ໃບອະນຸຍາດດຳເນີນທຸລະກິດ ກິດຈະການການຄ້າພາຍໃນ ທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ
License to Operate Internal Trade Business
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 27.07.2020 | |
| ພາກສ່ວນຮັບຜິດຊອບ | ກົມການຄ້າພາຍໃນ
(021412436;) |
|
| LSIC | G - ການຄ້າຂາຍຍົກ ແລະ ຂາຍຍ່ອຍ; ສ້ອມແປງລົດຍົນ ແລະ ລົດຈັກ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງດຳເນີນທຸລະກິດດ້ານ ການຂາຍຍົກ ແລະ ຂາຍຍ່ອຍ (ສຳລັບນັກລົງທຶນພາຍໃນ 100% ແມ່ນບໍ່ຈໍາເປັນຕ້ອງຂໍໃບອະນຸຍາດດຳເນີນທຸລະກິດ) |
|
| ເງື່ອນໄຂໃນການຂໍເອກະສານ |
ຕ້ອງມີທຶນຈົດທະບຽນ ຕາມຂ້າງລຸ່ມນີ້: • ສຳລັບນັກລົງທຶນພາຍໃນ 100% ແມ່ນ 4 ຕື້ກີບ ລົງມາ (ບໍ່ຈໍາເປັນຕ້ອງຂໍໃບອະນຸຍາດດໍາເນີນທຸລະກິດອີກ) • ສຳລັບນັກລົງທຶນຕ່າງປະເທດ ມີອັດຕາສ່ວນດັ່ງລຸ່ມນີ້: - ທຶນຈົດທະບຽນ ແຕ່ 20 ຕື້ກີບຂຶ້ນໄປ ສາມາດຖືຮຸ້ນໄດ້ 100% - ທຶນຈົດທະບຽນຕໍ່າກວ່າ 20 ຕື້ກີບ ແຕ່ບໍ່ຫຼຸດ 4 ຕື້ກີບ ຕ້ອງຮຸ້ນສ່ວນກັບຜູ້ລົງທຶນພາຍໃນ ຕາມເງື່ອນໄຂດັ່ງນີ້: ທຶນຈົດທະບຽນ ຕໍ່າກວ່າ 20 ຕື້ກີບ ແຕ່ບໍ່ຫຼຸດ 10 ຕື້ກີບ ສາມາດຖືຮຸ້ນໄດ້ສູງສຸດ ບໍ່ເກີນ 70% ທຶນຈົດທະບຽນ ຕໍ່າກວ່າ 10 ຕື້ກີບແຕ່ບໍ່ຫຼຸດ 4 ຕື້ກີບ ສາມາດຖືຮຸ້ນໄດ້ສູງສຸດ ບໍ່ເກີນ 50% |
|
| ຄໍາເຫັນເພີ່ມເຕີມ | ||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຄຳຮ້ອງ | ||||
| ສຳເນົາໃບທະບຽນວິສາຫະກິດ | ເວລາມາພົບຕ້ອງເອົາເອກະສານສະບັບແທ້ມາສະແດງ |
|||
| ໜັງສືແນະນຳການຂໍອະນຸຍາດດຳເນີນທຸລະກິດຂອງເຈົ້າໜ້າທີ່ທະບຽນວິສາຫະກິດ | ກໍລະນີແຈ້ງຂຶ້ນທະບຽນວິສາຫະກິດໃໝ່ |
|||
| ສຳເນົາໃບຄຳຮ້ອງແຈ້ງຂຶ້ນທະບຽນວິສາຫະກິດຂອງບໍລິສັດຈຳກັດ | ໃນກໍລະນີຮຸ້ນສ່ວນກັບຕ່າງປະເທດ ແລະ ຄົນລາວ |
|||
| ຮູບ 3x4 | ພື້ນຂາວ ຈໍານວນ 3 ໃບ ຖ່າຍບໍ່ເກີນ 3 ເດືອນ |
|||
| ໃບມອບສິດໃຫ້ຜູ້ຕາງໜ້າເປັນຜູ້ຮັບຜິດຊອບໃນການຂໍອະນຸຍາດດຳເນີນທຸລະກິດ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 10 | ໄດ້ລະບຸໄວ້ໃນ ຂໍ້ຕົກລົງ ເລກທີ 0045/ອຄ.ກທຄວ |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 36 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ສາມາດຍື່ນຂໍຕໍ່ ກ່ອນອາຍຸຂອງໃບອະນຸຍາດຈະໝົດກໍານົດ 1 ເດືອນ ລ່ວງໜ້າ. ເອກະສານທີ່ຕ້ອງປະກອບເພື່ອຂໍຕໍ່ໃບອະນຸຍາດ ມີດັ່ງນີ້: • ໃບຄຳຮ້ອງຂໍອະນຸຍາດດຳເນີນທຸລະກິດ ໃນກິດຈະ ການການຄ້າພາຍໃນ • ໃບອະນຸຍາດດຳເນີນທຸລະກິດ ກິດຈະການການຄ້າພາຍໃນ • ຮູບຕິດບັດ 3x4 ພື້ນຂາວ ຈໍານວນ 3 ໃບ ຖ່າຍບໍ່ເກີນ 3 ເດືອນ • ໃບມອບສິດ ຂໍໃບອະນຸຍາດດຳເນີນທຸລະກິດ (ໃນກໍລະນີຜູ້ມາແລ່ນເອກະສານແທນ) | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 0.00 | 10000.00 | 10000.00 |
| ຄຳເຫັນ |
ບໍ່ໄດ້ຈ່າຍຄ່າທຳນຽມໃນການອອກໃບອະນຸຍາດດຳເນີນທຸລະກິດ ແຕ່ໄດ້ຈ່າຍຄ່າໃບຄຳຮ້ອງ ຈຳນວນ 10,000 ກີບ ຄ່າທຳນຽມດັ່ງກ່າວໄດ້ ບໍ່ໄດ້ລະບຸໄວ້ຢ່າງຊັດເຈນໃນນິຕິກໍາເທື່ອ. |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ບໍ່ມີ | 0.00 | 0.00 | 0.00 | 0.00 |
| ຄຳເຫັນ |
ຍັງບໍ່ໄດ້ກຳນົດໄວ້ເທື່ອ |
|||





