ໃບອະນຸຍາດເຄື່ອນໄຫວວິສາຫະກິດກົດໝາຍ
License to Operate a Law Firm
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 09.07.2020 | |
| ພາກສ່ວນຮັບຜິດຊອບ | ກົມຄຸ້ມຄອງ ແລະ ສົ່ງເສີມວຽກງານຍຸຕິທໍາ
                                                         | 
                                                |
| LSIC | M - ການເຄື່ອນໄຫວດ້ານສາຍວິຊາຊີບ, ວິທະຍາສາດ ແລະ ເຕັກນິກ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ | 
                                                        ບຸກຄົນ ຫຼື ນິຕິບຸກຄົນ ທີ່ມີຈຸດປະສົງຢາກດຳເນີນທຸລະກິດໃຫ້ຄຳປຶກສາທາງດ້ານກົດໝາຍ ຊຶ່ງລວມມີ: 1. ໃຫ້ຄຳປຶກສາ, ແນະນຳ ແລະ ຄຳເຫັນທາງດ້ານກົດໝາຍໂດຍທາງລາຍລັກອັກສອນ ແລະ ທາງປາກເປົ່າແກ່ຜູ້ມາໃຊ້ບໍລິການຕາມແຕ່ລະກໍລະນີ; 2. ສ້າງຮ່າງສັນຍາ, ຮ່າງເອກະສານ ແລະ ປະກອບເອກະສານຕ່າງໆ ທີ່ມີຄວາມໝາຍທາງດ້ານກົດໝາຍ ຕາມການສະເໜີຂອງຜູ້ມາໃຊ້ບໍລິການ ໂດຍອີງຕາມກົດໝາຍ ແລະ ລະບຽບການຂອງພາກສ່ວນທີ່ກ່ຽວຂ້ອງ; 3. ຂຽນຄຳຮ້ອງ, ຄຳສະເໜີ, ຄຳຮ້ອງຟ້ອງ, ຄຳແກ້ຟ້ອງ, ຄຳຮ້ອງຂໍອຸທອນ, ຄຳຮ້ອງຂໍລົບລ້າງ ຕາມການສະເໜີຂອງຜູ້ມາໃຊ້ບໍລິການ ແລະ ຕາມແບບຟອມທີ່ພາກສ່ວນກ່ຽວຂ້ອງກຳນົດອອກ; 4. ແປຂໍ້ກຳນົດຂອງກົດໝາຍ ຫຼື ລະບຽບການຕ່າງໆ ທີ່ເປັນພາສາຕ່າງປະເທດມາເປັນພາສາລາວຢ່າງເປັນທາງການ.  | 
                                                |
| ເງື່ອນໄຂໃນການຂໍເອກະສານ | 
                                                        ການຂໍອະນຸຍາດດໍາເນີນທຸລະກິດ ຕ້ອງມີເງື່ອນໄຂດັ່ງນີ້: 1. ໃບທະບຽນວິສາຫະກິດ, 2. ທະນາຍຄວາມປະຈໍາແຕ່ 2 ຄົນ ຂຶ້ນໄປ, 3. ທຶນ, ສໍານັກງານ ແລະ ວັດຖຸປະກອນຮັບໃຊ້ທີ່ເໝາະສົມ.  | 
                                                |
| ຄໍາເຫັນເພີ່ມເຕີມ | 
                                                        ວິສາຫະກິດກົດໝາຍຕ່າງປະເທດ ທີ່ຂຶ້ນທະບຽນຢູ່ ສປປ ລາວ ມີສິດໃຫ້ຄໍາປຶກສາກ່ຽວກັບ ກົດໝາຍຕ່າງປະເທດ ແລະ ກົດໝາຍສາກົນ ແຕ່ຫາກວິສາຫະກິດດັ່ງກ່າວ ມີທະນາຄວາມລາວ ຮ່ວມລົງທຶນ ຫລື ສັງກັດ ມີສິດໃຫ້ຄໍາປຶກສາກ່ຽວກັບ ກົດໝາຍລາວ ແລະ ວ່າຄວາມ ຢູ່ ສານປະຊາຊົນ ຂອງ ສປປ ລາວ ໂດຍທະນາຄວາມລາວຜູ້ນັ້ນ  | 
                                                |
| ກົດໝາຍ ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງ | ||||
|---|---|---|---|---|
| ຊື່ | ເລກທີ | ລົງວັນທີ | ໝາຍເຫດ | |
| ຄ່າທຳນຽມ ແລະ ຄ່າບໍລິການ | 002 | 17.06.2021 | ||
| ກົດໝາຍ ວ່າດ້ວຍທະນາຍຄວາມ (ສະບັບປັບປຸງ) | 23/ສພຊ | 29.12.2022 | ໝວດທີ IV ວິສາຫະກິດກົດໝາຍ (ມາດຕາ 56 ຫາ 59) | |
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບແຈ້ງໂທດ | ||||
| ໃບຢັ້ງຢືນທີ່ຢູ່ | ||||
| ຮູບ 3x4 | ຈຳນວນ 6 ໃບ  | 
                                                            |||
| ຊີວະປະຫວັດ | ||||
| ໃບຢັ້ງຢືນສຸຂະພາບ | ||||
| ກົດລະບຽບວິສາຫະກິດ | ||||
| ບົດວິພາກເສດຖະກິດເຕັກນິກ | ||||
| ບັນຊີຜູ້ຖືຮຸ້ນ | ||||
