ໃບຢັ້ງຢືນກະສິກຳທີ່ດີ (ແບບຟາມດ່ຽວ)
Certificate of Good Agricultural Practices (GAP) (for individual farm)
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບຢັ້ງຢືນ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 16.12.2020 | |
| ພາກສ່ວນຮັບຜິດຊອບ | ກົມແຜນການ ແລະ ການຮ່ວມມື
|
|
| LSIC | A - ກະສິກໍາ, ປ່າໄມ້ ແລະ ການປະມົງ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ |
ຜູ້ຜະລິດ ແລະ ຜູ້ປະກອບການທີ່ເຮັດການຜະລິດ ຕັ້ງຕັ້ງປູກຈົນຮອດການເກັບກ່ຽວ ແລະ ມີການປຸງແຕ່ງ ແລະ ແປຮູບ |
|
| ເງື່ອນໄຂໃນການຂໍເອກະສານ | ||
| ຄໍາເຫັນເພີ່ມເຕີມ |
ຜູ້ຜະລິດ ແລະ ຜູ້ປະກອບການຕ້ອງມີຄວາມຮູ້ດ້ານກະສິກຳທີ່ດີ ຈຶ່ງສາມາດຍື່ນຂໍໃບຢັງຢືນຫາກົມປູກຝັງໂດຍກົງໄດ້. |
|
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບສະເໜີ | ||||
| ຂໍ້ຕົກລົງຂໍການຢັ້ງຢືນກະສິກຳທີ່ດີ | ຕາມແບບຟອມຂອງກົມປູກຝັງ ແລະ ລ້ຽງສັດ |
|||
| ແບບຟອມ F.GAP.1 ການຂໍສະໝັກກະສິກຳທີ່ດີແບບດ່ຽວ | ||||
| ລາຍລະອຽດຂອງສະມາຊິກກຸ່ມ | ||||
| ແຜນທີ່ສວນ ຫຼື ຟາມ | ຫຼື ແຜນວາດຂອງສະຖານທີ່ທຳການຜະລິດແຕ່ລະແຫ່ງ ທີ່ສາມາດບອກທາງໄປຫາສວນ ແລະ ຂອບເຂດຂອງຟາມຕົນເອງ |
|||
| ແຜນວາດສວນ ຫຼື ຟາມ ທີ່ບົ່ງບອກເຖິງທຸກຈຸດທີ່ສຳຄັນພາຍໃນ | ເຊັ່ນ: ແປງປູກ, ເຮືອນເຮັດຝຸ່ນ, ບ່ອນຢູ່, ບ່ອນເກັບນ້ຳ, ໂຮງເຮືອນບ່ອນເກັບມ້ຽນເຄື່ອງມື, ບ່ອນລ້າງຜົນຜະລິດ ແລະ ອື່ນໆ |
|||
| ແຜນການຜະລິດປະຈຳປີ ທີ່ລະບຸງວດ, ໄລຍະເວລາ, ປີ, ຊະນິດພືດ, ຄາດຄະເນຜົນຜະລິດ ເປັນຕົ້ນ | ||||
| ລະບຽບ ຫຼື ຂໍ້ກຳນົດຕ່າງໆ ແລະ ຂໍ້ມູນດ້ານວິຊາການ ທີ່ໃຊ້ພາຍໃນສວນ | ||||
| ລາຍການຂອງຝຸ່ນ, ຢາ, ຂາເຂົ້າປັດໄຈການຜະລິດ | ||||
| ແບບຟອມການບັນທຶກທີ່ໃຊ້ໃນສວນ ຫຼື ຟາມ | ບັນທຶກການປູກ, ການໃສ່ຝຸ່ນ, ສານເຄມີຊະນິດຕ່າງໆ, ຢາປາບສັດຕູພືດ, ການເຮັດຝຸ່ນ, ການເກັບກ່ຽວ, ລາຍການເຄື່ອງມືອຸປະກອນຫຼັງການເກັບກ່ຽວ, ພາຊະນະບັນຈຸ, ການປຸງແຕ່ງ ຫຼື ແປຮູບ, ການຂາຍ, ບົດສະຫຼຸບສັງລວມ ແລະ ແບບຟອມອື່ນໆ ທີ່ໃຊ້, ບົດບັນທຶກການທຳຄວາມສະອາດ ແລະ ໂຮງເຮືອນແຕ່ລະຫຼັງ |
|||
| ໃບທະບຽນວິສາຫະກິດ | ຫຼື ໃບອະນຸຍາດດຳເນີນທຸລະກິດ (ຖ້າມີ) |
|||
| ໃບຢັ້ງຢືນການນຳໃຊ້ພື້ນທີ່ | ໃບຕາດິນ ຫຼື ໃບສັນຍາເຊົາ ຫຼື ສັນຍາສຳປະທານ ທີ່ດິນ (ຖ້າມີ) |
|||
| ໃບສັນຍາການເກັບຊື້ກັບກຸ່ມ ຫຼື ຜູ້ຜະລິດ | ກໍລະນີມີການເກັບຊື້ຈາກກຸ່ມ |
|||
