ໃບອະນຸຍາດດຳເນີນທຸລະກິດ ກິດຈະການຊື້-ຂາຍ ເງິນຄຣິບໂຕ
License for Buying and Selling Cryptocurrency
| ຂໍ້ມູນທີ່ໄດ້ຮັບຈາກຂະແໜງການທີ່ກ່ຽວຂ້ອງ | ||
|---|---|---|
| ປະເພດເອກະສານ | ໃບອະນຸຍາດດໍາເນີນທຸລະກິດ | |
| ວັນທີແກ້ໄຂຂໍ້ມູນລ່າສຸດ | 24.04.2024 | |
| ພາກສ່ວນຮັບຜິດຊອບ | ກົມຄຸ້ມຄອງລະບົບການຊຳລະ
                                                         (021 253595;)  | 
                                                |
| LSIC | K - ການເຄື່ອນໄຫວດ້ານການເງິນ ແລະ ການປະກັນໄພ | |
| ຜູ້ທີ່ສາມາດຍື່ນຂໍເອກະສານ | 
                                                        ທະນາຄານທຸລະກິດ, ນິຕິບຸກຄົນ, ສະຖາບັນການເງິນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວ  | 
                                                |
| ເງື່ອນໄຂໃນການຂໍເອກະສານ | 
                                                        ຜູ້ທີ່ມີຈຸດປະສົງດຳເນີນທຸລະກິດສູນຊື້-ຂາຍເງິນຄຣິບໂຕ ຕ້ອງມີເງື່ອນໄຂພື້ນຖານຕາມທີ່ກຳນົດໄວ້ໃນ ມາດຕາ 8 ຂອງຂໍ້ຕົກລົງ ວ່າດ້ວຍການເຮັດທົດລອງທຸລະກໍາຊັບສິນດິຈິຕອນ ສະບັບເລກທີ 888/ກຕສ, ລົງວັນທີ 9 ພະຈິກ 2021 ແລະ ມີເງື່ອນໄຂເພີ່ມຕື່ມ ດັ່ງນີ້: 1. ເປັນບໍລິສັດ ທີ່ຂຶ້ນທະບຽນວິສາຫະກິດໃນ ສປປ ລາວ ສະເພາະດຳເນີນທຸລະກິດສູນຊື້-ຂາຍເງິນຄຣິບໂຕ ເທົ່ານັ້ນ; 2. ມີທຶນຈົດທະບຽນ ຕາມທີ່ໄດ້ກໍານົດໄວ້ໃນ ຂໍ້ຕົກລົງສະບັບນີ້; 3. ມີຜູ້ຖືຮຸ້ນ ທີ່ຖືສັນຊາດລາວ ຖືຮຸ້ນຢ່າງໜ້ອຍ ຫ້າສິບເອັດສ່ວນຮ້ອຍ (51%) ຂອງຈຳນວນຮຸ້ນທັງໝົດ; 4. ມີຜູ້ບໍລິຫານ ທີ່ຖືສັນຊາດລາວ ແລະ ມີພູມລຳເນົາຢູ່ ສປປ ລາວ ຢ່າງໜ້ອຍ ໜຶ່ງຄົນ; 5. ມີແຜນການດຳເນີນທຸລະກິດໃນໄລຍະ 3 ປີ ຕໍ່ໜ້າ; ມີການຮ່ວມມື ແລະ ລະບົບການເຊື່ອມຕໍ່ກັບທະນາຄານທຸລະກິດ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວ.  | 
                                                |
| ຄໍາເຫັນເພີ່ມເຕີມ | 
                                                        ຂໍ້ຕົກລົງວ່າດ້ວຍການທົດລອງດໍາເນີນກິດຈະການຊື້-ຂາຍເງິນຄຣິບໂຕ ສະບັບເລກທີ 777/ທຫລ, ລົງວັນທີ 13 ທັນວາ 2021, ມາດຕາ 9 (ເອກະສານປະກອບການຂໍອະນຸຍາດ).  | 
                                                |
| ກົດໝາຍ ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງ | ||||
|---|---|---|---|---|
| ຊື່ | ເລກທີ | ລົງວັນທີ | ໝາຍເຫດ | |
| ຂໍ້ຕົກລົງວ່າດ້ວຍການທົດລອງດໍາເນີນກິດຈະການຊື້-ຂາຍເງິນຄຣິບໂຕ | 777/ທຫລ | 13.12.2021 | ||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຄັ້ງທໍາອິດ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ໃບຄຳຮ້ອງ | ຕາມແບບພິມທີ່ກົມຄຸ້ມຄອງລະບົບການຊຳລະ ວາງອອກ  | 
                                                            |||
