຄົນ ທີ່ມີຈຸດປະສົ່ງລົງທຶນພັດທະນາ ເຂດເສດຖະກິດພິເສດ ທີ່ລັດຖະບານກໍານົດສ້າງຕັ້ງຂຶ້ນ ຊຶ່ງແມ່ນ ເຂດທີ່ມີກົນໄກຄຸ້ມຄອງບໍລິຫານສະເພາະ ເພື່ອສ້າງເງື່ອນໄຂໃຫ້ແກ່ ການລົງທຶນ ປະກອບມີ ນິຄົມອຸດສາຫະກໍາ, ການຜະລິດແປຮູບວັດຖູດິບ, ການແປຮູບວັດຖຸເຄິ່ງສຳເລັດຮູບ, ອຸດສາຫະກໍາປຸງແຕ່ງເພື່ອສົ່ງອອກ, ການພັດທະນາເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ, ການບໍລິການ, ການຄ້າ, ການທ່ອງທ່ຽວ, ໂຮງແຮມ ແລະ ການບັນເທີງ, ອະສັງຫາລິມະຊັບ, ສູນການຄາທັນສະໄໝ, ການບໍລິການຂົນສົ່ງ, ການທະນາຄານ ແລະ ການເງິນ. |
|
| ເງື່ອນໄຂໃນການຂໍເອກະສານ |
1. ຜູ້ຮ້ອງຂໍຕ້ອງມີຖານະເປັນນິຕິບຸກຄົນ; 2. ຜູ້ຮ້ອງຂໍຕ້ອງມີຖານະທາງການເງິນທີ່ເຂັ້ມແຂງ ໂດຍໄດ້ຮັບການກວດກາ ແລະ ຢັ້ງຢືນຈາກສະຖາບັນການເງິນພາຍໃນ ຫຼື ຕ່າງປະເທດ ທີ່ເຊື່ອຖືໄດ້; 3. ຜູ້ຮ້ອງຂໍຕ້ອງມີປະສົບການ ແລະ ໄດ້ຮັບຜົນສຳເລັດ ໃນການດຳເນີນທຸລະກິດ ໂດຍມີການຢັ້ງຢືນຈາກອົງການທີ່ກ່ຽວຂ້ອງ; 4. ຜູ້ຮ້ອງຂໍຕ້ອງບໍ່ເຄິຍຖືກສານຕັດສິນໃຫ້ລົ້ມລະລາຍ ແລະ ບໍ່ເຄີຍຖືກລົງໂທດຕັດອິດສະຫຼະພາບ ຍ້ອນການກະທຳຜິດໂດຍເຈດຕະນາ. |
|
| ຄໍາເຫັນເພີ່ມເຕີມ |
ສ່ວນຫຼາຍກິດຈະການທີ່ດຳເນີນພາຍໃນເຂດເສດຖະກິດພິເສດ ແມ່ນກິດຈະການທີ່ບໍ່ນອນໃນບັນຊີຄວບຄຸມ. ສຳລັບ ກິດຈະການທີ່ຢູ່ໃນບັນຊີຄວບຄຸມ ທີ່ຕ້ອງການດຳເນີນພາຍໃນເຂດຕ້ອງໄດ້ຮັບອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງຢ່າງຖືກຕ້ອງກ່ອນ ຈຶ່ງຈະສາທາດດຳເນີນການໄດ້ ເຊິ່ງອາຍຸການສ້າງຕັ້ງເຂດເສດຖະກິດພິເສດໃນຂັ້ນເລີ່ມຕົ້ນມີດັ່ງນີ້: 1. ກະຊວງແຜນການ ແລະ ການລົງທຶນ ຈະໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັບ ຜູ້ພັດທະນາເຂດ ເພື່ອໃຫ້ດໍາເນີນການສໍາຫລວດພື້ນທີ່, ສຶກສາຂໍ້ມູນ ແລະ ສ້າງເອກະສານປະກອບລະອຽດ ເພື່ອໃຫ້ພິຈາລະນາຮັບຮອງອະນຸມັດການລົງທຶນ ໃຫ້ສໍາເລັດ ພາຍໃນໄລຍະເວລາ ບໍ່ເກີນ 18 ເດືອນ; 2. ນິຕິບຸກຄົນທີ່ໄດ້ຮັບອະນຸຍາດໃຫ້ພັດທະນາເຂດເສດຖະກິດ ຕ້ອງໄດ້ສ້າງຕັ້ງບໍລິສັດ ເພື່ອດໍາເນີນໂຄງການ ແລະ ສໍາລັບທົນຈົດທະບຽນ ແລະ ການນໍາເຂົ້າທຶນ ໃຫ້ປະຕິບັດຕາມ ກິດຈະການສໍາປະທານ ທີ່ໄດ້ກໍານົດໄວ້ໃນ ກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບສະເໜີ | ຂໍພັດທະນາເຂດເສດຖະກິດພິເສດ |
