ໃບອະນຸຍາດປະກອບກິດຈະການທຸລະກິດບໍລິການອິນເຕີເນັດ
License to Operate Internet Service Provider (ISP) Business
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 04.05.2020 | |
| ພາກສ່ວນຮັບຜິດຊອບ | ອົງການດັດສົມໂທລະຄົມມະນາຄົມ
|
|
| LSIC | J - ຂໍ້ມູນຂ່າວສານ ແລະ ການຕິດຕໍ່ສື່ສານ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ບຸກຄົນ ຫຼື ນິຕິບຸກຄົນ ທີ່ມີຈຸດປະສົງດໍາເນີນກິດຈະການບໍລິການອິນເຕີເນັດ ທີ່ສະໜອງໃຫ້ແກ່ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງ. ການບໍລິການອິນເຕີເນັດ ແມ່ນຮູບແບບການບໍລິການໜຶ່ງຂອງການບໍລິການໂທລະຄົມມະນາຄົມທີ່ສະໜອງການບໍລິການໃຫ້ແກ່ຜູ້ຊົມໃຊ້ສາມາດເຂົ້າເຖິງອິນເຕີເນັດໄດ້ດ້ວຍວິທີ່ການເຊື່ອມຕໍ່ແບບມີສາຍ ຫຼື ບໍ່ມີສາຍ ປະກອບມີ 3 ປະເພດຄື: - ໃບອະນຸຍາດປະເພດ 1: ແມ່ນໃບອະນຸຍາດສຳລັບຜູ້ໃຫ້ບໍລິການອິນເຕີເນັດ ທີ່ມີເຄື່ອຂ່າຍເປັນຂອງຕົນເອງ, ສາມາດໃຫ້ບໍລິການໃນຂອບເຂດທົ່ວປະເທດ. - ໃບອະນຸຍາດປະເພດ 2: ແມ່ນໃບອະນຸຍາດສຳລັບຜູ້ໃຫ້ບໍລິການອິນເຕີເນັດ ທີ່ມີ ຫຼື ບໍ່ມີເຄື່ອຂ່າຍເປັນຂອງຕົນເອງ, ສາມາດໃຫ້ບໍລິການໃນຂອບເຂດແຂວງ/ນະຄອນໃດໜຶ່ງ. - ໃບອະນຸຍາດປະເພດ 3: ແມ່ນໃບອະນຸຍາດສຳລັບຜູ້ໃຫ້ບໍລິການອິນເຕີເນັດ ທີ່ມີ ຫຼື ບໍ່ມີເຄື່ອຂ່າຍເປັນຂອງຕົນເອງ, ສາມາດໃຫ້ບໍລິການໃນຂອບເຂດເມືອງໃດໜຶ່ງ. |
|
| ເງື່ອນໄຂໃນການຂໍເອກະສານ |
1. ຕ້ອງມີໃບຄຳຮ້ອງ, ບົດວິພາກເສດຖະກິດ-ເຕັກນິກ ແລະ ເອກະສານອື່ນ ຕາມການກຳນົດຂອງຂະແໜງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ; 2. ຕ້ອງມີວີຊາການທີ່ກ່ຽວຂ້ອງ ຢ່າງພຽງພໍກັບປະເພດ ແລະ ຂອບເຂດຂອງການບໍລິການ; 3. ໃນກໍລະນີມີການນຳໃຊ້ຊັບພະຍາກອນໂທລະຄົມ ແລະ/ຫຼື ກໍ່ສ້າງເຄືອຄ່າຍໂທລະຄົມມະນາຄົມ, ຕ້ອງມີໃບອະນຸຍາດຈາກຂະແໜງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ; 4. ຕ້ອງບໍ່ຢູ່ໃນຊ່ວງໄລຍະຖືກອາຍັດຊັບສິນ, ຢູ່ໃນຂະບວນການລົ້ມລະລາຍ ຫຼື ຖືກສານຕັດສິນເປັນຜູ້ລົ້ມລະລາຍ ຕາມກົດມາຍຂອງ ສປປ ລາວ; 5. ຕ້ອງປະຕິບັດຕາມເງື່ອນໄຂອື່ນທີ່ຂະແໜງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານກຳນົດ. |
|
| ຄໍາເຫັນເພີ່ມເຕີມ |