| ເອກະສານລະບຽບການຕ່າງໆຂອງກຸ່ມໃນການຄຸ້ມຄອງກຸ່ມແບບມີລະບົບຄວບຄຸມພາຍໃນ | ກໍລະນີມີການເກັບຊື້ຈາກກຸ່ມ |
|||
| ຜົນວິເຄາະດິນ | ຖ້າມີ |
|||
| ຜົນວິເຄາະນ້ຳ | ຖ້າມີ |
|||
| ຜົນວິເຄາະຜົນຜະລິດ | ຖ້າມີ |
|||
| ເອກະສານອື່ນໆ ທີ່ໄດ້ນຳໃຊ້ພາຍໃນຟາມ ຫຼື ເປັນຮ່າງແບບຟອມທີ່ຈະນຳໃຊ້ | ||||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໜັງສືສະເໜີຂໍຕໍ່ອາຍຸ | ||||
| ແຜນການຜະລິດປະຈຳປີ | ||||
| ແບບຟອມບັນທຶກຕ່າງໆຂອງການຜະລິດ | ||||
| ໝາຍເຫດ | ຖ້າແຜນ ຫຼື ເພີ່ມເນື່ອທີ່ການຜະລິດ ໃຫ້ເຮັດແຜນໃໝ່ |
|||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມແຜນການ ແລະ ການຮ່ວມມື, ກະຊວງກະສິກຳ ແລະ ປ່າໄມ້ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 120 | ຕ້ອງໄດ້ລົງກວດກາສະຖານທີ່ ແລະ ໄດ້ຮັບບົດລາຍງານພາກສະໜາມ ເພື່ອຮັບຮູ້ລະຫວ່າງ 2 ຝ່າຍ. ຫຼັງຈາກນັ້ນ, ນັກກວດກາ ຈະປະເມີນ ຂໍ້ມູນທີ່ໄດ້ມາ ແລະ ຂຽນບົດລາຍງານ ແລະ ເຮັດບົດນຳສະເໜີເພື່ອຜ່ານຄະນະກຳມະການພິຈາລະນາ ເພື່ອອອກໃບຢັ້ງຢືນ. |
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 24 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | - ທາງກົມຈະແຈ້ງເຕືອນໃຫ້ຜູ້ປະກອບການພາຍໃນ 120 ວັນ ກ່ອນໃບຢັ້ງຢືນຈະໝົດອາຍຸ - ຜູ້ຜະລິດ ແລະ ຜູ້ປະກອບການ ຕ້ອງສະເໜີຂໍຕໍ່ຫາອານຸກົມປູກຝັງພາຍໃນ 60 ວັນ - ຂັ້ນຕອນໃນການພິຈາລະນາແມ່ນຄືກັບການຂໍໃໝ່ ແລະ ຈະງ່າຍຂຶ້ນກວ່າເກົ່າ ເນື່ອງຈາກວ່າບໍ່ຈຳເປັນຕ້ອງປະກອບເອກະສານຂໍສະໝັກການຢັ້ງຢືນ ແລະ ການປະກອບເອກະສານກໍຈະໜ້ອຍລົງ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 50000.00 | 20000.00 | 70000.00 |
| ຄຳເຫັນ |
ອີງຕາມແຈ້ງການວ່າດ້ວຍອັດຕາຄ່າທຳນຽມ ແລະ ຄ່າບໍລິການວິຊາການກວດກາ ແລະ ການຢັ້ງຢືນມາດຕະຖານກະສິກຳສະອາດ, ເລກທີ 0063/ກປຝ, ລົງວັນທີ 13.01.2020 (ສາມາດຂໍໃບຢັ້ງຢືນເປັນພາສາລາວ ແລະ ພາສາອັງກິດ, ຄ່າບໍລິການແມ່ນ 50,000 ກີບຕໍ່ໃບ) |
|||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ |
| ມີ | 0.00 | 200000.00 | 0.00 | 200000.00 |
| ຄຳເຫັນ |
ອີງຕາມແຈ້ງການວ່າດ້ວຍອັດຕາຄ່າທຳນຽມ ແລະ ຄ່າບໍລິການວິຊາການກວດກາ ແລະ ການຢັ້ງຢືນມາດຕະຖານກະສິກຳສະອາດ, ເລກທີ 0063/ກປຝ, ລົງວັນທີ 13.01.2020 (ສາມາດຂໍໃບຢັ້ງຢືນເປັນພາສາລາວ ແລະ ພາສາອັງກິດ, ຄ່າບໍລິການແມ່ນ 20,000 ກີບຕໍ່ໃບ) |
|||





