ໃບຢັ້ງຢືນການຂື້ນທະບຽນຜະລິດຕະພັນອາຫານພາຍໃນ
Registration Certificate of Domestic Food Products
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບຢັ້ງຢືນ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 15.12.2020 | |
| ພາກສ່ວນຮັບຜິດຊອບ | ກົມອາຫານ ແລະ ຢາ
|
|
| LSIC | I - ການເຄື່ອນໄຫວກິດຈະກຳໃຫ້ທີ່ພັກເຊົາ ແລະ ອາຫານ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ບໍລິສັດ ຫຼື ໂຮງງານ ຈະເຮັດທຸລະກິດທາງດ້ານອາຫານຕ້ອງມີໃບທະບຽນດຳເນີນທຸລະກິດ ຫຼື ໃບອະນຸຍາດໂຮງງານ, ເປັນເອກະສານປະກອບເຂົ້າໃນຊຸດເອກະສານຂໍຂຶ້ນທະບຽນຜະລິດຕະພັນອາຫານພາຍໃນ |
|
| ເງື່ອນໄຂໃນການຂໍເອກະສານ | ||
| ຄໍາເຫັນເພີ່ມເຕີມ | ||
| ກົດໝາຍ ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງ | ||||
|---|---|---|---|---|
| ຊື່ | ເລກທີ | ລົງວັນທີ | ໝາຍເຫດ | |
| ກົດໝາຍວ່າດ້ວຍ ອາຫານ (ສະບັບປັບປຸງ) | 33/ສພຊ | 24.07.2013 | ||
| ຂໍ້ກຳນົດວ່າດ້ວຍ ການຈົດທະບຽນອາຫານ | 1600/ກຊສ | 25.11.1994 | ||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຄຳຮ້ອງຂໍອະນຸຍາດ | ||||
| ກໍາມະວິທີການປຸງແຕ່ງ | ||||
| ສະຫລາກຂອງຜະລິດຕະພັນ | ຂະໜາດ, ເນື້ອໃນ ແລະ ຮູບລັກສະນະ |
|||
| ໃບຢັ້ງຢືນສຸຂະພາບ | ຂອງກໍາມະກອນທີ່ຜະລິດຕົວຈິງ |
|||
| ໃບອະນຸຍາດດຳເນີນທຸລະກິດ | ຫຼື ໃບອະນຸຍາດສ້າງຕັ້ງ |
|||
| ຕົວຢ່າງຜະລິດຕະພັນອາຫານ | ||||
| ຕົວຢ່າງຜະລິດຕະພັນອາຫານ | ທີ່ຢູ່ຫົວໜ່ວຍມັດຫໍ່ເດີມ |
|||
| ແຜນວາດທີ່ຕັ້ງ | ຂອງ ໂຮງງານ/ຮ້ານ/ບໍລິສັດ |
|||
| ແຜນວາດຂອງໂຮງງານ | ||||
| ແຜນວາດສາຍໄຍການຜະລິດ | ນັບຕັ້ງແຕ່ວັດຖຸດິບຈົນຮອດຜະລິດຕະພັນສຸດທ້າຍ |
|||
| ໃບຢັ້ງຢືນການກວດກາຄຸນນະພາບຂອງຜະລິດຕະພັນອາຫານ | ||||
| ບົດບັນທຶກການລົງກວດກາຕົວຈິງຂອງເຈົ້າໜ້າທີ່ກວດກາອາຫານ ແລະ ຢາ | ||||
| ສະໂນດນໍາສົ່ງ ຂໍຈົດທະບຽນຈາກ ອາຫານ ແລະ ຢາ ແຂວງ ຫຼື ພາກສ່ວນທີ່ກ່ຽວຂ້ອງ | ກໍລະນີໂຮງງານຕັ້ງຢູ່ຕ່າງແຂວງ |
|||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຢັ້ງຢືນການຈົດທະບຽນອາຫານ ແລະ ຢາ | ||||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 10 | ປະກອບເອກະສານຄົບຖ້ວນແລ້ວ, ເຈົ້າໜ້າທີ່ລົງກວດເບີ່ງສະຖານທີ່ ແລະ ຂະບວນການຜະລິດໄປຕາມຫຼັກການ ການຜະລິດທີ່ດີ ຫລັງຈາກນັ້ນແມ່ນພິຈາລະນາອອກທະບຽນ ພາຍໃນ 10 ວັນ, ກໍລະນີຖ້າສະຖານທີ່ບໍ່ເໝາະສົມ ແລະ ຂະບວນການຜະລິດບໍ່ໄປຕາມຫລັກການຜະລິດ ແມ່ນໃຫ້ທາງໂຮງງານປັບປຸງ ຂອດທີ່ບໍ່ເໝາະສົມກ່ອນ ຈະໃຊ້ເວລາ 7-14 ວັນ, ຈື່ງສາມາດອອກທະບຽນໃຫ້ (ຖ້າປະກອບເອກະສານຄົບຖ້ວນແລ້ວຈະໄດ້ຮັບການພິຈາລະນາ ແລະ ອອກໃບຢັ້ງຢືນໃຫ້ພາຍໃນ 10 ວັນ) |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 24 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ຕ້ອງມາຂໍຕໍ່ອາຍຸການຈົດທະບຽນ 90 ວັນ ກ່ອນໝົດອາຍຸການນໍາໃຊ້ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 30000.00 | 50000.00 | 2000.00 | 82000.00 |
| ຄຳເຫັນ |
ອີງຕາມເຈົ້າໜ້າທີ່ແນະນຳ |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 30000.00 | 50000.00 | 2000.00 | 82000.00 |
| ຄຳເຫັນ |
ອີງຕາມເຈົ້າໜ້າທີ່ແນະນຳ |
|||