ກ່ອນອອກໃບອະນຸຍາດຖາວອນ ແມ່ນຕ້ອງໄດ້ອອກໃບອະນຸຍາດຊົ່ວຄາວ ຊຶ່ງມີອາຍຸການ 1ປີ ແລະ ຈະໄດ້ໃບອະນຸຍາດຖາວອນ ຕ້ອງປະຕີບັດແຜນການດຳເນີນທຸລະກິດ ສຳເລັດ ຢ່າງໜ້ອຍ 60%. |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ສໍາເນົາບັດປະຈໍາຕົວ / ສໍາມະໂນຄົວ / ໜັງສືຜ່ານແດນ | ||||
| ໃບຊີວະປະຫວັດຂອງຜູ້ອຳນວຍການ | ||||
| ໃບຢັ້ງຢືນວຸດທິການສຶກສາ | ||||
| ຊີວະປະຫວັດຂອງຊ່ຽວຊານສະເພາະດ້ານ | ||||
| ບົດວິພາກເສດຖະກິດເຕັກນິກ | ||||
| ໃບລາຍງານບັນຊີສໍາຮອງ | ||||
| ໃບທະບຽນວິສາຫະກິດຂອງບໍລິສັດຈຳກັດ | ||||
| ໃບຢັ້ງຢືນທີ່ຢູ່ | ||||
| ຮູບຖ່າຍຂອງອໍານວຍການ | ||||
| ສຳເນົາບັດປະຈຳຕົວ/ສຳມະໂນຄົວຂອງອໍານວຍການ | ||||
| ໃບຢັ້ງຢືນການມອບເລກປະຈຳຕົວຜູ້ເສຍອາກອນ | ||||
| ເອກະສານອື່ນໆທີ່ກ່ຽວຂ້ອງ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ອົງການດັດສົມໂທລະຄົມມະນາຄົມ, ກະຊວງໄປສະນີ ແລະ ໂທລະຄົມມະນາຄົມ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 0 | ໃບອະນຸຍາດປະເພດ 1 ໃຊ້ເວລາພິຈາລະນາ ພາຍໃນ 30 ວັນລັດຖະການ ໃບອະນຸຍາດປະເພດ 2 ໃຊ້ເວລາພິຈາລະນາ ພາຍໃນ 20 ວັນລັດຖະການ ໃບອະນຸຍາດປະເພດ 3 ໃຊ້ເວລາພິຈາລະນາ ພາຍໃນ 15 ວັນລັດຖະການ |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 0 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | 1. ອາຍຸການຂອງແຕ່ລະປະເພດ ແມ່ນ: (i) 5 ປີ ສໍາລັບ ໃບອະນຸຍາດປະເພດ 1; (ii) 3 ປີ ສໍາລັບ ໃບອະນຸຍາດປະເພດ 2; (iii) 2 ປີ ສໍາລັບໃບອະນຸຍາດປະເພດ 3. 2. ຕ້ອງຕໍ່ອາຍຸກ່ອນໃບອະນຸຍາດໝົດກໍານົດ 30 ວັນລັດຖະການ ແລະ ຕ້ອງມີເງື່ອນໄຂຄົບຖ້ວນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ. | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 5000000.00 | 50000.00 | 0.00 | 5050000.00 |
| ຄຳເຫັນ |
ອີງຕາມ ລັດຖະບັນຍັດ 003/ປປທ ປະຈຸບັນກຳລັງປັບປຸງລັດຖະດຳລັດ 003/ປປທ ຄືນໃໝ່ (ລໍຖ້າການຮັບຮອງ) |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 5000000.00 | 50000.00 | 0.00 | 5050000.00 |
| ຄຳເຫັນ |
ອີງຕາມ ລັດຖະບັນຍັດ 003/ປປທ ປະຈຸບັນກຳລັງປັບປຸງລັດຖະດຳລັດ 003/ປປທ ຄືນໃໝ່ (ລໍຖ້າການຮັບຮອງ) |
|||





