ໃບອະນຸຍາດດຳເນີນທຸລະກິດ ຂະແໜງການໄປສະນີ
License for Postal Sector Business
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 05.05.2024 | |
| ພາກສ່ວນຮັບຜິດຊອບ | ກົມໄປສະນີ
|
|
| LSIC | ||
| ຜູ້ທີ່ສາມາດຍື່ນຂໍເອກະສານ | ||
| ເງື່ອນໄຂໃນການຂໍເອກະສານ | ||
| ຄໍາເຫັນເພີ່ມເຕີມ | ||
| ກົດໝາຍ ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງ | ||||
|---|---|---|---|---|
| ຊື່ | ເລກທີ | ລົງວັນທີ | ໝາຍເຫດ | |
| ຂໍ້ຕົກລົງວ່າດ້ວຍການອະນຸຍາດດຳເນີນທຸລະກິດບໍລິການໄປສະນີ | 1039/ປທສ | 09.04.2019 | ||
| ກົດໝາຍວ່າດ້ວຍການໄປສະນີ | 45/ສພຊ | 25.12.2013 | ||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ສຳເນົາໃບທະບຽນວິສາຫະກິດ | ||||
| ໃບອະນຸຍາດລົງທຶນ | ສໍາເນົາ |
|||
| ບົດວິພາກເສດຖະກິດ | ຮ່າງບົດວິພາກເສດຖະກິດ ຕາມທີ່ຂະແໜງການໄປສະນີກຳນົດ |
|||
| ໃບຄຳຮ້ອງ | ແບບຟອມ ຕາມທີ່ຂະແໜງການໄປສະນີກຳນົດ |
|||
| ໜັງສືແຕ່ງຕັ້ງ | ໜັງສືແຕ່ງຕັ້ງ ຫຼື ໃບມອບສິດ (ກໍລະນີຄູ່ຮ່ວມທຸລະກິດເປັນຕົວແທນບໍລິສັດຕ່າງປະເທດທີ່ຈະນຳໃຊ້ຊື່ ຂອງບໍລິສັດດັ່ງກ່າວ) |
|||
| ບັນຊີລາຍຊື່ພະນັກງານ | ບັນຊີລາຍຊື່ ແລະ ໜັງສືຢັ້ງຢືນວິຊາສະເພາະຂອງນັກວິຊາການ (ໃບຢັ້ງຢືນວິຊາການທີ່ຈົບຈາກຂະແໜງການໄປສະນີ ຫຼື ການຂົນສົ່ງ) |
|||
| ໝາຍເຫດ | ເຄື່ອງໝາຍການຄ້າ (ໂລໂກ້ບໍລິສັດ) |
|||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຄຳຮ້ອງຂໍຕໍ່ອາຍຸ | ||||
| ບົດລາຍງານການເຄື່ອນໄຫວທຸລະກິດ | ບົດລາຍງານການດຳເນີນທຸລະກິດໃນໄລຍະຜ່ານມາ |
|||
| ໃບຢັ້ງຢືນການມອບພັນທະອາກອນປະຈຳປີ | ||||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 0 | - ປະເພດໜຶ່ງ 20 ວັນລັດຖະການ - ປະເພດສອງ 15 ວັນລັດຖະການ - ປະເພດສາມ 10 ວັນລັດຖະການ - ປະເພດສີ່ 5 ວັນລັດຖະການ ນິຕິກໍາ: ຂໍ້ຕົກລົງ ວ່າດ້ວຍ ການອະນຸຍາດດໍາເນີນທຸລະກິດບໍລິການໄປສະນີ ສະບັບເລກທີ 1039/ປທສ, ລົງວັນທີ 09 ເມສາ 2019 |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 0 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | - ໃບອະນຸຍາດປະເພດໜຶ່ງ ມີອາຍຸນຳໃຊ້ ຫ້າ ປີ - ໃບອະນຸຍາດປະເພດສອງ ມີອາຍຸນຳໃຊ້ ສາມ ປີ - ໃບອະນຸຍາດປະເພດສາມ ມີອາຍຸນຳໃຊ້ ສອງ ປີ - ໃບອະນຸຍາດປະເພດໜຶ່ງ ມີອາຍຸນຳໃຊ້ ໜຶ່ງ ປີ ການຕໍ່ອາຍຸໃບອະນຸຍາດດຳເນີນທຸລະກິດບໍລິການໄປສະນີ, ຜູ້ໃຫ້ບໍລິການ ຕ້ອງສະເໜີ ຂໍຕໍ່ກ່ອນວັນໝົດອາຍຸ ສາມສິບວັນ ແລະ ຕ້ອງປະກອບເອກະສານ ດັ່ງນີ້: 1. ໃບຄຳຮ້ອງ 2. ບົດລາຍງານການດຳເນີນທຸລະກິດໃນໄລຍະຜ່ານມາ 3. ໃບຢັ້ງຢືນການມອບພັນທະອາກອນ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 0.00 | 100000.00 | 100000.00 |
| ຄຳເຫັນ |
ຄ່າທຳນຽມ ແລະ ຄ່າບໍລິການ ອອກອະນຸຍາດ ຈະເສຍໜ້ອຍ ຫຼື ຫຼາຍ ອີງຕາມປະເພດ ແລະ ຂອບເຂດການອະນຸຍາດ ຂອງແຕ່ລະຜູ້ປະກອບການ ອີງຕາມ ລັດທະບັນຍັດຂອງປະທານປະເທດ ສະບັບບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 0.00 | 100000.00 | 100000.00 |
| ຄຳເຫັນ |
ຄ່າທຳນຽມ ແລະ ຄ່າບໍລິການ ອອກອະນຸຍາດ ຈະເສຍໜ້ອຍ ຫຼື ຫຼາຍ ອີງຕາມປະເພດ ແລະ ຂອບເຂດການອະນຸຍາດ ຂອງແຕ່ລະຜູ້ປະກອບການ ອີງຕາມ ລັດທະບັນຍັດຂອງປະທານປະເທດ ສະບັບບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 |
|||





