ໃບອະນຸຍາດດໍາເນີນທຸລະກິດບໍລິການສົ່ງເສີມສຸຂະພາບ
No name
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 25.06.2024 | |
| ພາກສ່ວນຮັບຜິດຊອບ | ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ
(+856-(21) 213-256;) |
|
| LSIC | S - ການເຄື່ອນໄຫວບໍລິການອື່ນໆ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ນິຕິບຸກຄົນ ທີ່ຕ້ອງການຂໍໃບອະນຸຍາດດໍາເນີນທຸລະກິດດັ່ງກ່າວ ຕ້ອງມີເງື່ອນໄຂ ດັ່ງນີ້: 1. ມີຖານະເປັນນິຕິບຸກຄົນ ຕາມກົດໝາຍ; 2. ມີທຶນຈົດທະບຽນ ສອງຮ້ອຍລ້ານ ກີບ ຂຶ້ນໄປ; 3. ປະກອບເອກະສານຄົບຖ້ວນ ຕາມທີ່ກໍານົດໄວ້ໃນ ມາດຕາ 20 ຂອງຂໍ້ຕົກລົງສະບັບນີ້; 4. ມີທີ່ຕັ້ງສຳນັກງານ. |
|
| ເງື່ອນໄຂໃນການຂໍເອກະສານ |
ເອກະສານ ຄຳຮ້ອງ ສະເໜີຂໍໃບອະນຸຍາດດໍາເນີນທຸລະກິດ ມີດັ່ງນີ້: 1. ຄຳຮ້ອງຂໍດຳເນີນທຸລະກິດ ຕາມແບບພິມ ທີ່ ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກຳນົດ ໜຶ່ງ ໃບ; 2. ສຳເນົາ ໃບທະບຽນວິສາຫະກິດ ແລະ ຊຸດຄຳຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ; 3. ຮູບຖ່າຍເຈົ້າຂອງວິສາຫະກິດ ຂະໜາດ 3x4 ຊມ ພື້ນສີຂາວ ຈໍານວດ ສອງ ໃບ. |
|
| ຄໍາເຫັນເພີ່ມເຕີມ |
ການຂໍອະນຸຍາດສ້າງຕັ້ງ ແລະ ດໍາເນີນທຸລະກິດບໍລິການສົ່ງເສີມສຸຂະພາບ ແມ່ນຂະແໜງ ຖວທ ເປັນຜູ້ພິຈາລະນາໃນການອອກອະນຸຍາດ. • ການແບ່ງຂັ້ນຄຸ້ມຄອງ - ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງ/ນະຄອນ ຄົ້ນຄວ້າ, ພິຈາລະນາ, ອະນຸມັດການດຳເນີນທຸລະກິດ ແລະ ອະນຸຍາດການສືບຕໍ່ດຳເນີນທຸລະກິດ ແຕ່ລະປະເພດ ທີ່ມີທຶນຈົດທະບຽນ ສອງຮ້ອຍ ລ້ານກີບ ຂຶ້ນໄປ ແລະ ຕໍ່າກວ່າ ສາມຮ້ອຍ ລ້ານກີບ ລົງມາ; - ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ/ນະຄອນຫຼວງ ຄົ້ນຄວ້າ, ພິຈາລະນາ, ອະນຸມັດການດຳເນີນທຸລະກິດ ແລະ ອະນຸຍາດການສືບຕໍ່ດຳເນີນທຸລະກິດ ແຕ່ລະປະເພດ ທີ່ມີທຶນຈົດທະບຽນສູງກວ່າ ສາມຮ້ອຍ ລ້ານກີບ ຂຶ້ນໄປ ແລະ ຕໍ່າກວ່າ ຫ້າຮ້ອຍ ລ້ານກີບ ລົງມາ; - ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ ຄົ້ນຄວ້າ, ພິຈາລະນາ, ອະນຸມັດການດຳເນີນທຸລະກິດ ແລະ ການອະນຸຍາດສືບຕໍ່ດຳເນີນທຸລະກິດ ບໍລິການສົ່ງເສີມສຸຂະພາບແຕ່ລະປະເພດ ທີ່ມີທຶນຈົດທະບຽນຕັ້ງແຕ່ ຫ້າຮ້ອຍ ລ້ານກີບຂຶ້ນໄປ |
|
| ກົດໝາຍ ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງ | ||||
|---|---|---|---|---|
| ຊື່ | ເລກທີ | ລົງວັນທີ | ໝາຍເຫດ | |
| ຂໍ້ຕົກລົງ ວ່າດ້ວຍທຸລະກິດບໍລິການສົ່ງເສີມສຸຂະພາບ | 87/ຖວທ | 31.01.2024 | ||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຄຳຮ້ອງ | ||||
| ຮູບຖ່າຍຂອງອໍານວຍການ | ||||
| ສຳເນົາໃບທະບຽນວິສາຫະກິດ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຄໍາຮ້ອງແຈ້ງຂໍສືບຕໍ່ອະນຸຍາດດໍາເນີນທຸລະກິດ | ||||
| ໃບອະນຸຍາດສະບັບເກົ່າຂອງປີຜ່ານມາ | ||||
| ໃບຢັ້ງຢືນການມອບພັນທະອາກອນປະຈຳປີ | ||||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ຖະໜົນລ້ານຊ້າງ, ບ້ານສາຍລົມ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 9 | ພາຍຫຼັງໄດ້ຮັບຄຳຮ້ອງດຳເນີນທຸລະກິດ ຫຼື ຢັ້ງຢືນການສືບຕໍ່ດຳເນີນທຸລະກິດຖືກຕ້ອງຄົບຖ້ວນແລ້ວຂະແໜງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຕ້ອງປະສານກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າ ພິຈາລະນາ ແລະ ອອກໃບອະນຸຍາດ ໃຫ້ເຈົ້າຂອງທຸລະກິດ ພ້ອມທັງແຈ້ງຄ່າທຳນຽມ ແລະ ຄ່າບໍລິການ ໃຫ້ຜູ້ທີ່ຍື່ນຄຳຮ້ອງຮັບຊາບ ພາຍໃນ 7 ວັນລັດຖະການ ນັບແຕ່ມື້ຮັບຄໍາຮ້ອງເປັນຕົ້ນໄປ |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 12 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ເອກະສານ ຄຳຮ້ອງ ສະເໜີສືບຕໍ່ດຳເນີນທຸລະກິດ ມີ ດັ່ງນີ້: 1. ຄຳຮ້ອງ ສະເໜີສືບຕໍ່ດຳເນີນທຸລະກິດ ໜຶ່ງ ໃບ; 2. ໃບເສຍອາກອນ ຫຼື ໃບຢັ້ງຢືນເສຍອາກອນ ປະຈຳປີຫຼ້າສຸດ; 3. ສໍາເນົາ ໃບອະນຸຍາດດໍາເນີນທຸລະກິດ ໜຶ່ງ ໃບ. | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 350000.00 | 500000.00 | 0.00 | 850000.00 |
| ຄຳເຫັນ | ||||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 350000.00 | 500000.00 | 0.00 | 850000.00 |
| ຄຳເຫັນ | ||||