| ສຳເນົາໃບທະບຽນວິສາຫະກິດ | ||||
| ເອກະສານອື່ນໆທີ່ກ່ຽວຂ້ອງ | ຕາມມາດຕາ 9 (ເອກະສານປະກອບການຂໍອະນຸຍາດ), ຂໍ້ຕົກລົງວ່າດ້ວຍການທົດລອງດໍາເນີນກິດຈະການຊື້-ຂາຍເງິນຄຣິບໂຕ ສະບັບເລກທີ 777/ທຫລ, ລົງວັນທີ 13 ທັນວາ 2021  | 
                                                            |||
| ເອກະສານທີ່ຕ້ອງປະກອບສຳລັບການຍື່ນຂໍເອກະສານ - ຕໍ່ອາຍຸ | ||||
|---|---|---|---|---|
| ຊື່ | ໝາຍເຫດ | |||
| ຮູບແບບການຍື່ນເອກະສານ | ||
|---|---|---|
| ການຍື່ນເອກະສານ | ຢູ່ທີ່ຫ້ອງການເຈົ້າຫນ້າທີ່ | |
| ທີ່ຢູ່ຂອງພາກສ່ວນທີ່ຮັບຜິດຊອບ | ກົມຄຸ້ມຄອງລະບົບການຊຳລະ, ທະນາຄານແຫ່ງ ສປປ ລາວ | |
| ໄລຍະເວລາໃນການ ພິຈາລະນາຄຳຮ້ອງ (ວັນ) | 30 | ນິຕິກໍາ: ຂໍ້ຕົກລົງວ່າດ້ວຍການທົດລອງດໍາເນີນກິດຈະການຊື້-ຂາຍເງິນຄຣິບໂຕ ສະບັບເລກທີ 777/ທຫລ, ລົງວັນທີ 13 ທັນວາ 2021 ມາດຕາ 11 ການພິຈາລະນາ ແລະ ການອອກໃບອະນຸຍາດ | 
| ການຕໍ່ອາຍຸເອກະສານ | ||
|---|---|---|
| ເອກະສານມີກຳນົດອາຍຸ ຫຼື ບໍ່? | ມີ | |
| ໃບອະນຸຍາດມີອາຍຸການນຳໃຊ້ຈັກເດືອນ? | 36 | |
| ຂັ້ນຕອນ ແລະ ເງື່ອນໄຂສຳລັບການຕໍ່ອາຍຸເອກະສານ | ໃບອະນຸຍາດ ມີອາຍຸການນຳໃຊ້ 3 ປີ ຕາມຂໍ້ຕົກລົງວ່າດ້ວຍການທົດລອງດໍາເນີນກິດຈະການຊື້-ຂາຍເງິນຄຣິບໂຕ ສະບັບເລກທີ 777/ທຫລ, ລົງວັນທີ 13 ທັນວາ 2021, ມາດຕາ 12 ການນໍາໃຊ້ ແລະ ອາຍຸການນໍາໃຊ້ | |
| ຄ່າທຳນຽມສຳລັບການຍື່ນຂໍເອກະສານ | ||||
|---|---|---|---|---|
| ມີຄ່າໃຊ້ຈ່າຍ ຫຼື ບໍ່ | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 20000000.00 | 5000000.00 | 0.00 | 25000000.00 | 
| ຄຳເຫັນ | 
                                                        ຄ່າຄຸ້ມຄອງປະຈຳປີ ຈຳນວນ ສູນຈຸດໜຶ່ງສ່ວນຮ້ອຍ (0,1%) ຂອງລາຍຮັບທັງໝົດປະຈຳປີ. ຄ່າຄຸ້ມຄອງປະຈຳປີ ແມ່ນເລີ່ມເກັບແຕ່ປີໄດ້ຮັບອະນຸຍາດ ເປັນຕົ້ນໄປ ໂດຍຄິດໄລ່ຕາມຈຳນວນເດືອນ ທີ່ໄດ້ຮັບອະນຸຍາດໃນປີນັ້ນ ແລະ ຕ້ອງຊໍາລະໃນໄຕມາດທີໜຶ່ງ ຂອງປີຖັດໄປ ຕາມຂໍ້ຕົກລົງວ່າດ້ວຍການທົດລອງດໍາເນີນກິດຈະການຊື້-ຂາຍເງິນຄຣິບໂຕ ສະບັບເລກທີ 777/ທຫລ, ລົງວັນທີ 13 ທັນວາ 2021, ມາດຕາ 14 (ຄ່າບໍລິການຄົ້ນຄວ້າ, ຄ່າທໍານຽມ ແລະ ຄ່າຄຸ້ມຄອງປະຈໍາປີ)  | 
                                                |||
| ຄ່າທຳນຽມສຳລັບການຂໍຕໍ່ອາຍຸເອກະສານ | ||||
|---|---|---|---|---|
| ມີຄ່າຕໍ່ອາຍຸເອກະສານ ຫຼື ບໍ? | ຄ່າບໍລິການ | ຄ່າທຳນຽມທາງວິຊາການ | ຄ່າໃບຄຳຮ້ອງ | ຄ່າໃຊ້ຈ່າຍທັງໝົດ | 
| ມີ | 1000000.00 | 0.00 | 0.00 | 1000000.00 | 
| ຄຳເຫັນ | 
                                                        ຂໍ້ຕົກລົງວ່າດ້ວຍການທົດລອງດໍາເນີນກິດຈະການຊື້-ຂາຍເງິນຄຣິບໂຕ ສະບັບເລກທີ 777/ທຫລ, ລົງວັນທີ 13 ທັນວາ 2021, ມາດຕາ 14 (ຄ່າບໍລິການຄົ້ນຄວ້າ, ຄ່າທໍານຽມ ແລະ ຄ່າຄຸ້ມຄອງປະຈໍາປີ)  | 
                                                |||





