ໃບອະນຸຍາດດຳເນີນທຸລະກິດຕະຫຼາດຫຼັກຊັບ
License to Conduct Securities Business
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 02.05.2024 | |
| ພາກສ່ວນຮັບຜິດຊອບ | ສໍານັກງານຄະນະກໍາມະການຄຸ້ມຄອງຫລັກຊັບ
(021 217770;) |
|
| LSIC | K - ການເຄື່ອນໄຫວດ້ານການເງິນ ແລະ ການປະກັນໄພ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ຜູ້ທີ່ມີຈຸດປະສົງດຳເນີນທຸລະກິດຕະຫຼາດຫຼັກຊັບ ຕ້ອງຍື່ນຄຳຮ້ອງຂໍອະນຸຍາດ ພ້ອມດ້ວຍ ເອກະສານທີ່ກ່ຽວຂ້ອງຢ່າງຖືກຕ້ອງ ແລະ ຄົບຖ້ວນຕໍ່ຫ້ອງການບໍລິການການລົງທຶນປະຕູດຽວຂັ້ນສູນກາງ ເພື່ອສົ່ງໃຫ້ຄະນະກຳມະການຄຸ້ມຄອງຫຼັກຊັບ ພິຈາລະນາອະນຸຍາດດຳເນີິນທຸລະກິດຕະຫຼາດຫຼັກຊັບ. ຕະຫຼາດຫຼັກຊັບ ຕ້ອງສ້າງຕັ້ງໃນຮູບແບບບໍລິສັດຈຳກັດ ຫຼື ບໍລິສັດມະຫາຊົນ ເທົ່ານັ້ນ. |
|
| ເງື່ອນໄຂໃນການຂໍເອກະສານ |
ຜູ້ທີ່ຂໍໃບອະນຸຍາດດຳເນີນທຸລະກິດຕະຫຼາດຫຼັກຊັບ ຕ້ອງມີ: ຖານະການເງິນດີ ແລະ ມີປະສົບການສູງໃນການດຳເນີນທຸລະກິດຕະຫຼາດຫຼັກຊັບ, ມີທຶນຈົດທະບຽຍ 300 ຕື້ກີບ, ມີແຜນກ່ຽວກັບລະບົບເຕັກໂນໂລຊີຂໍ້ມູນຂ່າວສານ, ການຈົດທະບຽນ, ແລກປ່ຽນຊື້-ຂາຍ, ມີລະບົບຄວບຄຸມພາຍໃນ, ການບໍລິຫານຄວາມສ່ຽງ, ການປ້ອກງກັນຂໍ້ຂັດແຍ່ງທາງດ້ານຜົນປະໂຫຍດ, ມີແຜນການດຳເນີນທຸລະກິດ 03 ປີທຳອິດພາຍຫຼັງສ້າງຕັ້ງ, ມີໂຄງການຈັດຕັ້ງ. |
|
| ຄໍາເຫັນເພີ່ມເຕີມ | ||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຄຳຮ້ອງ | ແບບຟອມໃບຄຳຮ້ອງຕາມແບບພິມຂອງຄະນະກຳມະການຄຸ້ມຄອງຫຼັກຊັບ |
|||
| ເອກະສານລາຍງານການເງິນ | ເອກະສານລາຍງານການເງິນ ແລະ ບົດລາຍງານຜົນການດຳເນີນງານຂອງຜູ້ຂໍສ້າງຕັ້ງ |
|||
| ສັນຍາຮ່ວມທຶນ | ຫຼື ສັນຍາສ້າງຕັ້ງ |
|||
| ກົດລະບຽບຂອງບໍລິສັດ | ||||
| ແຜນດໍາເນີນທຸລະກິດ | ແຜນການດຳເນີນທຸລະກິດຢ່າງໜ້ອຍ 03 ປີ ທຳອິດ ພາຍຫຼັງການສ້າງຕັ້ງ |
|||
| ໝາຍເຫດ | ຊື່ ແລະ ທີ່ຢູ່ ຂອງຜູ້ຂໍສ້າງຕັ້ງ ພ້ອມດ້ວຍຈຳນວນຮຸ້ນທີ່ຖືຄອງ |
|||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ບ້ານ ໂພນສະອາດ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ອີເມວ: lsco@lsc.gov.la | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 45 | ເອກະສານປະກອບຂໍອະນຸຍາດດຳຕະຫຼາດຫຼັກຊັບ ຕ້ອງພິຈາລະນາ ພາຍໃນເວລາ 45 ວັນລັດຖະການ ນັບແຕ່ວັນໄດ້ຮັບເອກະສານປະກອບຢ່າງຄົບຖ້ວນ ແລະ ຖືກຕ້ອງເປັນຕົ້ນໄປ ແລະ ແຈ້ງຕອບທາງດ້ານຫຼັກການ ໂດຍຜ່ານຫ້ອງການບໍລິການການລົງທຶນປະຕູດຽວຂັ້ນສູນກາງ. |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ບໍ່ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 0 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ||
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ບໍ່ມີ | 0.00 | 0.00 | 0.00 | 0.00 |
| ຄຳເຫັນ | ||||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ບໍ່ມີ | 0.00 | 0.00 | 0.00 | 0.00 |
| ຄຳເຫັນ | ||||





