ໃບຢັ້ງຢືນທຸລະກິດການບໍລິຫານກອງທຶນສ່ວນບຸກຄົນ
Personal Fund Management Business Certificate
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບຢັ້ງຢືນ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 03.05.2024 | |
| ພາກສ່ວນຮັບຜິດຊອບ | ສໍານັກງານຄະນະກໍາມະການຄຸ້ມຄອງຫລັກຊັບ
                                                         (021 217770;)  | 
                                                |
| LSIC | K - ການເຄື່ອນໄຫວດ້ານການເງິນ ແລະ ການປະກັນໄພ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ | 
                                                        ບໍລິສັດບໍລິຫານກອງທຶນເພື່ອການລົງທຶນ ແລະ ບໍລິສັດຫຼັກຊັບ ທີ່ໄດ້ຮັບອະນຸຍາດຈາກສຳນັກງານ ຄຄຊ ໃຫ້ດຳເນີນທຸລະກິດກ່ຽວກັບການບໍລິຫານກອງທຶນສ່ວນບຸກຄົນ  | 
                                                |
| ເງື່ອນໄຂໃນການຂໍເອກະສານ | 
                                                        - ບໍລິສັດບໍລິຫານກອງທຶນເພື່ອການລົງທຶນ ແລະ ບໍລິສັດຫຼັກຊັບ ທີ່ໄດ້ຮັບອະນຸຍາດຈາກສຳນັກງານ ຄຄຊ ໃຫ້ດຳເນີນທຸລະກິດກ່ຽວກັບການບໍລິຫານກອງທຶນສ່ວນບຸກຄົນ; - ມີຜູ້ບໍລິຫານກອງທຶນ ທີ່ມີໃບຢັ້ງຢືນວິຊາຊີບ ປະເພດ ຜູ້ບໍລິຫານກອງທຶນເພື່ອການລົງທຶນ; - ມີແຜນລະອຽດກ່ຽວກັບແຜນການລົງທຶນ; - ບໍ່ຢູ່ໃນພາວະລົ້ມລະລາຍ ຫຼື ໃກ້ຈະລົ້ມລະລາຍ; - ມີສັນຍາລະຫວ່າງ ບໍລິສັດບໍລິຫານກອງທຶນເພື່ອການລົງທຶນ ຫຼື ບໍລິສັດຫຼັກຊັບ ຫຼື ບໍລິສັດກວດສອບ; - ສັນຍາລະຫວ່າງ ບໍລິສັດບໍລິຫານກອງທຶນເພື່ອການລົງທຶນ ຫຼື ບໍລິສັດຫຼັກຊັບ ກັບ ຜູ້ລົງທຶນ; - ມີທຶນປະກອບໃນການສ້າງຕັ້ງກອງທຶນ 100 ລ້ານກີບ ຂຶ້ນໄປ; - ມີສັນຍາ ກັບ ທະນາຄານດູແລຊັບສິນ ທີ່ໄດ້ຮັບຮອງຈາກ ສຄຄຊ; - ມີການປະເມີນດ້ານຄວາມສ່ຽງໃນການລົງທຶນ ແລະ ແຫຼ່ງທີ່ມາຂອງລາຍໄດ້ຂອງກອງທຶນສ່ວນບຸກຄົນ; - ມີການຊອກຮູ້ຂໍ້ມູນຂອງຜູ້ລົງທຶນ (KYC/CDD) ເປັນຕົ້ນ: ຊື່, ທີ່ຢູ່, ອາຊີບ, ບ່ອນປະຈຳການ, ແຫຼ່ງທີ່ມາຂອງເງິນ ແລະ ຖານະການເງິນ.  | 
                                                |
| ຄໍາເຫັນເພີ່ມເຕີມ | ||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບສະເໜີ | ໃບສະເໜີຂໍຂຶ້ນທະບຽນກອງທຶນສ່ວນບຸກຄົນຕາມແບບຟອມຂອງ ສຄຄຊ  | 
                                                            |||
