ໃບຢັ້ງຢືນການຂຶ້ນທະບຽນກອງທຶນປະກັນສັງຄົມ
Certificate for Registration of Social Security Fund
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບຢັ້ງຢືນ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 07.07.2020 | |
| ພາກສ່ວນຮັບຜິດຊອບ | ອົງການປະກັນສັງຄົມແຫ່ງຊາດ
|
|
| LSIC | ທຸກພາກສ່ວນ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ຫົວໜ່ວຍແຮງງານ/ວິສາຫະກິດ ທີ່ໄດ້ຮັບອະນຸຍາດດຳເນີນກິດຈະການທີ່ຖືກຕ້ອງຕາມກົດໝາຍ ແລະ ມີຜູ້ອອກແຮງງານຢູ່ໃນການຄຸ້ມຄອງຂອງຕົນ |
|
| ເງື່ອນໄຂໃນການຂໍເອກະສານ |
ທຸກວິສາຫະກິດທີ່ໄດ້ຮັບອະນຸຍາດໃຫ້ດຳເນີນທຸລະກິດທີ່ຖືກຕ້ອງຕາມກົດໝາຍຂອງ ສປປ ລາວ |
|
| ຄໍາເຫັນເພີ່ມເຕີມ |
ວິສາຫະກິດທີ່ໄດ້ຮັບອະນຸຍາດກຳເນີນທຸລະກິດຕ້ອງໄດ້ຂຶ້ນທະບຽນນຳປະກັນສັງຄົມເພື່ອປະຕິບັດ ຕາມກົດໝາຍວ່າດ້ວຍການປະກັນສັງຄົມ ແລະ ເພື່ອຮັບປະກັນໃຫ້ຜູ້ອອກແຮງງານທີ່ຢູ່ພາຍໃຕ້ສັງກັດຂອງຕົນທັງໝົດ ໄດ້ຮັບການຄຸ້ມຄອງເພື່ອເປັນຫຼັກຄ້ຳປະກັນຂອງການດຳລົງຊີວິດຂັ້ນພື້ນຖານຈາກລະບົບປະກັນສັງຄົມ ໃນເມື່ອເວລາມີການປິ່ນປົວສຸຂະພາບ, ເກີດອຸປະຕິເຫດແຮງງານ ຫຼື ພະຍາດອາຊີບ, ອອກລູກ, ປ່ວຍການ, ເສຍກຳລັງແຮງງານ, ບຳນານ, ເສຍຊີວິດ, ອຸດໜູນສະມາຊິກຄອບຄົວ ແລະ ຫວ່າງງານ ຕາມເງື່ອນໄຂທີ່ໄດ້ກຳນົດໄວ້ໃນແຕ່ລະກໍລະນີ, ຊຶ່ງຜູ້ອອກແຮງງານພາກວິສາຫະກິດຈະໄດ້ຮັບການຄຸ້ມຄອງເຫຼົ່ານີ້ ກໍຕ້ອງໄດ້ປະກອບແບບຟອມການຂຶ້ນທະບຽນປະກັນສັງຄົມສຳລັບຜູ້ອອກແຮງງານ ໂດຍເຈົ້າຂອງວິສາຫະກິດຈະເປັນຜູ້ອຳນວຍຄວາມສະດວກໃນການສະໜອງຂໍ້ມູນສ່ວນຕົວຂອງຜູ້ ອອກແຮງງານແຕ່ລະຄົນໃຫ້ແກ່ປະກັນສັງຄົມ. |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບທະບຽນວິສາຫະກິດ | ||||
| ໃບອະນຸຍາດດຳເນີນທຸລະກິດ | ||||
| ເອກະສານອື່ນໆທີ່ກ່ຽວຂ້ອງ | ເພື່ອຢັ້ງຢືນວ່າເປັນຫົວໜ່ວຍແຮງງານ |
|||
| ແຜນວາດທີ່ຕັ້ງຂອງວິສາຫະກິດ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ບໍ່ມີການຕໍ່ອາຍຸເອກະສານ | ||||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 2 | ໃນພາກປະຕິບັດຕົວຈິງ ສາມາດລໍຖ້າຮັບໄດ້ເລີຍ ຖ້າຫາກວິສາຫະກິດໃດມີຈຸດປະສົງຕ້ອງການດ່ວນ |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ບໍ່ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 0 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ||
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ບໍ່ມີ | 0.00 | 0.00 | 0.00 | 0.00 |
| ຄຳເຫັນ |
ບໍ່ມີຄ່າໃຊ້ຈ່າຍ |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ບໍ່ມີ | 0.00 | 0.00 | 0.00 | 0.00 |
| ຄຳເຫັນ | ||||