|||
| ໃບຢັ້ງຍືນກ່ຽວກັບສິ່ງແວດລ້ອມ | ||||
| ບົດວິພາກເສດຖະກິດເຕັກນິກ | ||||
| ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ | ||||
| ແຜນແມ່ບົດການພັດທະນາໂຄງການ ແລະ ແຜນຜັງກໍ່ສ້າງເບື້ອງຕົ້ນ | ||||
| ຮ່າງສັນຍາພັດທະນາເຂດເສດຖະກິດພິເສດ | ||||
| ໃບຢັ້ງຢືນຂອບເຂດເນື້ອທີ່ດິນລະອຽດຂອງໂຄງການ | ||||
| ແຜນແມ່ບົດການພັດທະນາເຂດເສດຖະກິດພິເສດ | ||||
| ເອກະສານອື່ນໆທີ່ກ່ຽວຂ້ອງ | ຕາມທີ່ໄດ້ກຳນົດໄວ້ໃນໃບສະເໜີຂໍພັດທະນາ |
|||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ກະຊວງແຜນການ ແລະ ການລົງທຶນ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 7 | ກົດໝາຍກ່ຽວຂ້ອງບໍ່ໄດ້ລະບຸໄລຍະເວລາໃນການພິຈາລະນາໄວ້ ແຕ່ໃນທາງປະຕິບັດ ພາຍຫຼັງທີ່ລັດຖະບານເຫັນດີ ແລະ ຮັບຮອງໃນການສ້າງຕັ້ງເຂດເສດຖະກິດພິເສດແລ້ວ, ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດຈະເປັນຜູ້ຮ່າງ ແລະ ຄົ້ນຄົ້ວາ ເພື່ອໃຫ້ກະຊວງແຜນການ ແລະ ການລົງທຶນ ອອກໃບທະບຽນສຳປະທານ ພາຍໃນ 7 ວັນລັດຖະການ. |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 0 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ອາຍຸການລົງທຶນໃນກິດຈະການສໍາປະທານ ແມ່ນ ອີງຕາມປະເພດ, ຂະໜາດ, ມູນຄ່າການລົງທຶນ, ເງື່ອນໄຂ, ບົດວິພາກເສດຖະກິດ-ເຕັກນິກຂອງກິດຈະການ ຕາມກົດໝາຍທີ່ກ່ຽວຂ້ອງ ແຕ່ສູງສຸດ ບໍ່ໃຫ້ເກີນ 50 ປີ ແລະ ຈະສາມາດຕໍ່ໄດ້ຕາມການຕົກລົງຂອງລັດຖະບານ ຫລື ສະພາແຫ່ງຊາດ ຫລື ສະພາປະຊາຊົນຂັ້ນແຂວງ ຕາມຂອບເຂດສິດ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 500000.00 | 0.00 | 0.00 | 500000.00 |
| ຄຳເຫັນ |
ຄ່າທຳນຽມໃບທະບຽນ ອີງຕາມການແຈ້ງບອກຂອງເຈົ້າໜ້າທີ່ |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ບໍ່ມີ | 0.00 | 0.00 | 0.00 | 0.00 |
| ຄຳເຫັນ |
ຄ່າທຳນຽມໃບທະບຽນ ອີງຕາມການແຈ້ງບອກຂອງເຈົ້າໜ້າທີ່ |
|||





