ໃບອະນຸຍາດສ້າງຕັ້ງສູນພັດທະນາສີມືແຮງງານ
License to Establish Skill Development Center
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 13.09.2017 | |
| ພາກສ່ວນຮັບຜິດຊອບ | ກົມການຈັດຫາງານ
                                                         | 
                                                |
| LSIC | P - ການສຶກສາ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ | 
                                                        ບຸກຄົນ ຫລື ນິຕິບຸກຄົນ ທີ່ມີຈຸດປະສົງສ້າງຕັ້ງ ສະຖານທີ່ພັດທະນາສີມືແຮງງານ ທີ່ດໍາເນີນການຝຶກສີມີ, ຍົກລະດັບດ້ານທັກສະ, ຄວາມຊໍານານງານ, ຄວາມສາມາດໃນການເຮັດວຽກ ແລະ ທັດສະນະຄະຕິໃນການອອກແຮງງານ ຕາມມາດຕະຖານສີມືແຮງງານແຫ່ງຊາດ  | 
                                                |
| ເງື່ອນໄຂໃນການຂໍເອກະສານ | 
                                                        1. ຖືສັນຊາດລາວ ຫຼື ຄົນຕ່າງປະເທດຮ່ວມມືກັບຄົນລາວ ແລະ ມີອາຍຸແຕ່ 21 ປີຂຶ້ນໄປ ແລະ ບໍ່ຢູ່ໃນໄລຍະລົ້ມລະລາຍດ້ານທຸລະກິດ 2. ຕ້ອງມີລະດັບວິຊາສະເພາະ ຫຼື ປະສົບການທີ່ກ່ຽວຂ້ອງກັບວຽກງານພັດທະນາສີມືແຮງງານ 3. ມີສຸຂະພາບແຂງແຮງ 4. ມີປະຫວັດຈະແຈ້ງ 5. ມີທຶນຈົດທະບຽນຂໍອະນຸຍາດສ້າງຕັ້ງ 6. ຕ້ອງຍື່ນເອກະສານດ້ວຍຕົນເອງ  | 
                                                |
| ຄໍາເຫັນເພີ່ມເຕີມ | 
                                                        ນັບແຕ່ປີ 1998-2014 ມີສູນພັດທະນາສີມືແຮງງານມາຂຶ້ນທະບຽນທັງໝົດຈຳນວນ 11 ແຫ່ງ (ຂອງຄົນລາວທັງໝົດ), ພາກລັດ 7 ແຫ່ງ ແລະ ພາກເອກະຊົນ 4 ແຫ່ງທີ່ຂຶ້ນກັບການຄຸ້ມຄອງຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຕ່ປີ 2015 ເຖິງປັດຈຸບັນ ຍັງບໍ່ທັນມີສູນພັດທະນາສີມືແຮງງານມາຂຶ້ນທະບຽນເພີ່ມ  | 
                                                |
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ສຳເນົາບັດປະຈຳຕົວ/ສຳມະໂນຄົວຂອງອໍານວຍການ | ||||
| ໃບແຈ້ງໂທດ | ||||
| ໃບຢັ້ງຢືນຖານະທາງດ້ານການເງິນແລະຊັບສິນ | ||||
| ໃບຢັ້ງຢືນສຸຂະພາບ | ||||
| ຮູບຖ່າຍຂອງອໍານວຍການ | ||||
| ໃບຊີວະປະຫວັດຂອງຜູ້ອຳນວຍການ | ||||
| ໃບຢັ້ງຢືນວຸດທິການສຶກສາ | ຂອງຜູ້ອຳນວຍການ  | 
                                                            |||
| ສັນຍາຮ່ວມທຶນ, ສັນຍາສ້າງຕັ້ງ | ||||
| ໃບອະນຸຍາດລົງທຶນ | ຈາກະຊວງແຜນການ ແລະ ການລົງທຶນ  | 
                                                            |||
| ໃບທະບຽນວິສາຫະກິດ | ຈາກກະຊວງອຸດສາຫະກຳ ແລະ ການຄ້າ  | 
                                                            |||
| ໃບອະນຸຍາດອອກຈາກລັດຖະການ | ຖ້າເຄີຍເປັນລັດຖະກອນມາກ່ອນ  | 
                                                            |||
| ໃບຄຳຮ້ອງ | ຂໍອະນຸຍາດສ້າງຕັ້ງ  | 
                                                            |||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 30 | ໃນເບື້ອງຕົ້ນຜູ້ຮ້ອງຂໍຕ້ອງໄປຮັບແບບຟອມຄຳຮ້ອງຂໍອະນຸຍາດສ້າງຕັ້ງສະຖານທີ່ພັດທະນາສີມືແຮງງານທີ່ກະຊວງແຜນການ ແລະ ການລົງທຶນ. ສຳລັບການຄົ້ນຄວ້າເອກະສານ ຈະໃຊ້ເວລາພິຈາລະນາເອກະສານພາຍໃນກຳນົດເວລາ 30 ວັນ, ພາຍຫຼັງປະກອບເອກະສານຄົບຖ້ວນ ແລະ ຖືກຕ້ອງ. ຫຼັງຈາກນັ້ນ, ຈະມີການລົງຕິດຕາມກວດກາສະຖານທີ່ຕົວຈິງ ໂດຍກົມພັດທະນາສີມືແຮງງານ ແລະ ຈັດຫາງານ ສົມທົບກັບພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ/ນະຄອນຫຼວງວຽງຈັນ. | 
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 0 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ກົດໝາຍທີ່ກ່ຽວຂ້ອງ ບໍ່ໄດ້ລະບຸເວລາຂອງໃບອະນຸຍາດດຳເນີນກິດຈະການ, ການຕໍ່ແມ່ນຈະອີງໃສ່ການປະເມີນຜົນການຈັດຕັງປະຕິບັດການພັດທະນາສືມືແຮງງານໄລຍະຜ່ານມາ ເພື່ອເປັນບ່ອນອີວໃຫ້ແກ່ການສືບຕໍ່ດຳເນີນກິດຈະການ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 0.00 | 500000.00 | 0.00 | 500000.00 | 
| ຄຳເຫັນ | 
                                                        ອີງຕາມລັດຖະບັນຍັດວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການເລກທີ 003/ປປທ, ລົງວັນທີ 26.12.2012 (ມາດຕາ 86, ໜ້າ 158)  | 
                                                |||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ບໍ່ມີ | 0.00 | 0.00 | 0.00 | 0.00 | 
| ຄຳເຫັນ | ||||