| ບັດທະນາຍຄວາມ | ລວມທັງໃບອະນຸຍາດວ່າຄວາມ ແລະ ໃບແຕ່ງຕັ້ງເປັນທະນາຍຄວາມ  | 
                                                            |||
| ສັນຍາຮ່ວມທຶນ, ສັນຍາສ້າງຕັ້ງ | ||||
| ເອກະສານຂອງພະນັກງານຊ່ວຍວຽກ | ຊີວະປະຫວັດ, ໃບຢັ້ງຢືນທີ່ຢູ່, ໃບປະກາດວິຊາຊີບ, ໃບແຈ້ງໂທດ, ໃບຢັ້ງຢືນສຸຂະພາບ, ສຳເນົາສັນຍາແຮງງານ ແລະ ອື່ນໆທີ່ກ່ຽວຂ້ອງ.  | 
                                                            |||
| ໃບຄຳຮ້ອງ | ຄຳຮ້ອງຂໍສ້າງຕັ້ງເປັນບໍລິສັດທີ່ປຶກສາທາງດ້ານກົດໝາຍ ຫຼື ໃບຄຳຮ້ອງຂໍຕໍ່ໃບອະນຸຍາດເຄື່ອນໄຫວວິສາຫະກິດກົດໝາຍ, ສັນຍາວ່າຈ້າງງານ ຫຼື ສັນຍາວ່າຈ້າງທະນາຍຄວາມທີ່ເປັນຂາຮຸ້ນ ແລະ ບໍ່ເປັນຂາຮຸ້ນ  | 
                                                            |||
| ໃບສັນຍາຈ້າງພະນັກງານ | ສັນຍາແຮງງານ (ກັບທະນາຍຄວາມ)  | 
                                                            |||
| ສັນຍາເຊົ່າທີ່ຕັ້ງສໍານັກງານ | ສັນຍາເຊົ່າຫ້ອງການ ຫຼື ໃບຢັ້ງຢືນທີ່ຕັ້ງສຳນັກງານ  | 
                                                            |||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບອະນຸຍາດເຄື່ອນໄຫວວິສາຫະກິດກົດໝາຍ | ສໍາເນົາໃບອະນຸຍາດເຄື່ອນໄຫວວິສາຫະກິດກົດໝາຍ ສະບັບເກົ່າ  | 
                                                            |||
| ໃບຢັ້ງຢືນການມອບພັນທະອາກອນປະຈຳປີ | ສໍາເນົາໃບຢັ້ງຢືນຜູ້ເສຍອາກອນປະຈໍາປີລ່າສຸດ  | 
                                                            |||
| ໃບແຈ້ງໂທດ | ||||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມຄຸ້ມຄອງ ແລະ ສົ່ງເສີມວຽກງານຍຸຕິທໍາ, ກະຊວງຍຸຕິທຳ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 10 | |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 36 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ຕ້ອງໄດ້ຂໍອະນຸຍາດສືບຕໍ່ຄືນໃໝ່ 01 ເດືອນກ່ອນໝົດອາຍຸການ. ຖ້າຫາກກາຍກຳນົດຂໍອະນຸຍາດສືບຕໍ່ຄືນໃໝ່ນີ້ແລ້ວ ຈະຖືວ່າໝົດສິດໃນການເປີດໃຫ້ບໍລິການໂດຍທັນທີ. | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 200000.00 | 400000.00 | 0.00 | 600000.00 | 
| ຄຳເຫັນ | 
                                                        ອີງຕາມ ລັດຖະບັນຍັດຂອງປະທານປະເທດ ເລກທີ 002/ປປທ ໝາຍເຫດ: ບໍ່ມີຄ່າທຳນຽມແບບຟອມຄຳຮ້ອງ ເຊິ່ງໃນປັດຈຸບັນກຳລັງປັບປຸງຮ່າງລະບຽບການຄຸ້ມຄອງວິສາຫະກິດກົດໝາຍ.  | 
                                                |||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 200000.00 | 400000.00 | 0.00 | 600000.00 | 
| ຄຳເຫັນ | 
                                                        ອີງຕາມ ລັດຖະບັນຍັດຂອງປະທານປະເທດ ເລກທີ 002/ປປທ ໝາຍເຫດ: ບໍ່ມີຄ່າທຳນຽມແບບຟອມຄຳຮ້ອງ ເຊິ່ງໃນປັດຈຸບັນກຳລັງປັບປຸງຮ່າງລະບຽບການຄຸ້ມຄອງວິສາຫະກິດກົດໝາຍ.  | 
                                                |||