| ໃບຢັ້ງຢືນຮັບປະກັນ | - ໃບຢັ້ງຢືນການທົດລອງຄວາມເຂົ້າໃຈກ່ຽວກັບການລົງທຶນຫຼັກຊັບ ແລະ ຄວາມສາມາດຮັບຄວາມສ່ຽງໃນການລົງທຶນ ຂອງຜູ້ລົງທຶນ - ໃບຢັ້ງຢືນຜົນສຳເລັດການປະກອບທຶນໃນກອງທຶນສ່ວນບຸກຄົນ ຈາກ ບໍລິສັດ - ໃບຢັ້ງຢືນຈຳນວນເງິນໃນບັນຊີຂອງກອງທຶນສ່ວນບຸກຄົນທີ່ເປີດໄວ້ກັບທະນາຄານທຸລະກິດ ທີ່ເຮັດໜ້າທີ່ເປັນທະນາຄານດູແລຊັບສິນຂອງກອງທຶນ - ລາຍຊື່, ຈຳນວນ ແລະ ອັດຕາສ່ວນຂອງຜູ້ລົງທຶນ  | 
                                                            |||
| ສັນຍາຮ່ວມທຶນ, ສັນຍາສ້າງຕັ້ງ | - ສັນຍາລະຫວ່າງ ບໍລິສັດ ກັບ ທະນາຄານດູແລຊັບສິນ - ສັນຍາລະຫວ່າງ ບໍລິສັດ ກັບ ບໍລິສັດກວດສອບ - ສັນຍາລະຫວ່າງ ບໍລິສັດ ກັບ ຜູ້ລົງທຶນແຕ່ລະລາຍ  | 
                                                            |||
| ແຜນດໍາເນີນທຸລະກິດ | ແຜນການລົງທຶນຂອງກອງທຶນສ່ວນບຸກຄົນ ຕາມເປົ້າໝາຍທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍຫຼັກຊັບ (ສະບັບປັບປຸງ) ມາດຕາ 43  | 
                                                            |||
| ໜັງສືແຕ່ງຕັ້ງ | ໜັງສືແຕ່ງຕັ້ງຜູ້ບໍລິຫານກອງທຶນສ່ວນບຸກຄົນ ແລະ ພະນັກງານດຳເນີນງານຂອງກອງທຶນສ່ວນບຸກຄົນ  | 
                                                            |||
| ໝາຍເຫດ | ເອກະສານປະເມີນຄວາມສ່ຽງໃນການລົງທຶນຂອງຜູ້ລົງທຶນ ແລະ ແຫຼ່ງທີ່ມາຂອງລາຍໄດ້ຂອງກອງທຶຮສ່ວນບຸກຄົນ  | 
                                                            |||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ບ້ານ ໂພນສະອາດ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ອີເມວ: lsco@lsc.gov.la | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 15 | ຕ້ອງພິຈາລະນາ ໜັງສືສະເໜີຂໍຂຶ້ນທະບຽນກອງທຶນສ່ວນບຸກຄົນ ພາຍໃນເວລາ 15 ວັນລັດຖະການ ນັບແຕ່ວັນໄດ້ຮັບເອກະສານປະກອບຢ່າງຄົບຖ້ວນ ແລະ ຖືກຕ້ອງເປັນຕົ້ນໄປ. ໃນກໍລະນີປະຕິເສດ ກໍຕ້ອງແຈ້ງຕອບເປັນລາຍລັກອັກສອນ ພ້ອມດ້ວຍເຫດຜົນ. | 
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ບໍ່ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 0 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ||
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 1000000.00 | 2000000.00 | 0.00 | 3000000.00 | 
| ຄຳເຫັນ | 
                                                        ຕໍ່ສຸດ 2.000.000 ກີບ, ສູງສຸດບໍ່ເກີນ 20.000.000 ກີບ ຕາມຂໍ້ຕົກລົງວ່າດ້ວຍກອງທຶນສ່ວນບຸກຄົນ ເລກທີ 14/ຄຄຊ, ມາດຕາ 9 ຄ່າບໍລິການ  | 
                                                |||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ບໍ່ມີ | 0.00 | 0.00 | 0.00 | 0.00 | 
| ຄຳເຫັນ | ||||





