ໃບອະນຸຍາດດໍາເນີນກິດຈະການ ຫ້ອງກວດພະຍາດເອກະຊົນ
License to Operate the Private Medical Clinic
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 26.01.2018 | |
| ພາກສ່ວນຮັບຜິດຊອບ | ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ
|
|
| LSIC | ||
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ຕ້ອງເປັນຄົນລາວ, ຖືສັນຊາດລາວ, ຮຽນຈົບວິຊາການແພດສາຂາໃດໜຶ່ງ ຂັ້ນປະລິນຍາຕີຂຶ້ນໄປ ຢູ່ ສປປ ລາວ ຫຼື ຕ່າງປະເທດ ທີ່ຮັບຮູ້ໂດຍກະຊວງສາທາລະນະສຸກ ແລະ ກະຊວງສຶກສາທິການ ແລະ ກິລາ, ມີປະກາສະນີຍະບັດດ້ານການແພດ. |
|
| ເງື່ອນໄຂໃນການຂໍເອກະສານ |
- ຕ້ອງແມ່ນຄົນລາວເປັນທ່ານໝໍ ທີ່ມີປະສົບການດ້ານການປິ່ນປົວ ມາກ່ອນ 10 ປີ ທີ່ໄດ້ເຮັດວຽກຢູ່ສະຖານທີ່ບໍລິການປິ່ນປົວຂອງລັດ - ເປັນຜູ້ທີ່ໄດ້ຮັບໃບປະກອບວິຊາຊີບປິ່ນປົວ ທີ່ອອກໃຫ້ໂດຍສະພາຄຸ້ມຄອງວິຊາຊີບປິ່ນປົວ ກະຊວງສາທາລະນະສຸກ ຂອງ ສປປ ລາວ |
|
| ຄໍາເຫັນເພີ່ມເຕີມ |
ອີງຕາມລັດຖະບັນຍັດ 003/ປປທ, ຄ່າທຳນຽມແມ່ນເກັບ 2 ປີຕໍ່ຄັ້ງ |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ສຳເນົາບັດປະຈຳຕົວ | ||||
| ໃບຢັ້ງຢືນບ່ອນປະຈຳການ, ບຳນານ ຫຼື ໃບອອກສ້າງເສດຖະກິດຄອບຄົວ | ||||
| ໃບຢັ້ງຢືນທີ່ຕັ້ງຂອງຫ້ອງກວດພະຍາດ | ||||
| ແຜນທີ່ຕັ້ງຫ້ອງກວດພະຍາດ | ||||
| ແຜນວາດການບໍລິການຂອງຫ້ອງກວດພະຍາດ | ||||
| ໃບຢັ້ງຢືນສຸຂະພາບ | ບໍ່ເກີນ 3 ເດືອນ |
|||
| ໃບຢັ້ງຢືນວິຊາຊີບປິ່ນປົວ (ອອກໂດຍສະພາຄຸ້ມຄອງວິຊາຊີບປິ່ນປົວ ຂອງ ສປປ ລາວ) | ||||
| ບັນຊີອຸປະກອນການແພດ | ||||
| ໃບຢັ້ງຢືນທີ່ຢູ່ | ||||
| ຊີວະປະຫວັດ | ||||
| ໃບແຈ້ງໂທດ | ບໍ່ເກີນ 3 ເດືອນ |
|||
| ໃບຄຳຮ້ອງ | ຂຽນດ້ວຍຕົນເອງ (ຕົ້ນສະບັບຕາມແບບພິມຂອງກົມປິ່ນປົວ) |
|||
| ໃບປະກາສະນີຍະບັດ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ||
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ກະຊວງສາທາລະນະສຸກ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 0 | |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 24 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ຕໍ່ອາຍຸໃບອະນຸຍາດສ້າງຕັ້ງຫ້ອງກວດພະຍາດເອກະຊົນຕ້ອງໄດ້ປະກອບເອກະສານໃຫ້ຄົບຊຸດ, ສະເໜີຂໍຕໍ່ນຳກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ກະຊວງສາທາລະນະສຸກ ທີ່ເປັນອົງການຄຸ້ມຄອງຫ້ອງກວດພະຍາດເອກະຊົນ ແລະ ຈະຕໍ່ໃຫ້ແຕ່ຜູ້ທີ່ເຄື່ອນໄຫວບໍລິການຖືກຕ້ອງຕາມລະບຽບການເທົ່ານັ້ນ. | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 0.00 | 0.00 | 0.00 |
| ຄຳເຫັນ |
ອີງຕາມ ມາດຕາ 46, ຂໍ້ 2 ຂອງ ລັດຖະດໍາລັດວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ, ເລກທີ 003/ປປທ, ລົງວັນທີ 26 ທັນວາ2012, ຄ່າທຳນຽມແມ່ນເກັບຕາມຊັ້ນຄື: ຊັ້ນ 1 : 600,000 ກີບ/2 ປີ ຊັ້ນ 2: 400,000 ກີບ/2 ປີ ຊັ້ນ 3: 200,000 ກີບ/2 ປີ |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 0.00 | 0.00 | 0.00 |
| ຄຳເຫັນ |
ອີງຕາມ ມາດຕາ 46, ຂໍ້ 2 ຂອງ ລັດຖະດໍາລັດວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ, ເລກທີ 003/ປປທ, ລົງວັນທີ 26 ທັນວາ2012, ຄ່າທຳນຽມແມ່ນເກັບຕາມຊັ້ນຄື: ຊັ້ນ 1 : 600,000 ກີບ/2 ປີ ຊັ້ນ 2: 400,000 ກີບ/2 ປີ ຊັ້ນ 3: 200,000 ກີບ/2 ປີ |
|||





