ໃບອະນຸຍາດດຳເນີນທຸລະກິດຄ້າຫຼັກຊັບໃນນາມບໍລິສັດຫຼັກຊັບ
License to Conduct Securities Business as a Securities Company
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 02.05.2024 | |
| ພາກສ່ວນຮັບຜິດຊອບ | ສໍານັກງານຄະນະກໍາມະການຄຸ້ມຄອງຫລັກຊັບ
(021 217770;) |
|
| LSIC | K - ການເຄື່ອນໄຫວດ້ານການເງິນ ແລະ ການປະກັນໄພ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ທະນາຄານທຸລະກິດ, ບໍລິສັດປະກັນໄພ ພາຍໃນ ຫຼື ຕ່າງປະເທດ ຫຼື ບໍລິສັດຫຼັກຊັບຕ່າງປະເທດ, ບຸກຄົນ ແລະ ນິຕິບຸກຄົນອື່ນ. |
|
| ເງື່ອນໄຂໃນການຂໍເອກະສານ |
ຜູ້ທີ່ມີຈຸດປະສົງຂໍອະນຸຍາດຂໍອະນຸຍາດດຳເນີນທຸລະກິດຫຼັກຊັບຕ້ອງເປັນ ທະນາຄານທຸລະກິດ, ບໍລິສັດປະກັນໄພ ພາຍໃນ ຫຼື ຕ່າງປະເທດ ຫຼື ບໍລິສັດຫຼັກຊັບຕ່າງປະເທດ ໂດຍສາມາດຖືຮຸ້ນໄດ້ ຮ້ອຍສ່ວນຮ້ອຍ. ສຳລັບ ນິຕິບຸກຄົນອື່ນ ແລະ ບຸກຄົນ ຕ້ອງຮ່ວມທຶນກັບທະນາຄານທຸລະກິດ, ບໍລິສັດປະກັນໄພ ຫຼື ບໍລິສັດຫຼັກຊັບ ຕາມອັດຕາສ່ວນການຖືຮຸ້ນທີ່ຄະນະສຳນັກງານຄຸ້ມຄອງຫຼັກຊັບກຳນົດ. |
|
| ຄໍາເຫັນເພີ່ມເຕີມ | ||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຄຳຮ້ອງ | ແບບຟອມໃບຄຳຮ້ອງຕາມແບບພິມຂອງຄະນະກຳມະການຄຸ້ມຄອງຫຼັກຊັບ |
|||
| ໃບທະບຽນວິສາຫະກິດ | ສະບັບສຳເນົາ |
|||
| ໃບຢັ້ງຢືນການມອບພັນທະອາກອນປະຈຳປີ | ||||
| ຮູບ 3x4 | ຈຳນວນ 3 ໃບ |
|||
| ສັນຍາຮ່ວມທຶນ | ຫຼື ສັນຍາສ້າງຕັ້ງ |
|||
| ກົດລະບຽບຂອງບໍລິສັດ | ||||
| ບັນຊີລາຍຊື່ຜູ້ຖືຮຸ້ນ | ລາຍຊື່ຜູ້ຖືຮຸ້ນທີ່ຖືຮຸ້ນ ແຕ່ ຫ້າສ່ວນຮ້ອຍ ຂຶ້ນໄປ, ປະຫວັດຫຍໍ້, ສຳເນົາບັດປະຈຳຕົວ ຫຼື ໜັງສືຜ່ານແດນຂອງຜູ້ຖືຮຸ້ນໃນນິຕິບຸກຄົນທີ່ຂໍສ້າງຕັ້ງ |
|||
| ບັນຊີລາຍຊື່ສະມາຊິກສະພາບໍລິຫານ, ຄະນະອໍານວຍການ ແລະ ຜູ້ຈັດການ | ສຳເນົາ ໃບຢັ້ງຢືນວຸດທິການສຶກສາ, ໃບແຈ້ງໂທດ, ຊີວະປະຫວັດຫຍໍ້, ບັດປະຈຳຕົວ ຫຼື ໜັງສືຜ່ານແດນຂອງ ສະມາຊິກສະພາບໍລິຫານ ແລະ ຄະນະອຳນວຍການ |
|||
| ເອກະສານລາຍງານການເງິນ | ເອກະສານລາຍງານການເງິນ ຂອງນິຕິບຸກຄົນທີ່ຂໍສ້າງຕັ້ງ ທີ່ໄດ້ຜ່ານການກວດສອບຈາກບໍລິສັດກວດສອບ ທີ່ໄດ້ຮັບຮອງຈາກພາກສ່ວນກ່ຽວຂ້ອງ, ສຳລັບ ບຸກຄົນຕ້ອງໄດ້ຮັບການຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງ |
|||
| ແຜນດໍາເນີນທຸລະກິດ | ແຜນການດຳເນີນທຸລະກິດຢ່າງໜ້ອຍ 03 ປີ ທຳອິດ ພາຍຫຼັງການສ້າງຕັ້ງ |
|||
| ໃບຢັ້ງຢືນຄຸນວຸດທິ | ລາຍຊື່ ແລະ ໃບຢັ້ງຢືນນັກວິຊາຊີບທຸລະກິດຫຼັກຊັບ |
|||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ||
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ບ້ານ ໂພນສະອາດ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ອີເມວ: lsco@lsc.gov.la | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 45 | ເອກະສານປະກອບຂໍອະນຸຍາດດຳເນີນທຸລະກິດຫຼັກຊັບ ຕ້ອງພິຈາລະນາ ພາຍໃນເວລາ 45 ວັນລັດຖະການ ນັບແຕ່ວັນໄດ້ຮັບເອກະສານປະກອບຢ່າງຄົບຖ້ວນ ແລະ ຖືກຕ້ອງເປັນຕົ້ນໄປ. ໃນກໍລະນີປະຕິເສດ ກໍຕ້ອງແຈ້ງຕອບເປັນລາຍລັກອັກສອນ ພ້ອມດ້ວຍເຫດຜົນ. |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ບໍ່ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 0 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ||
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 20000000.00 | 0.00 | 20000000.00 |
| ຄຳເຫັນ |
ອີງຕາມຂໍ້ຕົກລົງວ່າດ້ວຍການຂໍອະນຸຍາດດຳເນີນທຸລະກິດຫຼັກຊັບຂອງບໍລິສັດລັກຊັບ (ສະບັບປັບປຸງ) ເລກທີ 22/ຄຄຊ, ໝວດທີ 5, ມາດຕາ 51 (ປັບປຸງ) ຄ່າບໍລິການ. |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ບໍ່ມີ | 0.00 | 0.00 | 0.00 | 0.00 |
| ຄຳເຫັນ | ||||





